秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ອາຊີຕາເວັນອອກສຽງໃຕ້ຮ້າຍແຮງຂຶ້ນ ຍ້ອນໄວຣັດເດວຕາແຜ່ລະບາດຢ່າງວ່ອງໄວ

2021-07-16 15:29:09 cri

ໜັງ​ສື​ພິ​ມ​ລຽນ​ເຮີ​ຈາວ​ປ້າວ​ຂອງ​ສິງ​ກະ​ໂປ​ສະ​ບັບ​ວັນ​ທີ 16 ກໍ​ລະ​ກົດ​ນີ້ ໄດ້​ລາຍ​ງານ​ໂດຍອີງ​ໃສ່ຂໍ້​ມູນ​ຈາກ​ມະ​ຫາ​ວິ​ທະ​ຍ​າ​ໄລ​ຈອນ​ສ ຮອບກິນ​ສຂອງ​ອາ​ເມ​ຣິ​ກາ​ວ່າ: ​ເນື່ອງ​ຈາກວ່າ​ເຊື້​ອ​ພະ​ຍາດ​ໂຄວິ​ດ-19 ກາຍ​ພັນ​ເດວ​ຕາ​ໄດ້​ແຜ່​ລະ​ບາດ​ຢ່າງວ່ອງ​ໄວ ແລະ​ການ​ສັກ​ວັກ​ຊີນໂຄວິ​ດ-19 ໄດ້​ດຳ​ເນີນ​ໄປ​ຢ່າງ​ຊັກ​ຊ້າ, ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ເຂດ​ແຄວ້ນ​ຕ່າງໆ​ທີ່​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິ​ດ-19 ຮ້າຍ​ແຮງ​ທີ່​ສຸດ. ໃນ​ອາ​ທິດ​ທີ່​ຜ່ານມ​າ, ຜູ້​ຖືກ​ບົ່ງ​ມະ​ຕິເປັນພະ​ຍ​າດ​ໂຄວິດ-19 ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໄດ້​ເພີ່ມ​ຂຶ້ນ 41%, ຜູ້ຕິດ​ເຊື້ອ​ພະ​ຍາດເພີ່ມ​ໃໝ່​ມີຫຼາຍກວ່າ 5 ແສນ​ກໍ​ລະ​ນີ. ມາ​ຮອດ​ປັດ​ຈຸ​ບັ​ນ, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​​ເປັນ​ພະ​ຍາດຢູ່​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໄດ້​ລື່ນ​ກາຍ​ອາ​ເມ​ຣິ​ກາ​ລາ​ຕິນ​ ແລະ​ອິນ​ເດຍ ເຊິ່ງ​ເປັນ​ເຂດ​ທີ່​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຮ້າຍ​ແຮງ​ທີ່​ສຸດ.

ຄຳ​ເຫັນ

0