吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຖາ​ນີ​ໂພນ​ໂຮງທາງ​ລົດ​ໄຟ​ຈີນ-ລາ​ວ​ສ້າງ​ສຳ​ເລັດ​ແລ້ວ

2021-07-24 13:57:23 CRI

ສະ​ຖາ​ນີ​ໂພນ​ໂຮງທາງ​ລົດ​ໄຟ​ຈີນ-ລາ​ວ​ສ້າງ​ສຳ​ເລັດ​ແລ້ວ_fororder_1627031087173_918_776x516

 

     ວັນ​ທີ 23 ກໍ​ລະ​ກົດ​ນີ້, ສະ​ຖາ​ນີ​ໂພນ​ໂຮງທາງ​ລົດ​ໄຟ​ຈີນ-ລາວ​ທີ່​ກຸ່ມ​ບໍ​ລິ​ສັດ​​ກໍ່​ສ້າງ​ທາງ​ລົດ​ໄຟ​ຈີນ​ເປັນ​ຜູ້ກໍ່​ສ້າງ​ໄດ້​ສ້າງ​ສຳ​ເລັດ​ກ່ອນ​ໝູ່​ໃນສະ​ຖາ​ນີລົດ​ໄຟ 10 ແຫ່ງ​​ທາງ​ລົດ​ໄຟ​ຈີນ-ລາວຕອນ​ໃນ​ດິນ​ແດນ​ປະ​ເທດ​ລາວ, ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ເຂົ້າ​ສູ່​ໄລ​ຍະ​ສຸດ​ທ້າຍ​ແລ້ວ.

 

ສະ​ຖາ​ນີ​ໂພນ​ໂຮງທາງ​ລົດ​ໄຟ​ຈີນ-ລາ​ວ​ສ້າງ​ສຳ​ເລັດ​ແລ້ວ_fororder_1627031072141_366_768x513

 

    ສະ​ຖາ​ນີ​ໂພນ​ໂຮງ​ຕັ້ງ​ຢູ່​ເມືອງ​ໂພນ​ໂຮງ ເທດ​ສະ​ບານແຂວງວຽງ​ຈັນ, ເນື້ອ​ທີ່​ການ​ກໍ່​ສ້າງ​ຂອງ​ສະ​ຖາ​ນີ​ລົດ​ໄຟ​ມີ 1.498,7 ຕາ​ແມັດ, ເປັນ​ສະ​ຖາ​ນີ​ຂະ​ໜາດ​ນ້ອຍ, ເລີ່ມ​ກໍ່​ສ້າງ​ແຕ່​ວັນ​ທີ 15 ພຶດ​ສະ​ພາ​ປີ 2020.

 

     ທາງ​ລົດ​ໄຟ​ຈີນ-ລາວ​ທິດ​ເໜືອ​ເລີ່ມ​ແຕ່​ນະ​ຄອນ​ຄຸ່ນ​ມີງ ​ເທດ​ສະ​ບານ​ແຂວງ​ຢູນ​ນານ​ສ.ປ.​ຈີນ, ທິດ​ໃຕ້​ລົງຮອດ​ນະ​ຄອນ​ຫຼວງວຽງ​ຈັນ. ໃນ​ນັ້ນ, ຕອນ​ໃນ​ປະ​ເທດ​ລາວ​ຍາວ 422,4 ກິ​ໂລ​ແມັດ, ​ໃນ​ການ​ກໍ່​ສ້າງ​ແມ່ນນຳ​ໃຊ້​ມາດ​ຖານ​ເຕັກ​ນິກ​ຂອງ​ຈີນ, ນຳ​ໃຊ້​ເຄື່ອງ​ອຸ​ປະ​ກອນ​ຂອງ​ຈີນ ແລະ ​ເຊື່ອມ​ຕໍ່​ກັບ​ເຄືອ​ຂ່າຍ​ທາງ​ລົດ​ໄຟ​ຂອງ​ຈີນ​ໂດຍ​ກົງ.

ຄຳ​ເຫັນ

0