吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ເຊື້ອ​ພະຍາດ​ໂຄ​ວິດ-19 ​ເດ​ວຕາ​ພວມ​ລະບາດ​ຢູ່​ໄທ

2021-07-06 16:35:00 cri

ວັນ​ທີ 5 ກໍລະກົດ​ນີ້, ຫົວໜ້າ​ກົມວິທະຍາສາດ​ທາງ​ການ​ແພດ​ຂອງ​ກະຊວງ​ສາທາລະນະ​ສຸກ​ໄທ​ກ່າວ​ວ່າ: ​ໃນ​ອາທິດ​ຜ່ານ​ມາ, ​ເຊື້ອ​ພະຍາດ​ໂຄວິ​ດ-19 ກາຍ​ພັນ​ເດ​ວຕາ​ພວມ​ແຜ່​ລະບາດ​ຢູ່​ໄທ​ຢ່າງ​ວ່ອງ​ໄວ​ແທນ​ເຊື້ອ​ພະຍາດ​ໂຄ​ວິດ-19 ອານ​ຟາ, ​ໃນ​ຈຳນວນຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-19 ຢູ່​ໄທ​ມີ 32,2% ​ແມ່ນ​ຜູ້​​ຕິດເຊື້ອ​ໄວຣັດ​ເດ​ວຕາ, ​​ຢູ່​ນະຄອນຫຼວງ​ບາງກອກ ​ແລະ​ເຂດ​ອ້ອມ​ແອ້ມ, ອັດຕາ​ຕິດ​ເຊືອດັ່ງກ່າວ​ສູງ​ເຖິງ 52,2%, ປັດຈຸບັນ​ນີ້​ໃນ 77 ​ແຂວງ​​ໃນ​ທົ່ວ​ປະ​ເທດ​ໄທ​ນັ້ນ​ມີ 47 ​ແຂວງ​ໄດ້​ມີ​ຜູ້​ຕິດ​ເຊື້ອ​ໄວຣັດ​ເດ​ວຕາແລ້ວ, ການ​ແຜ່​ລາມ​ຂອງ​ໄວຣັດຊະນິດນີ້​ໄວ​ກວ່າ​ທີ່​ຄາດ​ຄະ​ເນ​ໄວ້.

ວັນ​ທີ 5 ກໍລະກົດ​ນີ້, ປະ​ເທດ​ໄທມີ​ຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-19 ​ເພີ່ມ​ໃໝ່ 6166 ຄົນ,ຈຳນວນ​ຜູ້​ຕິດ​ເຊື້ອ​ເພີ່ມ​ໃໝ່​ລາຍ​ວັນ​ໄດ້​ລື່ນ​ກາຍ 5000 ຄົນ​ເປັນ​ເວລາຫຼາຍມື້​ລຽນຕິດ​​ແລ້ວ, ​​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຮອບ​ທີ 3 ​ໃນ​ຕົ້ນ​ເດືອນ​ເມສາ​ຜ່ານມາ​ໄດ້​ເຮັດ​ໃຫ້​ມີ​ຜູ້​ຕິດ​ເຊື້ອທັງ​ໝົດ​ຫຼາຍ​ກວ່າ 260000 ຄົນ.

ຄຳ​ເຫັນ

0