刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຄງການສະໜອງໄຟຟ້າທາງລົດໄຟລາວ-ຈີນນຳໃຊ້ພະລັງງານກາກບອນຕ່ຳ

2021-08-31 17:20:38 cri

ໂຄງການສະໜອງໄຟຟ້າທາງລົດໄຟລາວ-ຈີນນຳໃຊ້ພະລັງງານກາກບອນຕ່ຳ_fororder_0

ວັນທີ31 ສິງຫາ 2021, ໂຄງການສະໜອງໄຟຟ້າໃຫ້ທາງລົດໄຟລາວ-ຈີນທີ່ໄດ້ນຳໃຊ້ພະລັງງານກາກບອນຕໍ່າໄດ້ຜ່ານການກວດສອບສຳເລັດວຽກງານ, ສາມາດເຂົ້າໄປດຳເນີນງານ ແລະໄດ້ສ້າງພື້ນຖານໃຫ້ແກ່ການແລ່ນລົດຂອງທາງລົດໄຟລາວ-ຈີນໃນທ້າຍປີນີ້.

ໂຄງການນີ້ມີຄວາມຍາວ936 ກິໂລແມັດ, ມີເຫຼັກເສົາໄຟທັງໝົດ 2,220 ຕົ້ນ ໂດຍສະໜອງພະລັງງານໄຟຟ້າໃຫ້ແກ່ສະຖານີລາກແກ່ທັງໝົດ 24 ສາຍ,ໂດຍແມ່ນບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ ແລະບໍລິສັດລົງທຶນພະລັງງານໄຟຟ້າລາວ-ຈີນຈຳກັດເປັນຜູ້ລົງທຶນກໍ່ສ້າງ.ທ່ານ ຫວງວູນກ່າງ ຜູ້ອຳນວຍການບໍລິສັດລົງທຶນພະລັງງານໄຟຟ້າລາວ-ຈີນ ກ່າວວ່າ:ຈີນ ແລະລາວ ເປັນປະເທດທີ່ມີພູຜາປ່າໄມ້ ແລະແມ່ນໍ້າອັນອຸດົມສົມບູນ, ດັ່ງນັ້ນ ທາງລົດໄຟລາວ-ຈີນຈະກາຍເປັນທາງລົດໄຟທີ່ໃຊ້ພະລັງງານໄຟຟ້າສີຂຽວ ແລະມີກາກບອນຕ່ຳ, ແລະມັນຍັງຈະເປັນເສັ້ນທາງແຫ່ງການພັດທະນາໃນສະຕະວັດທີ່ຈະເຮັດໃຫ້ເກີດມີ “ເຄື່ອງໝາຍບວກ” ຫຼາຍຢ່າງ. ນອກນັ້ນ, ທ່ານ ຈົ່ງສຽວທ່າວ ຜູ້ອຳນວຍການໃຫ່ຍ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນຈຳກັດ ໄດ້ກ່າວຕື່ມວ່າ: “ເຄື່ອງໝາຍບວກ”ໝາຍເຖິງການປົກປ້ອງສິ່ງແວດລ້ອມ, ພວກເຮົາຍຶດຖືມາດຕະຖານອັນດຽວກັນທັງຢູ່ພາຍໃນ ແລະຕ່າງປະເທດ ແລະ ນຳໃຊ້ເຕັກໂນໂລຊີທີ່ທັນສະໃໜ ເພື່ອຫຼຸດຜ່ອນຄວາມເສຍຫາຍຕໍ່ສິ່ງແວດລ້ອມ. ທ່ານຍັງໄດ້ກ່າວຕື່ມວ່າ ”ເຄື່ອງໝາຍບວກ” ນີ້ຍັງໄດ້ສ້າງກຸ່ມຄົນທີ່ມີຄວາມສາມາດດ້ານພະລັງງານໄຟຟ້າສໍາລັບປະເທດລາວ ແລະ ກະຕຸ້ນການຈ້າງງານໃນທ້ອງຖິ່ນ, ພ້ອມດຽວກັນນີ້ ຍັງເຮັດໃຫ້ປະຊາຊົນທ້ອງຖີ່ນທີ່ອາໃສຢູ່ຕາມແລວສາຍໄຟມີໄຟຟ້າໃຊ້ພຽງພໍ.

