赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພະນັກງານສະຖານທູດລາວທັດສະນະສຶກສາຖານທີ່ໝັ້ນຂອງການປະຕິວັດພູຊຽງຊານ ແລະ ໂຮງຮຽນ 81

2021-09-16 16:34:11 cri

ພະນັກງານສະຖານທູດລາວທັດສະນະສຶກສາຖານທີ່ໝັ້ນຂອງການປະຕິວັດພູຊຽງຊານ ແລະ ໂຮງຮຽນ 81_fororder_5

 ໃນວັນທີ 15 ກັນຍາ 2021 ນີ້, ທ່ານ ນາງ ຄຳເພົາ ເອີນທາວັນ ເອກອັກຄະລັດຖະທູດ ສປປ ລາວປະຈຳ ສປ ຈີນ ໄດ້ນຳພາພະນັກງານສະຖານທູດລາວເດີນທາງໄປທັດສະນະສຶກສາຖານທີ່ໝັ້ນ ຂອງການປະຕິວັດຢູ່ພູຊຽງຊານ ຫລື ພູຫອມ ແລະ ໂຮງຮຽນ 81 ເຊິ່ງໃຫ້ກຽດນຳພາທາງໂດຍ ທ່ານເຊີ່ງໄຫໂປ ຮອງຫົວໜ້າກົມອາຊີຕາເວັນອອກຂອງສະມາຄົມມິດຕະພາບປະຊາຊົນຈີນກັບນາໆ ຊາດ ເຊິ່ງເປັນຝ່າຍເຈົ້າພາບຈັດງານທັດສະນະສຶກສາໃນຄັ້ງນີ້.

ພະນັກງານສະຖານທູດລາວທັດສະນະສຶກສາຖານທີ່ໝັ້ນຂອງການປະຕິວັດພູຊຽງຊານ ແລະ ໂຮງຮຽນ 81_fororder_1

ຢູ່ຖານທີ່ໝັ້ນຂອງການປະຕິວັດພູຊຽງຊານ, ພະນັກງານສະຖານທູດລາວໄດ້ຢ້ຽມຊົມເຮືອນພັກ ແລະ ບ່ອນເຮັດວຽກຂອງທ່ານ ປະທານເໝົາເຈີ່ຕຸ່ງ ຜູ້ນຳພາສ້າງຕັ້ງສາທາລະນະລັດປະຊາຊົນຈີນ, ເຮືອນພັກ ແລະ ບ່ອນເຮັດວຽກຂອງທ່ານນາຍົກ ໂຈເອີນໄຫລ, ເຮືອນພັກ ແລະ ບອ່ນເຮັດວຽກຂອງທ່ານ ນາຍພົນ ຈູເຕີ. ຜູ້ນຳການປະຕິວັດຈີນໄດ້ເລືອກເອົາພູຊຽງຊານເປັນເຂດທີ່ໝັ້ນເພື່ອປົດປ່ອຍປັກກິ່ງກໍ່ຍ້ອນວ່າ ສະຖານທີ່ແຫ່ງນີ້ເປັນຈຸດຍຸດທະສາດທີ່ສຳຄັນ, ມີຄວາມປອດໄພຈາກການໂຈມຕີທາງອາກາດທາງບົກ ແລະ ສະຖານທີ່ແຫ່ງ ນີ້ກໍໄດ້ມີສິ່ງປຸກສ້າງຂອງລາຊະວົງຊີງທີ່ເອື້ອອຳນວຍຕໍ່ການເຄື່ອນໄຫວປະຕິວັດ.

ພະນັກງານສະຖານທູດລາວທັດສະນະສຶກສາຖານທີ່ໝັ້ນຂອງການປະຕິວັດພູຊຽງຊານ ແລະ ໂຮງຮຽນ 81_fororder_3

