郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ແລະ​ບ​ຣູ​ໄນ​ສົ່ງ​ສານອວຍ​ພອນ​ກັນແລະ​ກັນ​ເນື່ອງ​ໃນ​ໂອ​ກາດ​ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ຈີນ-ອາ​ຊຽນ​ຄົບ​ຮອບ30ປີ

2021-07-20 17:32:15 cri

ວັນ​ທີ19ກໍ​ລະ​ກົດ​ນີ້,ທ່ານ​ຫຼີ​ເຄີ້​​ສຽງ ນາ​ຍົ​ກ​ລັດຖະ​ມົນ​ຕີ​ຈີນແລະ​ສົມ​ເດັດ​ຮາ​ຈີ ຮາ​ຊາ​ນາ ໂບເກຍ ​ພະ​ລາ​ຊາ​ທິ​ບໍ​ດີ​ແຫ່ງບ​ຣູ​ໄນ​ທີ່​ເປັນ​ປ​ະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ອາ​ຊຽນ ໄດ້​ສົ່ງ​ສານອວຍ​ພອນກັນ​ແລະ​ກັນ​ເນື່ອງ​ໃນ​ໂອ​ກາດ​ວັນ​ສ້າງ​ຕັ້ງສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ຈີນ-ອາ​ຊຽນ​ຄົບ​ຮອບ30ປີ.

​ໃນ​ສານອວຍ​ພອນ​ຂ​ອງທ່ານ​ຫຼີ​ເຄີ້​ຊຽງ​ລະ​ບຸ​ວ່າ: ​ຕະ​ຫຼອດ​ໄລ​ຍະ30ປີ​ຜ່ານ​ມາ,ຈີນ​ແລະ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໄດ້​ເປັນ​ແບບ​ຢ່າງ​​ໃຫ້​ແກ່ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ອາ​ຊີ​ປາ​ຊິ​ຟິກ​ໂດຍ​ໄດ້​ພ້ອມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ​ນາໆ. ປັດ​ຈຸ​ບັນ ການ​ພົວ​ພັນ​ຈີນ-ອາ​ຊຽນ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່​ແຫ່ງ​ການ​ພັ​ດ​ທະ​ນາ​ຢ່າງ​ຮອບ​ດ້ານ,ຈີນ​ຍິນ​ດີ​ຮ່ວມ​ກັບ​ອາ​ຊຽນ​ເກາະ​ແຂນ​ກັນ​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ໃຫ້​ມີ​ລະ​ດັບ​ສູງກວ່າ​ເກົ່າ,ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາດ​ຕາ​ກຳ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ,ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊ​າ​ຊົນ​ຫຼາຍກວ່າ 2 ຕື້ກວ່າ​ຄົນໃນ11ປະ​ເທດ​ຂອງ​ສອງ​ຝ່າຍ.

ໃນ​ສານອວຍ​ພອນຂອງ​ສົມ​ເດັດ​ພະ​ລາ​ຊາ​ທິ​ບໍ​ດີ​ຮາ​ຊາ​ນລະ​ບຸ​ວ່າ: ການ​ພົວ​ພັນ​ອາ​ຊຽນ-ຈີນ​ໃນ​ໄລ​ຍະ30ປີທີ່​ຜ່ານ​ມາ ​ໄດ້​ຮັບ​ໝາກ​ຜົນ​ອັນ​ອຸ​ດົມ​ສົມ​ບູນ,ໄດ້​ກາຍ​ເປັນໜຶ່ງ​ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະສາ​ດ​ແລະ​ຮອບ​ດ້ານ​​ຫຼາຍ​ທີ່​ສຸດ.ສອງ​ຝ່າຍ​ໄດ້​ເກາະ​ແຂ​ນ​ຮ່ວມ​ມື​ກັນ​ເພື່ອ​ຕ້ານ​ກັບພະ​ຍາດ​ໂຄວິດ-19,ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ໃນດ້ານ​ເສດ​ຖະ​ກິດ​ການ​ຄ້າ,ວັດ​ທະ​ນະ​ທຳ​ແລະ​ຂົງ​ເຂດ​ອື່ນໆ​ໄດ້​ຂະ​ຫຍາຍ​ຕົວ​ເຂົ້າສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດຢັ້ງ.ເຊື່ອ​ວ່າ ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດອາ​ຊຽນ-ຈີ​ນ​ຈະ​ສ້າງ​ອະ​ນາ​ຄົດ​ທີ່ສົດ​ໃສກວ່າ​ເກົ່າ​ໃຫ້​ແກ່​ປະ​ຊາ​ຊົນ​ທັງ​ສອງ​ຝ່າຍ.

ຄຳ​ເຫັນ

0