秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສປປ ລາວ ຮັບວັກຊີນອີກ 1 ລ້ານໂດສຈາກ ສປ ຈີນຢ່າງເປັນທາງການ

2021-08-12 10:29:02 cri

ສປປ ລາວ ຮັບວັກຊີນອີກ 1 ລ້ານໂດສຈາກ ສປ ຈີນຢ່າງເປັນທາງການ_fororder_22

ວັນທີ 11 ສິງຫາ 2021, ທີ່ກະຊວງສາທາລະນະສຸກ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ພັກ, ລັດ ແລະປະຊາຊົນລາວຮັບວັກຊີນຊີໂນຟາມທີ່ລັດຖະບານແຫ່ງ ສປ ຈີນມອບໃຫ້ 1,000,000 ໂດສ. ໃນໂອກາດນີ້ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດແຫ່ງ ສປ ຈີນປະຈໍາສປປລາວ ພ້ອມດ້ວຍລັດຖະມົນຕີກະຊວງສາທາລະນະສຸກ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສປປ ລາວ ຮັບວັກຊີນອີກ 1 ລ້ານໂດສຈາກ ສປ ຈີນຢ່າງເປັນທາງການ_fororder_11

ທ່ານ ພັນຄໍາ ວິພາວັນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈແລະຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດ ແລະປະຊາຊົນຈີນ ອ້າຍນອ້ງ ພ້ອມທັງກ່າວວ່າ: ການຊ່ວຍເຫຼືອວັກຊີນຂອງລັດຖະບານຈີນຄັ້ງນີ້ ເປັນການຕອບສະໜອງຢ່າງທັນການ ຕໍ່ການສະເໜີຂອງລັດຖະບານລາວ, ທັງເປັນການສະແດງເຖິງຄວາມຫວ່ງໃຍ, ຄວາມຮັກແພງສາມັກຄີ ແລະນ້ໍາໃຈອັນດູດດື່ມ ຂອງພັກ, ລັດ ແລະປະຊາຊົນ ຈີນອ້າຍນ້ອງ ທີ່ມີຕໍ່ພັກ, ລັດ ແລະປະຊາຊົນລາວ. ວັກຊີນ 1 ລ້ານ ໂດສ ນີ້ເປັນຂອງຂວັນ ອັນລໍ້າຄ່າ ແລະມີຄຸນປະໂຫຍດສູງຕໍ່ການສະກັດກັ້ນ, ປ້ອງກັນ ແລະຕ້ານ ການລະບາດຂອງໂຄວິດ-19 ຢູ່ ສປປ ລາວ ເພື່ອໃຫ້ລັດຖະບານລາວບັນລຸເປົ້າຫມາຍສັກວັກຊີນໃຫ້ພົນລະເມືອງລາວໃຫ້ໄດ້ 50% ຂອງປະຊາກອນພາຍໃນປີ 2021 ໃຫ້ສໍາເລັດ. ການຊ່ວຍເຫຼືອໃນຄັ້ງນີ້, ຍັງເປັນສິ່ງຢືນຢັນໃຫ້ເຫັນເຖິງການເປັນເພື່ອນມິດຖານສະຫາຍອ້າຍນ້ອງທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານຫມັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ. ທ່ານນາຍົກຍັງໄດ້ສະແດງຍ້ອງຍໍຊົມເຊີຍ ແລະຄວາມປີຕິຍິນດີຕໍ່ການນໍາພັກ, ລັດ ແລະປະຊາຊົນຈີນອ້າຍນ້ອງ ຕໍ່ການສະເຫຼີມສະຫຼອງຄົບຮອບ 100 ປີ ແຫ່ງການສ້າງຕັ້ງພັກກອມມູນິດຈີນຢ່າງຍິ່ງໃຫ່ຍ. ນອກນັ້ນ, ສອງປະເທດພວກເຮົາຍັງຈະໄດ້ຮ່ວມກັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະສປ ຈີນ ຄົບຮອບ 60 ປີ ແລະປີມິດຕະພາບລະຫວ່າງລາວ-ຈີນ, ຈີນ-ລາວນໍາອີກ.

ສປປ ລາວ ຮັບວັກຊີນອີກ 1 ລ້ານໂດສຈາກ ສປ ຈີນຢ່າງເປັນທາງການ_fororder_33

ທ່ານ ຈ່ຽງຈ້າຍຕົ່ງ ກ່າວວ່າ: ພາຍໃຕ້ສະຖານະການທີ່ພະຍາດໂຄວິດ-19 ພວມລະບາດຢູ່ທົ່ວໂລກ, ການສັກວັກແຊງໃຫ້ປະຊາຊົນໃຫ້ທົ່ວເຖິງຢູ່ບັນດາປະເທດກຳລັງພັດທະນານັ້ນເປັນສິ່ງທ້າທາຍອັນໜຶ່ງ. ຈີນໄດ້ປະຕິບັດຕາມຄຳໝັ້ນສັນຍາທີ່ເອົາວັກແຊງເປັນຜະລິດຕະພັນສາທາລະນະຢ່າງສະເໝີຕົ້ນສະເໝີປາຍ ໂດຍໄດ້ມອບວັກແຊງໃຫ້ແກ່ບັນດາປະເທດຫຼາຍກວ່າ 770 ລ້ານໂດສ ເຊິ່ງເປັນອັນດັບ 1 ຂອງໂລກ. ໃນຖານະທີ່ເປັນຄູ່ຮ່ວມຊາຕາກຳ, ຝ່າຍຈີນໄດ້ໃຫ້ຄວາມສຳຄັນສູງຕໍ່ການຮ່ວມມືການຕ້ານພະຍາດໂຄວິດ-19 ກັບຝ່າຍລາວ ໂດຍໄດ້ມອບວັກແຊງເກືອບ 3 ລ້ານໂດສໃຫ້ແກ່ລາວ ແລະຈະສືບຕໍ່ມອບວັກແຊງພ້ອມອຸປະກອນການແພດທີ່ຈຳເປັນອີກຊຸດໃຫ້ແກ່ລາວນໍາອີກ.

ຂໍ້ມູນໃຫ້ຮູວ່າ: ໄລຍະຜ່າມາເຖິງປັດຈຸບັນ ສປ ຈີນໄດ້ມອບວັກຊີນໃຫ້ ສປປ ລາວມາແລ້ວທັງໝົດ 5 ຄັ້ງ ລວມທັງໝົດ 2,900,000 ໂດສ ແລະພາຍໃນເດືອນສິງຫານີ້, ສປ ຈີນຍັງຈະສະໜອງວັກຊີນໃຫ້ ສປປ ລາວໃນໄວໆນີ້.

ຄຳ​ເຫັນ

0