尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທາ​ງ​ການ​ພະ​ນົມ​ເປັນ​ກວດ​ກາ​ສະ​ຖານ​ທີ່​ບັນ​ເທີງ​ທີ່​ເປີດ​ບໍ​ລິ​ການແບບ​ລະ​ເມີດ​ຂໍ້​ກຳ​ນົດ​ຢ່າງ​ເຄັ່ງ​ຄັດ

2021-08-29 16:56:25 cri

      ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ເຊື້ອ​ພະ​ຍາດ​ໂຄວິດ-19 ສາຍ​ພັນ​ເດວ​ຕາ​ໄດ້​ແຜ່​ລະ​ບາດ​ຢູ່​ກຳ​ປູ​ເຈຍ​ຢ່າ​ງ​ຕໍ່​ເນື່ອງ.
 

      ຕາມ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ກຳ​ປູ​ເຈຍ​ແຈ້ງ​ໃຫ້​ຮູ້​ໃນ​ວັນ​ທີ 28 ສິງ​ຫາ​ນີ້​ວ່າ: ຢູ່​ກຳ​ປູ​ເຈຍ​ໄດ້​ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່ 401 ກໍ​ລະ​ນີ, ຜູ້​ໄດ້​ຮັບ​ການ​ປິ່ນ​ປົວ​ໃຫ້​ຫາຍ​ຂາດ​ແລະ​ອອກ​ໂຮງ​ໝໍ​ເພີ່ມ​ໃໝ່ 475 ກໍ​ລະ​ນີ, ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່ 12 ​ຄົນ. ໃນ​ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19, ມີ 285 ກໍ​ລະ​ນີ​ແມ່ນ​ຜູ້​ເປັນ​ພະ​ຍາດ​ຍ້ອນ​ໄດ້​ຕິດ​ເຊື້ອພະ​ຍາດ​ຈາກ​ເຂດ​ຊຸ​ມ​ຊົນ, ມີ 116 ກໍ​ລ​ະ​ນີ​ແມ່ນ​ຜູ້​ຖືກ​ບົ່ງ​ມະ​ຕິ​ທີ່​ໄດ້​ຕິດ​ເຊື້ອ​ພະ​ຍາດ​ມາ​ຈາກ​ຕ່າງ​ປະ​ເທດ,ສ່ວນ​ຫຼາຍ​ມາ​ຈາກ​ໄທ.
 

      ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ໃນ​ຖາ​ນະ​ເປັນ​ເຂດ​ທີ່​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ສາຍ​ພັນ​ເດວ​ຕາ​ຢ່າງ​ໜັກ​ໜ່ວງ​ໃນ​ຄັ້ງ​ນີ້, ໄດ້​ມີ​ຫຼາຍ​ຮ້ອຍ​ຄົນ​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດແລ້ວ. ທ່ານ ຄຸງ ເສ​ຣັງ ເຈົ້າ​ຄອງ​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ໄດ້​ຮຽກ​ຮ້ອງ​ໃຫ້​ອຳ​ນາດ​ການ​ປົກ​ຄອງ 14 ​ເມືອງຂອງ​ທົ່ວ​ນະ​ຄອນ​ຫຼວງ​ຕ້ອງ​ເຮັດ​ວຽກ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ໃຫ້​ດີ, ຫ້າມ​ບໍ່​ໃຫ້​ສະ​ຖານ​ທີ່​ບັນ​ເທີງ​ຢູ່​ໃນ​ເຂດ​ຕົນ​ເຊັ່ນ: ​ຮ້ານຄາ​ລາ​ໂອ​ເຄແລະ​ອື່ນໆ​ເປີດ​ບໍ​ລິ​ການ​ແບບ​ລະ​ເມີດ​ຂໍ້​ກຳ​ນົດ. ທ່ານ ຄຸງ​ເສ​ຣັງ ກ່າວ​ຕື່ມ​ວ່າ: ໃນ​ໄລ​ຍະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19,  ຢູ່​ບາງ​ເມືອງ​ຍັງ​ມີ​ສະ​ພາບ​ທີ່​ສະ​ຖານ​ທີ່​ບັນ​ເທີງ​ເປີດ​ບໍ​ລິ​ການແບບ​ລະ​ເມີ​ດ​ຂໍ້​ກຳ​ນົດ​ແບບ​ລັບ​ລີ້,ອຳ​ນາດ​ການ​ປົກ​ຄອງ​ຂອງ​ແຕ່​ລະ​ເມືອງ​ຕ້ອງ​ໂຈມ​ຕີ​ການ​ກະ​ທຳ​ແບບ​ນີ້​ຢ່າງ​ເຂັ້ມ​ງວດ​ຫາກ​ບໍ່​ແມ່ນ​ການ​ກ່າວ​ເຕືອນ​ທາງ​ປາກ​ເວົ້າ​ເທົ່າ​ນັ້ນ.

ຄຳ​ເຫັນ

0