覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສິງ​ກະ​ໂປ​ທົດ​ລອງເຮັດ​ໝັນ​ຍູງ​ລາຍ ເຮັດ​ໃຫ້ຈຳ​ນວນ​ຜູ້​ເປັນ​ໄຂ້​ເລື​ອດ​ອອກ​ໃນ​ເຂດ​ທົດ​ລອງ​ຫຼຸດໜ້ອຍ​ລົງ

2021-07-05 16:56:37 cri

​ອົງ​ການ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດ​ສິງ​ກະ​ໂປ​ໄດ້​ເປີດ​ເຜີຍ​ໃນ​ວັນ​ທີ 5 ກໍ​ລະ​ກົດ​ນີ້​ວ່າ: ໂຄງ​ການ​ທົດ​ລອງ​ເຮັດ​ໝັນ​ຍູງ​ລາຍ​ຂອງ​ປະ​ເທດ​ຕົນ​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ທີ່​ດີ, ຈຳ​ນວນ​ຍູງ​ລາຍ​ໃນ​ເຂດ​ຄຸ້ມ​ເຮືອນ​ໃນ​ໂຄງ​ການ​ທົດ​ລອງ 4 ແຫ່ງ​ໄດ້ຫຼຸດ​ໜ້ອຍ​ລົງຫຼາຍ​ທີ່​ສຸດ​ເຖິງ 98%, ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໄຂ້​ເລືອດ​ອອກ​ພາຍ​ໃນ​ເຂດ​ທົດ​ລອງ​ກໍ​ໄດ້ຫຼຸດ​ລົງ 88%. ເດືອນ​ກັນ​ຍາ​ປີ້​ນີ້, , ອົງ​ການ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດ​ສິງ​ກະ​ໂປ​ມີ​ແຜນ​ຈະ​ເປີດກວ້າງ​ໂຄງ​ການ​ທົດ​ລອງ​ດັ່ງ​ກ່າວ​ໃຫ້​ໄປ​ເຖິງ​ເຂດ​ຄຸ້ມ​ເຮືອນ​ ຫຼາຍກວ່າ​ເກົ່າ.
 

 ອົງ​ການ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດ​ສິງ​ກະ​ໂປ​ຖະ​ແຫຼງວ່າ:  ເມື່ອ​ຮອດ​ເດືອນ​ມີ​ນາ​ປີ2022, ໂຄງ​ການ​ທົດ​ລອງ​ດັ່ງ​ກ່າວ​ຈະ​ໄດ້​ຮັບ​ການ​ເປີດກວ້າງ​ຂອບ​ເຂດ​ປະ​ຕິ​ບັດ​ງານ​ໃຫ້​ໄປ​ເຖິງ​ເຂດ​ແຄວ້ນຫຼາຍກວ່າ​ເກົ່າ.
 

  ປີ 2020 ເປັນ​ປີ​ທີ່​ສິງ​ກະ​ໂປ​ປະ​ສົບ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄຂ້​ເລືອດ​ອອກ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ​ນັບ​ແຕ່​ມີ​ການ​ບັນ​ທຶກ​ໃນ​ປະ​ຫວັດ​ສາດ​ເປັນ​ຕົ້ນ​ມາ. ປີ​ນີ້, ຢູ່​ສິງ​ກະ​ໂປ​ໄດ້​ພົບ​ຜູ້​ເປັນ​ພະ​ຍາດ​ໄຂ້​ເລືອດ​ອອກ 3275 ກໍ​ລະ​ນີ ເຊິ່ງ​ໜ້ອຍກວ່າໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ແລະ​ປີ​ກ່ອນ​ຢ່າງຫຼວງຫຼາຍ.

ຄຳ​ເຫັນ

0