秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມຽນມາເລັ່ງສັ່ງຊື້ວັກຊີນຈາກຈີນ ແລະຣັດເຊຍ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຮອບທີ 3

2021-07-15 15:31:45 cri

ເພື່ອ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຮອບ​ທີ 3 ທີ່ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ, ພາກ​ສ່ວນ​ສາ​ທາ​ລະ​ນະ​ສຸກ​ຂອງ​ມຽ​ນ​ມາ​ໄດ້​ເລັ່ງ​ການ​ສັ່ງ​ຊື້ ແລະ​ສັກ​ວັກ​ຊີນ​ໂຄວິດ-19. ວັນ​ທີ 14 ກໍ​ລະ​ກົດ​ນີ້, ກະ​ຊວງ​ສາ​ທາລະ​ນະ​ສຸກ ແລະ​ກິ​ລ​າມຽນ​ມາ​ໄດ້​ແຈ້ງ​ຂ່າວ​ວ່າ ໄດ້​ສັ່ງ​ຊື້​ວັກ​ຊີນ​ໂຄວິດ-19 ຈາກ​ຈີນ ເຊິ່ງ​ຈຳ​ນວນ​ໜຶ່ງ​ຈະ​ຖືກ​ຂົນ​ສົ່ງ​ໄປ​ຮອດ​ມຽນ​ມາ​ໃນ​ທ້າຍ​ເດືອນກໍ​ລະ​ກົດ​ນີ້ ແລ​ະ​ສ່ວນ​ທີ່​ເຫຼືອ​ຈະ​ຖືກ​ຂົ່ນ​ສົ່ງ​ໄປ​ມຽນ​ມາ​ໃນ​ອາ​ທິດ​ທຳ​ອິດ​ຂອງ​ເດືອ​ນ​ສິງ​ຫາ​ໜ້າ​ນີ້. ນອກ​ນີ້, ວັກ​ຊີນ​ໂຄວິດ-19 ທີ່​ຈີນ​ຊ່ວຍ​ເຫຼືອ​ມຽນ​ມາ ກໍ​ຈະ​ຖືກ​ຂົນ​ສົ່ງ​ໄປ​ເຖິງ​ມຽນ​ມາ​ໃນ​ເດືອນ​ສິງ​ຫາ​ໜ້າ​ນີ້​ເຊັ່ນ​ກັນ. ​ຕາມ​ຂ່າວ​ແຈ້ງວ່າ: ມຽນ​ມາ​ຍັງ​ໄດ້​ຕິດ​ຕໍ່​ພົວ​ພັນ​ກັບ​ຣັດ​ເຊຍ, ອິ​ນ​ເດຍ ແລະ​ປະ​ເທດ​ອື່ນໆ​ຢ່າງ​ໃກ້​ຊິດ ເພື່​ອ​​ໃຫ້​ມີວັກ​ຊີນ​ໂຄວິດ-19 ຫຼາຍກວ່ານີ້​ອີກ.

ຕາມ​ສື່ມວນ​ຊົນ​ມຽນ​ມາ​ລາຍ​ງານ​ວ່າ: ປັດ​ຈຸ​ບັນ, ຢູ່​ມຽນ​ມາ​ມີຈຳ​ນວນຫຼາຍກວ່າ 1.750.000 ຄົນ​ໄດ້​ສັກ​ວັກ​ຊີນ​ໂຄວິດ-19 ແລ້ວ ເຊິ່ງກວມ​ເອົາ 3,22% ຂອງ​ປະ​ຊາ​ກອນ​ທັ​ງ​ໝົດ​ຂອງ​ມຽນ​ມາ.

ຄຳ​ເຫັນ

0