尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ສອນ​ໄຊ ສີ​ພັນ​ດອນ ເດີນ​ທາງ​ໄປ​ສຳ​ຫຼວດກວດ​ເບິ່ງ​ການ​ກໍ່​ສ້າງ​ສະ​ຖາ​ນີ​ທາງ​ລົດ​ໄຟ​ລາວ-ຈີນ

2021-07-28 17:46:36 cri

      ວັນ​ທີ 24 ກໍ​ລະ​ກົດ​ນີ້, ທ່ານ ​ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງແຜນ​ການແລະ​ການ​ລົງ​ທຶນ​​ຂອງລາວ​ໄດ້​​ເດີນ​ທາງ​ໄປ​ສຳ​ຫຼວດກວດ​ເບິ່ງສະ​ຖານ​ທີ່​ກໍ່​ສ້າງ​ສະ​ຖາ​ນີ​​ກາ​ສີ​ແລະ​ສະ​ຖາ​ນີ​ວັງວຽງ​ຂອງ​ທາງ​ລົດ​ໄຟ​ລາວ-ຈີນ, ​ນີ້​ແມ່ນ​ຄັ້ງ​ທີ​ສອງ​ທີ່​ການ​ເດີນ​ທາງ​ໄປ​ສຳ​ຫຼວດກວດ​ເບິ່ງ​ທາງ​ລົດ​ໄຟ​ລາວ-ຈີນ​ພາຍ​ຫຼັງ​ທີ່​ທ່ານ​ໄດ້​ເດີນ​ທາງ​ໄປ​ສຳ​ຫຼວດກວດ​ເບິ່ງ​ສະ​ຖາ​ນີ​ວຽງ​ຈັນ​ໃນ​ວັນ​ທີ 10 ມິ​ຖຸ​ນາ​ຜ່ານ​ມາ.
 

      ຫຼັງ​ຈາກ​​ທີ່​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສຳ​ຫຼວດກວດ​ເບິ່ງສະ​ຖານ​ທີ່​ກໍ່​ສ້າງ​ສະ​ຖາ​ນີ​ສອງ​ແຫ່ງ​ດັ່ງ​ກ່າວ​ແລ້ວ, ທ່ານ​ພ້ອມ​ດ້ວຍ​ຄະ​ນະ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ສະ​ພາບ​ຄວາມ​ຄືບ​ໜ້າ​ຂອງ​ສະ​ຖາ​ນີ​ສອງ​ແຫ່ງ​ດັ່ງ​ກ່າວ​ໃນ​ປັດ​ຈຸ​ບັນ​ກໍ​ຄື​ບັນ​ຫາ​ທີ່​ຕ້ອງ​ໄດ້​ປະ​ສານ​ງານ​ກັນ​ເພື່ອແກ້​ໄຂ​ແລະ​ບັນ​ຫາ​ອື່ນໆ. ນອກ​ນີ້, ທ່ານ ​ສອນໄຊ ສີ​ພັນ​ດອນ​ຍັງ​ໄດ້​ສອບ​ຖາມ​ສະ​ພາບການ​ເຂົ້າ​ອອກ​ສະ​ຖາ​ນີ​ຂອງ​ລົດ​ໄຟ,ບ່ອນ​ຈອດ​ລົດ​ແລະ​ສະ​ພາບ​​ການກໍ່​ສ້າງ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ແລະ​ອື່ນໆ​ຢ່າງ​ລະ​ອ​ຽດ. ​ໃນ​ໂອ​ກາດ​ນີ້​ທ່ານ​ໄດ້​ໃຫ້​ທິດ​ຊີ້​ນຳ​ວ່າ: ປີ​ນີ້ແມ່ນ​ປີ​​ສ້າງ​ຕັ້ງສາຍ​ພົວ​ພັນ​ທາງ​ການ​ທູດ​ລາວ-ຈີນ​ຄົບ​ຮອບ 60 ປີ, ທັງ​ເປັນ​ປີ​​ຈະ​ເປີດ​ບໍ​ລິ​ການ​ການ​ແລ່ນ​ລົດ​ໄຟ​ຄວາມ​ໄວ​ສູງ​ລາວ-ຈີນ, ລັດ​ຖະ​ບານ​ລາວ​ຈະ​ສຸມ​ຄວາມ​ພະ​ຍາ​ຍາມ​ຢ່າງ​ສຸດ​ຂີດ​ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແລະ​ການ​ຊ່ວຍ​ເຫຼືອ​ແກ່​ການກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ,​ຮັບ​ປະ​ກັນໃຫ້​​ໂຄງ​ການ​ທາງ​ລົດ​ໄຟ​​ລາວ-ຈີນສ່ວນ​ທີ່​ເຫຼືອ​​ນັ້ນ​ໄດ້​ຮັບ​ການ​ຊຸກ​ຍູ້​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງ.

ຄຳ​ເຫັນ

0