吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວ​ງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຈະ​ສືບ​ຕໍ່​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງຢ່າງ​ຕັ້ງ​ໜ້າ

2021-09-08 11:13:37 CRI

    ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ, ທ່ານ​ຫຼີ​ເຄີ້​​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜູ້​ນຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ຄັ້ງ​ທີ​ 7 ໃນ​ຮູບ​ແບບ​ຜ່ານ​ທາງວິ​ດີ​ໂອ​ໃນ​ວັນ​ທີ 9 ກັນ​ຍາ​ນີ້.


    ​ກ່ຽວ​ກັບ​ເລື່ອງ​ນີ້, ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 7 ກັນ​ຍາ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ​ນັບ​ແຕ່​​ໄດ້ດຳ​ເນີນການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ເປັນ​ເວ​ລາ 29 ປີ​ມາ​ນີ້, ໄດ້​ດຳ​ເນີນ​ການ​ຮ່ວ​ມ​ມື​ທີ່​ມີ​ປະ​ສິດ​ທິ​ຜົນ​ໃນ​ດ້ານ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ແລະ ​ການ​ເຊື່ອມ​ໂຍງເສດ​ຖະ​ກິດ​ພາກ​ພື້ນ, ໄດ້​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​​ໃນການ​ພັດ​ທະ​ນາ​ອະ​ນຸ​ພາກ​ພື້ນແບບ​ຍືນ​ຍົງ. ປັດ​ຈຸ​ບັນ, ພະ​ຍາດ​ໂຄວິດ-19 ຍັງ​ແຜ່​ລະ​ບາດ​ຢູ່​ທົ່ວ​ໂລກ​ຢ່າງ​ຮ້າຍ​ແຮງ, ຊີ​ວິດ ​ແລະສຸ​ຂະ​ພາບ​​ຂອງປະ​ຊາ​ຊົນ ​ພ້ອມ​ດ້ວຍ ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ອະ​ນຸ​ພາ​ກ​ພື້ນ​ແມ່​ນ້ຳ​ຂອງໄດ້​ຮັບ​​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ. ກອງ​ປະ​ຊຸມ​​ຄັ້ງ​ນີ້ ມີ​ຫົວ​ຂໍ້​ວ່າ “ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ໃນ​ໄລ​ຍະ 10 ປີ​ຕໍ່​ໜ້າ”, ​ເຊິ່ງ​ມີຄວາມ​ໝາຍ​ສຳ​ຄັນ​ສຳ​ລັບ​ປະ​ເທດ​ຕ່າງໆ​ໃນ​ອະ​ນຸ​ພາກ​ພື້ນ​ເພື່ອ​ຮ່ວມ​ມື​ກັນ​ຕ້ານກັບ​ພະ​ຍາດ​ໂຄວິດ-19 ແລະ ຊຸກ​ຍູ້​​ໃຫ້ເສດ​ຖະ​ກິດ​ ຟື້ນ​ຟູ.


      ທ່ານ​ວ່າງ​ເວີນ​ປິ່ນ​ຊີ້​​ໃຫ້​ເຫັນວ່າ, ຈີນ​ຫວັງ​ວ່າ​ຝ່າຍ​ຕ່າງໆ​​ຈະ​ຖື​ເອົາກອງ​ປະ​ຊຸມ​ຜູ້​ນຳ​ຄັ້ງ​ນີ້​ເປັນ​ໂອ​ກາດ, ສືບ​ຕໍ່​ເສີມ​ຂະ​ຫຍາຍ​ຈິດ​ໃຈ​ໝູ່​ຄູ່, ​ປູກ​ຝັງ​ຈິດ​ສຳ​ນຶກ​ກ່ຽວ​ກັບ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ໃຫ້​ເລິກ​ເຊິ່ງກວ່າ​ເກົ່າ, ພ້ອມ​ກັນ​​ວາງ​ແຜນ​ການ​ກ່ຽວ​ກັບ​ການ​ຕ້ານ​ພະ​ຍາດ​ໂຄວິດ-19 ແລະ ຟື້ນ​ຟູ​ເສ​ດ​ຖະ​ກິດ, ພ້ອມ​ກັນ​ສ້າງ​ປະ​ຫວັດ​ສາດ​ໜ້າ​ໃໝ່​ຂອງ​ການ​ຮ່ວມ​ມື​ພັດ​ທະ​ນາ​ອະ​ນຸ​ພາກ​ພື້ນ, ເພິ່ມ​ພະ​ລັງ​ແຮງ​ໃໝ່​ເພື່ອ​ໃຫ້​ປະ​ເທດ​ຕ່າງໆ​​ເພື່ອ​ສ້າງ​ຄວາມຈະ​ເລີນ​ຮຸ່ງ​ເຮືອງ.

ຄຳ​ເຫັນ

0