吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ບັນ​ຊາ​ການກອງ​ທັບ​ປ້ອງ​ກັນ​ປະ​ຊ​າ​ຊົນນະ​ຄອນມັນ​ດາ​ເລ​ປະ​ເທດ​ມຽນ​ມາ​ຖືກ​ຈັບ

2021-06-25 15:21:33 cri

ຜູ້​ບັນ​ຊາ​ການກອງ​ທັບ​ປ້ອງ​ກັນ​ປະ​ຊ​າ​ຊົນນະ​ຄອນມັນ​ດາ​ເລ​ປະ​ເທດ​ມຽນ​ມາ​ຖືກ​ຈັບ_fororder_缅甸

    ເວ​ລາປະ​ມານ 22 ໂມງ​ຂອງ​ວັນ​ທີ 23 ມິ​ຖຸ​ນາ​ນີ້, ຝ່າຍ​ຕຳ​ຫລວດ​ມຽນ​ມາ​ໄດ້​ຈັບ​ຜູ້​ບັນ​ຊາ​ການກອງ​ທັບ​ປ້ອງ​ກັນ​ປະ​ຊາ​ຊົນ​ນະ​ຄອນ​ມັນ​ດາ​ເລ​ປະ​ເທດ​ມຽນ​ມາ​ພ້ອມ​​ສະ​ມາ​ຊິກ 2 ຄົນ, ພ້ອມ​​ດຽວກັນ​ນັ້ນ, ຍັງ​ໄດ້​ຍຶດ​ປືນ​ຮ້ອຍກວ່າ​​ກະ​ບອກ, ລູກ​ລະ​ເບີດ​ຈຳ​ນວນ​ຫລວງ​ຫລາຍ ແລະ​ວັດ​ຖຸ​ດິບ​ທີ່​ໃຊ້​ຜະ​ລິດ​ລູກ​ລະ​ເບີດ.  ປັດ​ຈຸ​ບັນ, ຝ່າຍ​ຕຳ​ຫລວດ​ກຳ​ລັງ​ສືບ​ສວນ​ແຫ່ງ​​ທີ່​ມາ​ຂອງລູກ​ລະ​ເບີດ​ດັ່ງ​ກ່າວ.

    ວັນ​ທີ 22 ມິ​ຖຸ​ນາ​ນີ້, ກອງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ທ້ອງ​ຖິ່ນ​ມຽນ​ມາ​ໄດ້​ປະ​ທະ​ກັນ​ກັບ​ຝ່າຍ​ຕຳ​ຫລວດ​​ໃນ​ຕົວ​ເມືອງ​ຂອງ​ນະ​ຄອນ​ມັນ​ດາ​ເລ​ເປັນ​ເວ​ລາຫລາຍຊົ່ວ​ໂມງ, ເຮັດ​ໃຫ້ 8 ຄົນ​ເສຍ​ຊີ​ວິດ, 10ກວ່າ​ຄົນ​ຖືກ​ຈັບ.

    ​ຂ່າວ​ລາຍ​ງານ​ວ່າ, ຜູ້​ທີ່​ປະ​ທະ​ກັນ​ກັບ​ຝ່າຍ​ຕຳ​ຫລວດ​ໃນ​ມື້​ນັ້ນ​ແມ່ນ​ສະ​ມາ​ຊິກ​ຂອງ ກອງ​ທັບ​ປ້ອງ​ກັນ​ປະ​ຊ​າ​ຊົນນະ​ຄອນມັນ​ດາ​ເລ​ປະ​ເທດ​ມຽນ​ມາ​.

ຄຳ​ເຫັນ

0