ໂຄງການສະໜອງໄຟຟ້າທາງລົດໄຟລາວ-ຈີນນຳໃຊ້ພະລັງງານກາກບອນຕ່ຳ_fororder_中老铁路玉溪段元江特大桥航拍图。(周志旺 黄进雄 摄)

ນອນນັ້ນ, ຍັງມີປະຊາຊົນ ແລະພະນັກງານໃຫ້ສໍາພາບ ໂດຍທ້າວ ບຸນໄຊ ໜໍຫືຊົງ ປະຊາຊົນບ້ານຫ້ວຍແພ ,ເມືອງໄຊ, ແຂວງອຸດົມໄຊ ເວົ້າວ່າ: ແຕ່ກ່ອນ, ມີພຽງເສັ້ນທາງນ້ອຍພຽງເສັ້ນດຽວທີ່ເຂົ້າໄປໃນໝູ່ບ້ານຂອງຂ້າພະເຈົ້າ, ເມື່ອເວລາຝົນຕົກມັນຈະເປັນທາງຂີ້ຕົມ. ປະຈຸບັນນີ້ມີເສັ້ນທາງທີ່ກວ້າງຂວາງ ແລະສະດວກສະບາຍ, ເຮັດໃຫ້ພວກເຮົາສາມາດຂັບລົດໄຖນາເພື່ອຂົນສົ່ງເຂົ້າເປືອກໄປຂາຍຢູ່ໃນເມືອງໄດ້”. ທ້າວ ແພງ ບຸນລືຫົວໜ້າທີມງານສັນຊາດລາວທີ່ຮັບຜິດຊອບໂຄງການສະໜອງໄຟຟ້າໃຫ້ທາງລົດໄຟລາວ-ຈີນ ເວົ້າວ່າ: ຢູ່ປະເທດລາວ, ເງິນເດືອນຂອງກຳມະກອນກໍ່ສ້າງ ທີ່ມີສີມືແມ່ນສອງເທົ່າຂອງຄົນງານທົ່ວໄປ, ຖ້າຫາກຕ້ອງການເງິນເດຶອນທີ່ເພີ່ມຂຶ້ນ ທ່ານກໍ່ຕ້ອງຍົກສູງລະດັບສີມື. ແລະລາວຍັງໄດ້ກ່າວຕື່ມອີກວ່າ:ຜ່ານການເຂົ້າຮ່ວມໃນການກໍ່ສ້າງໂຄງການຕ່າຂ່າຍໄຟຟ້າ, ຂ້ອຍໄດ້ປະສົບການຫຼາຍຢ່າງເຊັ່ນ: ການກໍ່ສ້າງເຫຼັກເສົາໄຟ, ການກວດສອບ ແລະ ການຕໍ່ສາຍໄຟ ແລະໃນອະນາຄົດຖ້າຫາກສະໝັກວຽກກັບໂຄງການອື່ນ ຂ້ອຍເຊື່ອວ່າ ຂ້ອຍມີໂອກາດສູງທີ່ຈະໄດ້ເປັນພະນັກງານໃນບໍລິສັດນັ້ນ. ນອກນັ້ນ, ທ້າວ ວັນຄຳ ນາກາວົງ ປະຊາຊົນ ບ້ານຫ້ວຍລຽງ ເມືອງງາ ແຂວງອຸດົມໄຊ ກ່າວວ່າ: ຖ້າມີທາງລົດໄຟ, ການຄົມມະນາຄົມກໍຈະສະດວກສະບາຍ, ການຄ້າຂາຍກໍ່ຈະງ່າຍຂື້ນແລະໄດ້ລາຄາດີ ແລະຖານະຄອບຄົວກໍຈະດີຂື້ນກ່ວາເກົ່າ. ຖ້າທາງລົດໄຟລາວ-ຈີນ ເປິດໃຫ້ບໍລິການແລ້ວ ຂ້ອຍຈະພາຄອບຄົວຂອງຂ້ອຍໄປທ່ອງທ່ຽວປະເທດຈີນ.

ໂຄງການສະໜອງໄຟຟ້າທາງລົດໄຟລາວ-ຈີນນຳໃຊ້ພະລັງງານກາກບອນຕ່ຳ_fororder_图为中老铁路云南段(玉磨电铁)外部供电工程9标段投产前,承担施工任务的南方电网云南送变电公司项目工程人员在线塔上开展自检工作。 (张强 摄)

ເສັ້ນທາງລົດໄຟ ລາວ-ຈີນ ເປັນໂຄງການເຊື່ອມຈອດຍຸດທະສາດລະຫວ່າງຂໍ້ລິເລີ່ມ“ ໜຶ່ງແລວໜຶ່ງ ເສັ້ນທາງ” ຂອງຈີນ ແລະ "ການຫັນປະເທດທີ່ບໍ່ມີທາງອອກສູ່ທະເລ ສູ່ປະເທດເຊື່ອມຈອດ "ຂອງສປປລາວ. ແລະ ຍັງເປັນໂຄງການທາງລົດໄຟຢູ່ຕ່າງປະເທດແຫ່ງທຳອິດທີ່ໄດ້ລົງທຶນ ແລະ ດໍາເນີນການກໍ່ສ້າງໂດຍ ສປ ຈີນ, ແລະ ເຊື່ອມຕໍ່ໂດຍກົງກັບເຄືອຂ່າຍທາງລົດໄຟຂອງຈີນ.

 

ຄຳ​ເຫັນ

0