蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຈົ້າ​ໜ້າ​ທີ່​​ກິ​ລາ​ຂອງ​ລາວ​ຄອງ​ຄອຍ​ແລະ​ສະ​ໜັບ​ສະ​ໜູນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ປີ 2022

2021-07-28 14:54:22 CRI

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ສິດ​ທິ​ໄຊ ສັກ​ປະ​ເສີດ ຮັກ​ສາ​ການ​ປະ​ທານ​​ສະ​ຫະ​ພັນ​​ແລ່ນ​ແລະ​ລານ​ແຫ່ງ​ຊາດ​ລາວ​ໄດ້ໃຫ້​ສຳ​ພາດ​ຕໍ່ວິ​ທະ​ຍຸ​ແຫ່ງ​ຊາດ​ລາວ​ວ່າ: ຕົນ​ຄອງ​ຄອຍ​ແລະ​ສະ​ໜັບ​ສະ​ໜູນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ປີ 2022.

ທ່ານ​ສິດ​ທິ​ໄຊ ສັກ​ປະ​ເສີດ​ກ່າວ​ຕື່ມ​ວ່າ: ຈີນ​ບໍ່​​ໄດ້​ດ້ອຍ​ໄປກວ່າ​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ, ​ຈີນ​ຍັງ​ເກັ່ງ​ກວ່າ​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ໃນ​ການ​ຈັດ​ງານ​ກິ​ລາ​ສາ​ກົນ​ຂະ​ໜາດ​ໃຫຍ່. ຂ້າ​ພະ​ເຈົ້າ​ເຄີຍ​ນຳ​ພາ​ນັກ​ກິ​ລາ​ໄປ​ຝຶກ​ຊ້ອມ​ແລະ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຢູ່​ປະ​ເທດ​ຈີນ, ສະ​ຖານ​ທີ່​ແຂ່ງ​ຂັນ​ທຸກ​ບ່ອນ​ຂອງ​ຈີນ​ມີ​ອຸ​ປະ​ກອນ​ຄົບ​ຊຸດ ແລະ ມີ​ເງື່ອນ​ໄຂ​ທີ່​ດີ​ທຸກ​ດ້ານ ເຊິ່ງ​ເຮັດ​ໃຫ້​​ຂ້າ​ພະ​ເຈົ້າ​ມີ​ຄວາມ​ຮູ້​ສຶກ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​. ຂ້າ​ພະ​ເຈົ້າ​ຍັງ​​ຈື່​ຈຳຄວາມ​​ອະ​ລັງ​ການຂອງງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ປີ 2008. ພວກ​ເຮົາ​ເຊື່ອໝັ້ນ​ວ່າ: ປະ​ຊາ​ຊົນ​ຈີນ​ຍ່ອມ​ຈະ​ສາ​ມາດ​ຜ່ານ​ຜ່າ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄັ້ງ​ນີ​ໄດ້​ຢ່າງ​ສຳ​ເລັດ​ຜົນ​ຕາມ​ເວ​ລາ​ກຳ​ນົດ ພ້ອ​ມ​ທັງ​ຈະ​ສ້າງ​ກະ​ແສ​ນິ​ຍົມ​ດ້ານ​ກິ​ລາ​ຂອງ​ອາ​ຊີ​ອີກ​ຄັ້ງ​ໜຶ່ງ. ​ປະ​ເທດລາວ​ສະ​ໜັບ​ສະ​ໜູນ ແລະ ຄອງ​ຄອຍ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ປີ 2022 ເປັນ​ຢ່າງ​ຍິ່ງ.

ຄຳ​ເຫັນ

0