吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ມຽນມາອອກ​ຖະ​ແຫຼ​ງການ​ຄັດຄ້ານການ​ຫັນ​ບັນຫາ​ສຳ​ຫຼວດຫາ​ແຫຼ່ງກຳ​ເນີ​ດຂອງ​ເຊື້ອ​ພະຍາດ​ໂຄ​ວິດ-19​ ​ເປັນ​ບັນຫາ​ການ​ເມືອງ

2021-09-02 16:38:30 cri

ວັນ​ທີ 2 ກັນຍາ​ນີ້, ກະຊວງ​ສາທາລະນະ​ສຸກ​ມຽນມາ​ໄດ້​ອອກ​ຖະ​ແຫຼ​ງການລົງ​​ໃນ​ໜັງສືພິມ “​ແສງ​ໃໝ່​ແຫ່ງມຽນມາ” (The New Light of Myanmar)ທີ່​ເປັນ​ສື່​ມວນ​ຊົນ​ທາງ​ການຂອງ​ມຽນມາ ​​ໂດຍ​ໄດ້​ຊີ້​​ໃຫ້​ເຫັນ​ວ່າ: ມຽນມາ​ຄັດຄ້ານ​ການຫັນບັນຫາການ​ສຳ​ຫຼວດຫາ​ແຫຼ່ງກຳ​ເນີ​ດຂອງ​ເຊື້ອ​ພະຍາດ​ໂຄ​ວິດ-19​ ​ເປັນ​ບັນຫາ​ການ​ເມືອງ, ປະຊາ​ຄົ​ມ​ໂລກ​ຄວນ​ເພີ່ມ​ທະວີ​ຄວາມ​ສາມັກ​ຄີ​ ​ແລະ​ປະສານ​ງານກັນ, ຮ່ວມ​ກັນ​ຕ້ານ​ກັບ​ພະຍາດ​ໂຄ​ວິດ-19.

ຖະ​ແຫຼ​ງການ​ດັ່ງ​ກ່າວ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ປັດຈຸບັນ​ນີ້, ພະຍາດ​ໂຄ​ວິດ-19 ພວມ​ແຜ່​ລະບາດ​ໃນ​ທົ່ວ​ໂລກ, ປະຊາ​ຄົມ​ໂລກ​ຄວນ​ເພີ່ມທະວີ​ຄວາມ​ສາມັກ​ຄີ ​ແລະ​ປະສານ​ງານກັນ ​ເພື່ອ​ຕ້ານ​ກັບ​ພະຍາດ​ຮ່ວມ​ກັນ. ອີງ​ຕາມ​ການ​ຄົ້ນຄວ້າທາງ​ວິທະຍາສາດ, ການ​ສັກ​ວັກ​ຊີ​ນ​ແມ່ນ​ວິ​ທີທີ່​ດີ​ທີ່​ສຸດ​ໃນ​ການ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19, ມຽນມາ​ຮຽກຮ້ອງ​ໃຫ້​ປະ​ເທດ​ທີ່​ມີ​ຄວາມ​ສາມາດ​ຜະລິດ​ວັກ​ຊີ​ນ​ໂຄ​ວິດ​-19 ຕັ້ງໜ້າ​ດຳ​ເນີນ​ການ​ຮ່ວມ​ມື​ສາກົນ, ສະໜອງ​ການ​ຊ່ວຍ​ເຫຼືອ ​ແລະ​ການ​ສະໜັບສະໜູ​ນດ້ານ​ວັກ​ຊີ​ນ​ທີ່​ຈຳ​ເປັນ​​ແກ່ປະ​ເທດ​ພວມ​ພັດທະນາ.

ຖະ​ແຫຼ​ງການຍັງ​ຊີ້​ໃຫ້​ເຫັນວ່າ: ບັນຫາ​ສຳ​ຫຼວດ​ຫາ​ແຫຼ່ງກຳ​ເນີ​ດຂອງ​ເຊື້ອ​ພະຍາດ​ໂຄ​ວິດ-19 ​ແມ່ນ​ບັນຫາ​ຂອງ​ວິ​ທະຍາ​ສາດ, ມຽນມາ​ຄັດຄ້ານ​ການ​ຫັນບັນຫາ​ນີ້​ເປັນ​ບັນຫາ​ການ​ເມືອງ, ຄັດ​ຄ້ານ​ການ​ກົດ​ດັນປະ​ເທດ​ອື່ນ​ໃນ​ຂະ​ບວນການ​ສຳ​ຫຼວດຫາ​ແຫຼ່ງກຳ​ເນີ​ດຂອງ​ເຊື້ອ​ພະຍາດ​ໂຄ​ວິດ-19.

ຄຳ​ເຫັນ

0