蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ອາ​ຊຽນ​ຕ້ອງ​ການ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ​ກັບ​ຈີນ​ເພີ່ມ​ຂຶ້ນ ພາຍ​ໃຕ້​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19

2021-09-08 15:53:51 CRI

ພາຍ​ໃຕ້​ຜົນ​ກະ​ທົບ​ຈາກ​ເຊື້ອ​ພະ​ຍາດ​ໂຄວິດ-19 ສາຍ​ພັນ​ເດວ​ຕາ, ຄວາມ​ພະ​ຍາ​ຍາມ​ຟື້ນ​ຟູ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​​ໄດ້ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກຫຼາຍ​ຢ່າງ. ຍ້ອນ​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ວິ​ສາ​ຫະ​ກິດ​ທີ່​ໃຊ້​ແຮງ​ງານຫຼາຍ​ຈຳ​ນວນ​ໜຶ່ງ​ຂອງ​ບາງ​ປະ​ເທດ​ອາ​ຊຽນ​ໄດ້​ຂາດ​​ແຄນແຮງ​ງານ​ຢ່າງຫຼວງຫຼາຍ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ. ນອກ​ນີ້, ລາ​ຄາ​ວັດ​ຖຸ​ດິບ​ຖີບ​ຕົວ​ສູງ​ຂຶ້ນ, ຕ່ອງ​ໂສ້​ການ​ສະ​ໜອງ​ຖືກ​ຕັດ​ຂາດ ແລະ ປັດ​ໄຈ​ອື່ນໆ ​ເຊິ່ງໄດ້​ເຮັດ​ໃຫ້​ເສດ​ຖະ​ກິດ​ອາ​ຊຽນ​ພົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ປະ​ເທດ​ຫວຽດ​ນາມ​​ມີ​ອັດ​ຕາການ​ເຕີບ​ໂຕ​ທາງ​ດ້ານ​ເສດ​ຖະ​ກິດ​ເປັນ​ຕົວ​ເລກບວກ​ໃນ​ປີ​ຜ່ານ​ມາ, ​ແຕ່ໃນ 6 ເດືອນ​ຕົ້ນ​ປີ​ນີ້, ໄດ້ມີ​ວິ​ສາ​ຫະ​ກິດ 7 ໝື່ນກວ່າ​ແຫ່ງ​​ລົ້​ມ​ລະ​ລາຍ ຫຼື ຮ້ອງ​ຂໍ​ການ​ລົ້ມ​ລະ​ລາຍ, ​ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ອົງ​ການ​ວິ​ໄຈ​ເສດ​ຖະ​ກິດຂະ​ໜາດ​ໃຫຍ່​ແຫ່ງ​ຕ່າງໆ​ຂອງ​ໂລກ​ລ້ວນ​ແຕ່​ໄດ້​ປັບ​ຄາດ​ໝາຍ​​ການ​ເຕີບ​ໂຕ​​ດ້ານ​ເສດ​ຖະ​ກິດ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໃນ​ປີ​ນີ້​ໃຫ້​ຕ່ຳ​ລົງ. ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ເຮັດ​ໃຫ້​ຄ​ວາມ​ອ່ອນ​ແອ​ດ້ານ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ປະ​ກົດ​ອອກ​ມາ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ.

ເມື່ອ​ກ້າວ​ເຂົ້າ​ສູ່​ເດືອນ​ກັນ​ຍາ​ປີ​ນີ້, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ​ເພີ່ມ​ໃໝ່​ຕໍ່​ມື້​​ຢູ່ມາ​ເລ​ເຊຍ​ໄດ້​ເພີ່ມ​ຂຶ້ນ​ຫຼາຍກວ່າ 2 ໝື່​ນກໍ​ລະ​ນີ, ​ຂະ​ນະ​ທີ່ຢູ່​ໄທ ແລະ ຫວຽດ​ນາມ​ຕ່າງ​ກໍ​ມີຫຼາຍກວ່າ 1 ໝື່ນ​ກໍ​ລະ​ນີ, ສ່ວນ​ຍອດຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ​ຢູ່​ອິນ​ໂດ​ເນ​ເຊຍ ທີ່​ມີ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ທີ່​ຂ້ຽວ​ຂາດ​ທີ່​ສຸດ​ໃນ​ບັນ​ດາ​ປະ​ເທດ​ອາ​ຊຽນ ໄດ້​ມີຫຼາຍກວ່າ 4 ລ້ານ​ກໍ​ລະ​ນີ​ແລ້ວ. ທ້າຍ​ເດືອນ​ສິງ​ຫາ​ຜ່ານ​ມາ​ນີ້, ພາຍ​ໃຕ້​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ສາຍ​ພັນ​ເດວ​ຕາ, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ປະ​ເທດ​ລາວ​ກໍ​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່ ແລະ ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ທີ່​ຈະ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຮອບ​ທີ 3.

