秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍອດມູນຄ່າການຄ້າຂາເຂົ້າຂາອອກຂອງຈີນໃນເດືອນມັງກອນຫາເດືອນສິງຫາປີນີ້ເພີ່ມຂຶ້ນ 23,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020

2021-09-07 16:07:14 cri

ວັນ​ທີ 7 ກັນ​ຍາ​ນີ້, ກົມ​ໃຫຍ່​ດ່ານ​ພາ​ສີ​ຈີນ​ໄດ້​ເປີດ​ເຜີຍ​ຂໍ້​ມູນ ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ໃນ​ເດືອນ​ມັງ​ກອນ​ຫາ​ເດືອນ​ສິງ​ຫາ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກຂອງ​ຈີນ​​ບັນ​ລຸ​ເຖິງ 24.780 ຕື້ຢວນ ເຊິ່ງ​ໄດ້​ເພີ່ມ​ຂຶ້ນ 23,7% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້. ໃນ​ນັ້ນ, ​ການ​ສົ່ງ​ອອກ​ບັນ​ລຸ​ເຖິງ 13.560 ຕື້ຢວນ, ເພີ່ມ​ຂຶ້ນ 23,2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂ​ອງ​ປີ​ກາຍ​ນີ້; ການ​ນຳ​ເຂົ້າ​ມີ​ເຖິງ 11.220 ຕື້ຢວນ, ເພີ່ມ​ຂຶ້ນ 24,4% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.

ຂໍ້​ມູນ​ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ເດືອນ​ມັງ​ກອນ​ຫາ​ເດືອນ​ສິງ​ຫາ​ປີ​ນີ້, ການ​ນຳ​ເຂົ້າ ແລະ​ການ​ສົ່ງ​ອອກ​ຂອງ​ຈີນ​ສູ່ປະ​ເທດ​ອາ​ຊຽນ, ສະ​ຫະ​ພາບ​ເອີ​ຣົບ, ອາ​ເມ​ຣິ​ກາ ແລະ​ຄູ່​ການ​ຄ້າ​ໃຫຍ່​ທີ່​ສຳ​ຄັນ​ຂອງ​ຈີນ ຕ່າງ​ກໍ່​ໄດ້​ເພີ່ມ​ຂຶ້ນ. ໃນ​ນັ້ນ, ອາ​ຊຽນ ແລະ​ສະ​ຫະ​ພາບ​ເອີ​ຣົບ​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ຈີນ, ມູນ​ຄ່າ​ການ​ຄ້າ​ຕ່າງ​ກໍ​ໄດ້​ເພີ່ມ​ຂຶ້ນຫຼາຍກວ່າ 22%. ໃນ​ໄລ​ຍະ​ດັ່ງ​ກ່າວ, ຍອດ​ມູນ​ຄ່າກ​ານ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ສູ່ປະ​ເທດ​ທີ່​ຢູ່​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ມີ​ເຖິງ 7.290 ຕື້ຢວນ, ເພີ່​ມ​ຂຶ້ນ 24,6%.

ຄຳ​ເຫັນ

0