郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ນຳ​ເຂົ້າຜະ​ລິ​ດ​ຕະ​ພັນກະ​ສິ​ກຳ​ແລະ​ອາ​ຫານ​ຈາກ​ອາ​ຊຽນ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ

2021-09-14 15:07:15 cri

图片默认标题_fororder_289456100

ກອງ​ປະ​ຊຸມ​​ລະ​ດັບ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ກັກ​ກັນ​ພ​ະ​​ຍາດ​ຂອງ​​ສັດ​ແລະ​ພືດ ແລະ​ຄວາມ​ປອດ​ໄພ​ດ້ານ​ອາ​ຫານ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ຄັ້ງ​ທີ7ໃນຂອບ​ງານ​ວາງ​ສະ​ແດງສິນ​ຄ້າ​ຈີ​ນ-ອາ​ຊຽນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ13ກັນ​ຍານີ້,ກອງ​ປະ​ຊຸມ​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ວຽກ​ງານ​ຫຼາຍ​ດ້ານ ເຊັ່ນ: ການ​ຊຸກ​ຍູ້​ການ​ຮ່ວມ​ມືຕາມກົນ​ໄກ​ການ​ກັກ​ກັນ​ພ​ະ​​ຍາດ​ຂອງ​​​ສັດ​ແລະ​ພືດ​ແລະ​ຄວາມ​ປອດ​ໄພ​ດ້ານ​ອາ​ຫານ​​ຈີນ-ອາ​ຊຽນ ແລະ​ອື່ນໆ.

ຂ່າວ​ແຈ້ງວ່າ,ຈີນ​ແລະ​ອາ​ຊຽນ​ຕ່າງກໍ່​ເປັ​ນ​ຄູ່​ການ​ຄ້າໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ກັນ​ແລະ​ກັນ, ການ​ນຳ​ເຂົ້າແລະ​ສົ່ງ​ອອກຜະ​ລິ​ດ​ຕະ​ພັນກະ​ສິ​ກຳ​ແລະ​​ອາ​ຫານ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ຕາມ​ສະ​ຖິ​ຕິ​ຂອງ​ດ່ານ​ພາ​ສີ, ​ມາ​ຮອດ​ປັດ​ຈຸ​ບັນ,ຢູ່10ປ​ະ​ເທດ​ອາ​ຊຽນໄດ້​ມີຜະ​ລິ​ດ​ຕະ​ພັນກະ​ສິ​ກຳ​ແລະ​ອາ​ຫານເກືອບ1.500ຊະ​ນິດ​ໄດ້​ສົ່ງ​ອອກ​ສູ່​ປະ​ເທດ​ຈີນ​ແລ້ວ. ໃນ​ຫຼາຍ​ປີ​ມໍ່​ໆມານີ້,ຍອດຈຳ​ນວນການ​ນຳ​ເຂົ້າຜະ​ລິ​ດ​ຕະ​ພັນກະ​ສິ​ກຳ​ຈາກ​ປະ​ເທດອ​າຊຽນ​ໄດ້​ເພີ່ມ​ຂຶ້ນ​ລຽນ​ຕິດເປັນ​ຫຼາຍ​ປີ​ແລ້ວ,ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍນີ້​ໄດ້​ເພີ່ມ​ຂຶ້ນ 10,3%, ແຕ່​ເດືອນ​​ມັງ​ກອງ​ຫາ​ເດືອນ​ສິງ​ຫາ​ປີນີ້ ໄດ້​ເພີ່ມ​ຂຶ້ນ41,7%ເມື່ອ​ທຽບ​ໃສ່​​ໄລ​ຍະດຽວ​ກັນ​ຂອງ​ປີ​ກາຍ.

ກອງ​ປະ​ຊຸມ​ຄັ້ງ​ນີ້​ຍັງ​ປະ​ກາດ​ວ່າ: ​ເວັບ​ໄຊ​ຂໍ້​ມູນ​ກ່ຽວ​ກັບ​ການ​ຮ່ວມ​ມື​ກັນ​ດ້ານ​ການກັກ​ກັນ​ພ​ະ​​ຍາດ​ຂອງ​​​ສັດ​ແລະ​ພືດ ແລະ​ຄວາມ​ປອດ​ໄພ​ດ້ານ​ອາ​ຫານ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ນັ້ນໄດ້​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ.

ຄຳ​ເຫັນ

0