刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫວຽດ​ນາ​ມ​ມີ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ຫຼາຍກວ່າ 5 ແສນ​ກໍ​ລະ​ນີ

2021-09-04 14:46:41 cri

 

ອີງ​ຕາມ​ຕົວ​ເລກ​ສະ​ຖິ​ຕິ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ​ໃນ​ວັນ​ທີ 3 ກັນ​ຍາ​ນີ້, ມີ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່ 14.922 ກໍ​ລະ​ນີ, ມີ​ຜູ້​ເປັນ​ພະ​ຍາດ​ທັງ​ໝົດ 501.649 ກໍ​ລະ​ນີ, ມີ​ຜູ້​ເສຍ​ຊີ​ວິດ​ເພີ່ມ​ໃໝ່ 308 ກໍ​ລະ​ນີ ແລະ​ມີ​ຜູ້​ເສຍ​ຊີ​ວິດ​ທັງ​ໝົດ​ເຖິງ 12.446 ຄົນ.

ໃນ​ສອງ​ອາ​ທິດ​ຜ່ານ​ມາ​ນີ້, ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ຕໍ່​ມື້​ມີຫຼາຍກວ່າ​ 1 ໝື່ນ​ກໍ​ລະ​ນີ. ນ​ະ​ຄອນ​ໂຮ​ຈີ່​ມິນແມ່ນ​ຕົວ​ເມືອງ​ທີ່​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ຮ້າຍ​ແຮງ​ທີ່​ສຸດ, ນັບ​ມາ​ຮອດ​ປັດ​ຈຸ​ບັນ​ນີ້, ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ເພີ່ມ​ໃໝ່​ແລະ​ຜູ້​ເສຍ​ຊີ​ວິດ​ຕໍ່​ມື້​ຂອງນະ​ຄອນ​ໂຮ​ຈີ່​ມິນ​ຍັງ​ບໍ່​ໄດ້ຫຼຸດ​ໜ້ອຍ​ລົງ​ຢ່າງ​ເດັ່ນ​ຊັດ. ນອກ​ນີ້, ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ໃນ​ຕົວ​ເມືອງ​ນີ້​ມີອັດ​ຕາ​ການ​ເສຍ​ຊີ​ວິດ​ສູງ ເຊິ່ງ​ຖືກ​ເຫັນ​ວ່າ ແມ່ນ​​ຍ້ອນ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ກາຍ​ພັນ​ເດວ​ຕາ ແລະ​ຜູ້​ເປັນ​ພະ​ຍາດ​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ​ ແລ້ວ​ພາ​ໃຫ້​ຊັບ​ພະ​ຍາ​ກອນ​ດ້ານ​ການ​ປິ່ນ​ປົວ​ພະ​ຍາດ​ບໍ່​ພຽງ​ພໍ. ໃນ​ກາງ​ເດືອນ​ສິງ​ຫາ​ຜ່ານ​ມາ, ນະ​ຄອນ​ໂຮ​ຈີ່ມິນ​ໄດ້​ປະ​ກາດ​ໃຫ້​ແກ່​ຍາວ​ເວ​ລາ​​ປະ​ຕິ​ບັດ​ມາດ​ຕະ​ການຮັກ​ສາ​ໄລ​ຍະ​ຫ່າງ​ທາງ​ສັງ​ຄົມ​ທີ່​ພວມ​ປະ​ຕິ​ບັດ​ນັ້ນ ໄປ​ຈົນ​ຮອດ​ວັນ​ທີ 15 ກັນ​ຍາ​ນີ້.

ກ່ອນ​ໜ້າ​ນີ້, ນະ​ຄອນຫຼວງ​ຮາ​ໂນ້ຍ​ປະ​ເທດ​ຫວຽດ​ນາມ​ກໍ​ໄດ້​ປະ​ກາດ​ໃຫ້​ແກ່​ຍາວ​ເວ​ລາ​ການ​ປະ​ຕິ​ບັດ​ມາດ​ຕະ​ການຮັກ​ສາ​ໄລ​ຍະຫ່າງ​ທາງ​ສັງ​ຄົມ​ທີ່​ຈະ​ສິ້ນ​ສຸດ​ໃນ​ວັນ​ທີ 6 ກັນ​ຍາ​ນີ້​ຕາມ​ແຜນ​ເດີມ.

ຄຳ​ເຫັນ

0