ຫລັງຈາກນັ້ນ ທ່ານນາງ ຄຳເພົາ ເອີນທະວັນ ພ້ອມພະນັກງານສະຖານທູດລາວ ໄດ້ສືບຕໍ່ເດີນທາງຢ້ຽມຊົມໂຮງຮຽນ  81 ຂອງ​ປັກ​ກິ່ງ. ເຊິ່ງໂຮງຮຽນ ແຫ່ງນີ້ແມ່ນສະຖານທີ່ທີ່ທ່ານ ສີຈິ້ນຜິງ ເລຂາ ທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ແລະຄອບຄົວຕະກຸນ ພົນເສນາຂອ​ງ​ລາວເຄີຍໄດ້ສຶກສາຮ່ຳຮຽນຢູ່ທີ່ນີ້ໃນຊຸມປີ 1960 ແລະ ພວກເພິ່ນກໍເຄີຍກັບຄືນມາຢ້ຽມຄູ ອາຈານ ແລະ ໂຮງຮຽນດັ່ງກ່າວ. ປະ​ຈຸ​ບັນ​ນີ້ ໂຮງຮຽນໄດ້​ພັດ​ທະ​ນາ​ຂຶ້ນ​ໂດຍເນັ້ນໃສ່ຫລັກສູດດ້ານ ວິທະຍາສາດ ກິລາ ແລະສິລະປະ.

ພະນັກງານສະຖານທູດລາວທັດສະນະສຶກສາຖານທີ່ໝັ້ນຂອງການປະຕິວັດພູຊຽງຊານ ແລະ ໂຮງຮຽນ 81_fororder_4

ຫລັງຈາກສຳເລັດການທັດສະນະສຶກສາຢ້ຽມຊົມສະຖານທີ່ສຳຄັນສອງແຫ່ງດັ່ງກ່າວແລ້ວ, ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ຜ່ານ​ຈາກ​ການ​ທັດ​ສະ​ນະ​ຢ້ຽມ​ຊົມ​ຄັ້ງ​ນີ້, ຂ້າພະເຈົ້າເຫັນໄດ້ວ່າການປະຕິວັດຈີນໄດ້ກະກຽມ ແລະ ເຮັດທຸກສິ່ງຢ່າງ ເພື່ອປົດປ່ອຍປະເທດຈີນໃນປີ 1949, ເຊິ່ງໄດ້ສ່ອງແສງໃຫ້ເຫັນວ່າເວລາໃດ ພັກກອມມູນິດຈີນກໍ່ໄດ້ຖືເອົາຜົນປະໂຫຍດຂອງປະຊາຊົນ ເປັນກົກ, ຮັບໃຊ້ຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ. ນີ້ກໍ່ເປັນສະຖານທີ່ໜຶ່ງທີ່ພວກເຮົາຄວນສືບຕໍ່ ອະນຸລັກຮັກສາ, ຂ້າພະເຈົ້າຂໍສະແດງຄວາມຍ້ອງຍໍຊົມເຊີຍທີ່ສຸດຕໍ່ອຳນາດການປົກຄອງທີ່ກ່ຽວຂ້ອງທີ່ ໄດ້ບູລະນະຮັກສາ ແລະ ພັດທະນາເຂດດັ່ງກ່າວນັ້ນໃຫ້ເປັນສະຖານທີ່ທ່ອງທ່ຽວເພື່ອໃຫ້ຄົນລຸ້ນໃໝ່ ໄດ້ສຶກສາຮຽນຮູ້ປະຫວັດສາດການປະຕິວັດຂອງພັກກອມມູນິດຈີນ. ແລະເຮັດ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​​ໄດ້ເຫັນ​ວ່າ, ພັກ​ກອມ​ມູ​ນິ​ຈີນ​ແລະ​ລັດ​ຖະ​ບານ​ຈີນ​ແມ່ນ​ໃຫ້​ຄວາມ​ສຳ​ຄັນ​ທີ່​ສຸດ​ຕໍ່​ວຽກ​ງານ​ການ​ສຶກ​ສາ, ແລະ​ສຸມ​ໃສ່​ການ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຢ່າງ​ຮອບ​ດ້ານ. ຫວັງ​ວ່າ ໃນ​ອະ​ນາ​ຄົດ​ນີ້ ລາວ​ຈີນ​ຈະ​ສາ​ມາດ​ຮ່ວມ​ມື​ກັນ​ໃນ​ວຽກ​ງານ​ການ​ສຶກ​ສາ​ຫຼາຍກວ່າ​ເກົ່າ.

ຄຳ​ເຫັນ

0