吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຮານ​ເຈີ້ງ​ພົບ​ປະກັບ​ທ່ານ​ຊາ​ວ​ມາ ຜູ້​ຈະ​ເປັນປະ​ທານກອງ​ປະ​ຊຸມ​ໂກ​ລາ​ສ​ໂກ​ກ່ຽວ​​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ​ອົງ​ການ​ສະ​ຫະ​ປ​ະ​ຊາ​ຊາດ

2021-09-09 13:59:34 CRI

     ວັນ​ທີ 7 ກັນ​ຍາ​ນີ້, ທ່ານ​ຮານ​ເຈີ້ງ ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ພົບ​ປະກັບທ່ານ​​ອາ​ໂລກ ຊາ​​ມາ ຜູ້​ຈະ​ຮັບ​ຕຳ​ແໜ່ງເປັນ​ປະ​ທານກອງ​ປະ​ຊຸມ​ໂກ​ລາ​ສ​ໂກ​ກ່ຽວ​​ກັບ​ການ​ປ່​ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ​ອົງ​ການ​ສະ​ຫະ​ປ​ະ​ຊາ​ຊາດ​ດ້ວຍ​ຮູບ​ແບບ​ວິ​ດີ​ໂອໃນ​ໄລ​ຍະ​ທີ່​ທ່ານ​ພວມ​ຢ້ຽມ​ຢາມ​ປະ​ເທດ​ຈີນ.


    ທ່ານ​ຮານ​ເຈີ້ງ​ກ່າວ​ວ່າ, ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາດ​ຕ້ອງ​ການ​ໃຫ້​ໂລກ​ສາ​ມັກ​ຄີ​ກັນ ແລະ ຮ່ວມ​ມື​ກັນ​ເພື່ອ​ຮັບ​ມື​ກັບ​ບັນ​ຫາ​ນີ້. ຫວັງ​ວ່າກອງ​ປະ​ຊຸມຝ່າຍ​ຕ່າງໆ​ທີ່​ເຊັນ​ “ສົນ​ທິ​ສັນ​ຍາ​ຂອບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ” ຄັ້ງ​ທີ 26 ​ຈະສາ​ມາດ​ສົ່ງ​ສັນ​ຍານ​ທາງ​ການ​ເມືອງ​ອັນ​ແຂງ​ແຮງ​ໃນ​ການ​ຍຶດ​ໝັ້ນ​ໃນລັດ​ທິ​ຫຼາຍ​ຝ່າຍ, ເຄົາ​ລົບ​​ກະ​ຕິ​ກາ​ຫຼາຍ​ຝ່າຍ ແລະ ຊຸກ​ຍູ້​​ການ​ເຄື່ອນ​ໄຫວ​ດິນ​ຟ້າ​ອາ​ກາດ​ຢ່າງ​ເດັດ​ດ່ຽວ, ຕັ້ງ​ໜ້າ​​ໃຫ້ຝ່າຍ​ຕ່າງໆ​ຜົນ​ຂະ​ຫຍາຍ​ເປົ້າ​ໝາຍ​ດ້ານ​ດິນ​ຟ້າ​ອາ​ກາດ​ເປັນ​ນະ​ໂຍ​ບາຍ ແລະ ແຜນ​ງານ​ທີ່ລະ​ອຽດ, ​ສືບ​ຕໍ່​ເຈ​ລະ​ຈາ​ປີກ​ຍ່ອຍ​ຂອງ “ອະ​ນຸ​ສັນ​ຍາ​ປາ​ຣີ” ໃຫ້​ສຳ​ເລັດ, ຮັບ​ປະ​ກັນການ​ແກ້​ໄຂ​ບັນ​ຫາດິນ​ຟ້າ​ອາ​ກາດ​ທົ່ວ​ໂລກ​ໃຫ້​ສືບ​ຕໍ່​ກ້າວ​ໄປ​ໜ້າ​ຢ່າງ​ຖືກ​ຕ້ອງ​ ເປີດ​ເຜີຍ​ແລະ​​ໂປ່ງ​ໃສ, ​ໃຫ້ຝ່າຍ​ຕ່າງໆ​ເຂົ້າ​ຮ່ວມ​ຢ່າງກວ້າງ​ຂວາງ, ​ຊຸ​ກ​ຍູ້​ໃຫ້​ຝ່າຍ​ຕ່າງໆ​ບັນ​ລຸ​ການ​ເຊັນ​ສັນ​ຍາ ແລະ ປຶກ​ສາ​ຫາ​ລື​ໃຫ້​ມີ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ.

ຄຳ​ເຫັນ

0