秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພະຍາດໂຄວິດ-19 ສືບຕໍ່ແຜ່ລະບາດຢູ່ມຽນມາ ອາສາສະໝັກຈຳນວນຫຼວງຫຼາຍໄດ້ເຂົ້າຮ່ວມວຽກງານຕ້ານກັບພະຍາດ

2021-08-10 15:06:11 cri

ວັນ​ທີ 9 ສິງ​ຫາ​ນີ້, ກະ​ຊວງ​ສາ​ທາ​ລະ​ນະ​ສຸກມຽ​ນ​ມາ​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ: ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ກວດ​ພົບ​ໃນ​ມື້​ດັ່ງ​ກ່າວ​ມີ 3611 ກໍ​ລະ​ນີ, ອັດ​ຕາ​ບົ່ງ​ມະ​ຕິ​ມີ​ເຖິງ 29,6%, ​ຜູ້​ເປັນ​ພະ​ຍາດລວມ​ທັງ​ໝົດ​ມີ 333.127 ກໍ​ລະ​ນີ. ຜູ້​ເສຍ​ຊີ​ວິດ​ໃນ​ມື້​ດັ່ງ​ກ່າວ 238 ຄົນ, ອັດ​ຕາ​​ການເສຍ​ຊີ​ວິດ​ມີ​ເຖິງ 6,6%, ​ຜູ້​ເສຍ​ຊີ​ວິດລວມ​ທັງ​ໝົດ​ມີ 12.014​ ຄົນ.

ມຽ​ນ​ມາ​​ໄດ້ເກີດ​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຮອບ​ທີ 3 ​ເປັນ​ເວ​ລາຫຼາຍກວ່າ 3 ເດືອນ​ແລ້ວ, ປັດ​ຈຸ​ບັນ, ພະ​ຍາດ​ໂຄວິ​ດ-19 ຍັງ​ສືບ​ຕໍ່​ແຜ່​ລະ​ບາດ ເຊິ່ງ​ເຮັດ​ໃຫ້​ພະ​ນັກ​ງານ​ການ​ແພດ​ມີ​ຄວາມ​ອິດ​ເມື່ອຍຫຼາຍ. ສະ​ນັ້ນ, ປັດ​ຈຸ​ບັນ, ອາ​ສາ​ສະ​ໝັກ​ຈຳ​ນວນຫຼວງຫຼາຍ​ໄດ້​ເລີ່ມ​ເຂົ້າ​ຮ່ວມ​ວຽກ​ງານ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເຊິ່ງ​ໄດ້​ແກ້​ໄຂ​ຂໍ້​ບົກ​ຜ່ອງ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລ​ະ​ບາດ​ຂອງ​ພະ​ຍາດທີ່​ເກີດ​ຈາກ​ຈຳ​ນວນພະ​ນັກ​ງານ​ການ​ແພດ​ບໍ່​ພຽງ​ພໍ.

ຄຳ​ເຫັນ

0