ພາຍ​ໃຕ້​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຈີນ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອແກ່​ບັນ​ດາ​ປະ​ເທດ​ອາ​ຊຽນຫຼາຍກວ່າ​ໝູ່. ໃນ​ໄລ​ຍະ​ທີ່​ພະ​ຍາດ​ໂຄວິດ-19 ຫາ​ກໍ່​ແຜ່​ລະ​ບາດ​ຢູ່​ປະ​ເທດ​ຈີນ, ຫຼາຍ​ປະ​ເທດ​ອາ​ຊຽນ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ແກ່​ປະ​ເທດ​ຈີນ. ພາຍ​ຫຼັງ​ຈີນ​ສາ​ມາດ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄວ້​​ໄດ້​ແລ້ວ, ແຕ່​ປະ​ເທດ​ຕ່າງໆ​ໃນ​ອາ​ຊຽນ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ເມື່ອ​ເກີດ​ມີ​ສະ​ພາບ​ຄື​ແບບ​ນີ້, ຈີນ​ກໍ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່ປະ​ເທດຕ່າງໆ​ໃນ​ອາ​ຊຽນ​ດ້ວຍ​ຄວາມ​ຈິງ​ໃຈ​ເຊັ່ນ​ກັນ ໂດຍໄດ້​ສະ​ໜອງວັດ​ຖຸ​ອຸ​ປະ​ກອນ​ການ​ແພດ, ສົ່ງ​ຄະ​ນະ​ຜູ້​ຊ່ຽວ​ຊານ​ແພດ​ໝໍ ແລະ ສະ​ໜອງວັກ​ຊິນ​ໃຫ້​ແກ່​ປະ​ເທດ​ຕ່າງໆ​ໃນ​ອາ​ຊຽນ. ນັບ​ມາ​ຮອດ​ວັນ​ທີ 3 ສິງ​ຫາ​ຜ່ານ​ມາ​ນີ້, ຈີນ​ໄດ້​ສະ​ໜອງວັກ​ຊິນ​ໂຄວິດ-19 ລວມ​​ທັງ​ໝົດ 190 ລ້ານຫຼອດ ແລະ ວັດ​ຖຸ​ອຸ​ປະ​ກອນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຈຳ​ນວນຫຼວງຫຼາຍ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ອາ​ຊຽນ.

​ສຳ​ລັ​ບການ​ພົວ​ພັນ​ທາງ​ດ້ານ​ເສດ​ຖະ​ກິດ​ຈີນ-ອາ​ຊຽນ​ກໍ​ໄດ້​ບັນ​ລຸ​ການ​ເຕີບ​ໂຕ​ໄດ້​ເປັນ​ຢ່າງ​ດີ​ພາຍ​ໃຕ້ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ປີ 2020, ຈີນ​ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ອາ​ຊຽນ​ເປັນ 12 ປີ​ລຽນ​ຕິດ ແລະ ອາ​ຊຽນ​ກໍ່​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ 1 ຂອງ​ຈີນ​ເປັນ​ຄັ້ງ​ທຳ​ອິດ.

ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ເປັນ​ການຊຸກ​ຍູ້​ການ​ພັ​ດ​ທະ​ນາ​ເສດ​ຖະ​ກິດ​ດີ​ຈີ​ຕອນ ແລະ ໄດ້​ເລັ່ງ​​ຂະ​ບວນ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໃຫ້​ໄວ​ຂຶ້ນ. ປີ 2020, ການ​ຄ້າ​ເອ​ເລັກ​ໂຕ​ນິກ​ຂອງ​ອາ​ຊຽນ​ໄດ້​ບັນ​ລຸ​ການ​ພັດ​ທະ​ນາ​ຢ່າງຫຼວງຫຼາຍ. ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ຈີນ​ແລະ​ບັນ​ດາ​ປະ​ເທດ​ອາ​ຊຽນ, ສິນ​ຄ້າ​ອາ​ຊຽນ​ໄດ້​ເຂົ້າ​ສູ່​ຕະຫຼາດ​ຈີນ​ນັບ​ມື້​ນັບຫຼາຍ​ຂຶ້ນ​​ໂດຍຜ່ານ​ທາງ​ການ​ຄ້າ​ເອ​ເລັກ​ໂຕ​ນິກ ແລະ ກໍ​ມີ​ວິ​ສາ​ຫະ​ກິດ​ຈີນ​ໄດ້​ລົງ​ທຶນ​ເຂົ້າ​ໃນຂົງ​ເຂດ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ຂ້າມ​ຊາດ​ນັບ​ມື້​ນັບຫຼາຍ​ຂຶ້ນ.

ຕົວ​ເລກ​ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ: ຫົກ​ເດືອນ​ຕົ້ນ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​ຈີນ-ອາ​ຊຽນ​​ມີຫຼາຍກວ່າ 410 ​ຕື້ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 38,2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ, ​ອາ​ຊຽນ​ຍັງ​ສືບ​ຕໍ່​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຈີນ, ຍອດ​ມູນ​ຄ່າ​ການ​ລົງ​ທຶນ​​ລະ​ຫວ່າງ​ກັນ​ຂອງ​ຈີນ​ແລະ​ອາ​ຊຽນ​ໄດ້​ບັນ​ລຸຫຼາຍກວ່າ 310 ຕື້​ໂດ​ລາ​ສະ​ຫະ​ລັດ​, ການ​ຄ້າ​ເອ​ເລັກ​ໂຕ​ນິກ​ຂ້າ​ມ​ຊາດ​ຈີນ​ແລະ​ອາ​ຊຽນ​ໄດ້​ກາຍ​ເປັນ​ແຮງ​ຂັບ​ເຄື່ອນ​ໃໝ່​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ຄ້າ​ຈີນ​ແລະ​ອາ​ຊຽນ.

ປີ​ນີ້ແມ່ນ​ປີ​ສຳ​ຄັນ​ເປັນ​ຂໍ​ກະ​ແຈ​ສຳ​ລັບ​ອາ​ຊຽນ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ ການ​ຟື້ນ​ຟູ​ການ​ເຕີບ​ໂຕທາງ​ດ້ານ​ເສດ​ຖະ​ກິດ. ພາຍ​ໃຕ້​ສະ​ພາບ​ການ​ແຜ່​ລະ​ບາ​ດ​ຂອງ​ພະ​ຍາດ​ໂຄວິດ-19, ເສດ​ຖະ​ກິດ​ອາ​ຊຽນ​ຍິ່ງ​ມີ​ຄວາມ​ຕ້ອງ​ການ​​ຮ່ວມ​ມື​ກັບ​ຈີນ​ເພີ່ມ​ຂຶ້ນ, ຈິ່ງ​ຈະ​ສາ​ມາດ​ສ້າງສະ​ພາ​ບ​ການ​ພັດ​ທະ​ນາ​ໃໝ່​ພາຍ​ໃຕ້​ສະ​ພາບ​ຄວາມ​ຫຍຸ້ງ​ຍາກ ເພື່ອ​ຊຸກ​ຍູ້​​ໃຫ້ການ​ພົວ​ພັນ​ອາ​ຊຽນ​-ຈີນສາ​ມາດ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຝ່າຍ​ໄດ້​ດີກວ່າ​ເກົ່າ.

ຄຳ​ເຫັນ

0