吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວັກຊິນ​​ໂຄ​ວິດ-19​ ຂອງ​ຈີນ​ອີກງວດ​ໜຶ່ງ​ໄດ້​ສົ່ງ​​ໄປ​ເຖິງນະຄອນ​ຢາງ​ກຸ້ງ​ແລ້ວ ລວມ​ທັງ​ໝົດ​ມີ​ເຖິງ 12 ລ້ານ 6 ​ແສນ​ຫຼອດ

2021-09-13 10:55:07 CRI

ວັກຊິນ​​ໂຄ​ວິດ-19​ ຂອງ​ຈີນ​ອີກງວດ​ໜຶ່ງ​ໄດ້​ສົ່ງ​​ໄປ​ເຖິງນະຄອນ​ຢາງ​ກຸ້ງ​ແລ້ວ ລວມ​ທັງ​ໝົດ​ມີ​ເຖິງ 12 ລ້ານ 6 ​ແສນ​ຫຼອດ_fororder_1631448516474_953_732x405

    ວັນ​ທີ 12 ກັນຍາ​ນີ້, ສະ​ຖານ​ທູດຈີນ​ປະຈຳ​ມຽນມາ​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ, ຫວ່າງ​ມໍ່ໆ​ມາ​ນີ້,​ ລັດຖະບານ​ມຽນມາ​​ໄດ້​ຈັດ​​ຊື້ວັກ​ຊິນ​ພະຍາດ​ໂຄ​ວິດ-19​ ງວດ​​ໃໝ່​ຈາກກຸ່ມ​ບໍລິສັດ Sinopharm ຂອງ​ຈີນ, ​ໃນ​ນັ້ນ, ວັກ​ຊິນ​ຈຳນວນ 4 ລ້ານ​ຫຼອດ​ເຊິ່ງ​ເປັນ​ງວດ​ທຳ​ອິດ​ໄດ້​ສົ່ງ​ໄປ​ເຖິງ​ສະໜາມ​ບິນ​ສາກົນ​ຢາງ​ກຸ້ງ​ແລ້ວ​ໃນ​ມື້​ດຽວ​ກັນ.


    ຂ່າວ​​ແຈ້ງວ່າ,​ນັບ​ແຕ່​​ເກີດ​ມີການ​ແຜ່​ລະບາດ​ຂອງພະຍາດ​ໂຄ​ວິດ-19​ ຮອບ​ທີ 3 ​​ໄດ້​ເກີດ​ຢູ່​ມຽນມາ​ຢ່າງ​ຮ້າຍ​ແຮງ​ເປັນ​ຕົ້ນ​ມາ,​ຈີນ​ໄດ້​ຕັ້ງໜ້າ​ຊ່ວຍ​​ເຫຼືອ​ມຽນມາ​​ດ້ວຍ​ການ​ປະ​ສານ​ງານ​ກັບ​ວິສາຫະກິດການ​ຜະລິດ​ວັກ​ຊິນ​ຂອງ​ຈີນ ​ເພື່ອ​​ໃຫ້​ການ​ສະໜັບສະໜູນ​ມຽນມາ​ຕ້ານ​ພະຍາດ​ໂຄ​ວິດ-19​.


    ຈົນ​ຮອດ​ປັດຈຸບັນ,​ ຈຳນວນ​ວັກ​ຊິນ​ທີ່​ຈີນ​ສະໜອງ​ໃຫ້​ມຽນມາ​ໄດ້​ບັນລຸ​ເຖິງ 12 ລ້ານ 6 ​ແສນ​ຫຼອດແລ້ວ, ​ໃນ​ນັ້ນ ​3 ລ້ານ 9 ​ແສນ​ຫຼອດ​ແມ່ນ​ຈີນ​ຊ່ວຍ​ເຫຼືອ​ລ້າ​ສ່ວນ​ອີກ, 8 ລ້ານ 7 ​ແສນ​ຫຼອດ​ແມ່ນມຽນມາ​ຈັດ​ຊື້​ເອງ.

ຄຳ​ເຫັນ

0