刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຟິ​ລິບ​ປິນ​ກ່າວ​ວ່າ: ການ​ຄົ້ນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ຕ້ອງ​ການ​ຄຳ​ຕອບ​ຕາມຫຼັກ​ວິ​ທະ​ຍາ​ສາດ

2021-08-03 10:34:11 cri

 

ວັນ​ທີ 2 ສິງ​ຫາ​ນີ້, ທ່າແຮ​ຣີ ຣອກ ໂຄ​ສົກ​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ: ເຊື້ອ​ພະ​ຍາດ​ໂຄວິດ-19 ແມ່​ນ​ສັດ​ຕູ​ຂອງມວນ​ມະ​ນຸດ, ທົ່ວ​ໂລກ​ຄວນ​ຮ່ວມ​ມື​ກັນ​ຮັບ​ມື​ກັບ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ຫາກ​ຫັນ​ບັນ​ຫາ​ນີ້​ກາຍ​ເປັນ​ບັນ​ຫາ​ການ​ເມືອງ ກໍ​ຈະ​ເປັນ​ການ​ກີດ​ຂວາງ​​ຄວາມ​ພະ​ຍາ​ຍາ​ມ​ໃນ​ການ​ຕ້ານ​ກັບ​ພະ​ຍາດ.

ທ່ານ​ຣອກ​ກ່າວ​ວ່າ: ກ່ອນ​ໜ້າ​ນີ້, 48 ປະ​ເທດ​ໄດ້​ສົ່ງ​ຈົດ​ໝາຍ​ເຖິງຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກເພື່ອ​ຄັດ​ຄ້ານ​ການ​ຫັນ​ການ​ຄົ້ນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ກາ​ຍ​ເປັນ​ບັນ​ຫາ​ການ​ເມືອງ. ລັດ​ຖະ​ບານ​ຟິ​ລິບ​ປິນ​ກໍ​ໄດ້​ສະ​ໜັບ​ສະ​ໜູນຫຼັກ​ໝັ້ນ​ນີ້. ທ່ານ​ກ່າວ​ຕື່ມ​ວ່າ: ການ​ຄົ້ນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ແມ່ນ​ບັນ​ຫາ​ຮີບ​ດ່ວນຫຼາຍ, ແຕ່​ຄວນ​ແກ້​ໄຂ​ດ້ວຍ​ການ​ຄົ້ນ​ຄວ້າ​ຕາມຫຼັກ​ວິ​ທະ​ຍາ​ສາດ. ພວກ​ເຮົາ​ຕ້ອງ​ການ​ຄຳ​ຕອບ​ຕາມຫຼັກ​ວິ​ທະ​ຍາ​ສາດ, ແຕ່ບໍ່​ແມ່ນ​ຄຳ​ຕອບ​ໃນ​ທາງ​ການ​ເມືອງ.

ຄຳ​ເຫັນ

0