何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຮັດ​ໃຫ້​ຄອ​ບ​ຄົວ​ກາຍ​ເປັນ​ຈຸດອອກ​ເດີນ​ທາງ​ເພື່ອ​ຄວາມ​ໃຝ່​ຝັນ

2021-09-19 20:03:13 CRI

ເຮັດ​ໃຫ້​ຄອ​ບ​ຄົວ​ກາຍ​ເປັນ​ຈຸດອອກ​ເດີນ​ທາງ​ເພື່ອ​ຄວາມ​ໃຝ່​ຝັນ_fororder_微信图片_20210919200141

ບຸນ​ໄຫວ້​ພະ​ຈັນ​ແມ່ນ​ບຸນ​ປະ​ເພ​ນີ​ທີ່​ສຳ​ຄັນ​ຂອງ​ປະ​ຊາ​ຊົນ​ຈີນ, ແມ່ນ​ຄວາມ​ມຸ່ງ​ຫວັງ​ອັນ​ດີ​ງາມ​ຂອງ​ປະ​ຊາ​ຊົນ​ຈີນ​ໃນການເຕົ້າໂຮມ​ຄວາມ​ສາ​ມັກ​ຄີແລະ​ຄວາມ​ປອງດອງ​ຂອງຄອບ​ຄົວ, ຍັງ​ໄດ້ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັກ​ແພງ ແລະ ຄວາມ​ຄິດຮອດຄິດເຖິງບ້ານ​ເກີດ​ເມືອງນອນແລະປະ​ເທດ​ຊາດ. ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ເຄີຍ​ກ່າວ​ເຖິງ​ຄອບ​ຄົວ ແລະ ສາຍ​ສຳ​ພັນ​ໃນ​ຄອບ​ຄົວຫຼາຍ​ເທື່ອ​ໃນ​​ໂອ​ກາດ​ຕ່າງໆ. ທ່ານ​ສີ​ຈິ້ນ​ຜິງ​ເວົ້າ​ວ່າ: “​ເມື່ອຄອບຄົວ​ເປັນ​ພັນ​ເປັນ​ໝື່ນ​ດີແລ້ວ, ປະ​ເທດ​ຊາດຈຶ່ງ​ຈະ​ດີ, ຊົ​ນ​ຊາດ​ຈຶ່ງ​ຈະ​ດີ​.”

 

ບຸນ​ໄຫວ້​ພະ​ຈັນ​ແມ່ນ​ວັນ​ບຸນ​ທີ່​ຄອບ​ຄົວ​ຊາວຈີນມາ​ເຕົ້າໂຮມສາ​ມັກ​ຄີ​ກັນ ແລະສະ​ເຫຼີມ​ສະຫຼອງວັນ​ບຸນ​ຮ່ວມ​ກັນ. ບໍ່​ວ່າ​ຢູ່ແຫ່ງຫົນ​ໃດ​ກໍ​ຕາມ, ໃນ​ສາຍ​ເລືອດຂອງ​ຊາວ​ຈີນ​ກໍ​ຈະ​ມີ​ຄວາມ​ມຸ່ງ​ຫວັງ​ທີ່​ຢາກ​ສ້າງ​ຄວາມ​ສາ​ມັກ​ຄີ​ພາຍ​ໃນ​ຄອບ​ຄົວໃນ​ວັນ​ບຸນ​ດັ່ງ​ກ່າວ.

 

ປີ 2015, ໃນ​ໄລ​ຍະ​ກ່ອນ​ບຸນ​ໄຫວ້ພະ​ຈັນ, ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ຮັບ​ຮອງ​ທີ່​ຈັດ​ໂດຍ​ຊາວ​ຈີນ​ຕ່າງ​ດ້າວ​ຢູ່​ຊີ​ອາ​ໂຕ​ປະເທດອາ​ເມ​ຣິ​ກາ, ທ່ານໄດ້​ນຳເອົາ​ຄວາມ​ຄິດ​ຮອດ​ຄິດ​ເຖິງ​ຂອງ​ພີ່​ນ້ອງ​ປະ​ຊາ​ຊົນພາຍໃນປະເທດຈີນມາ​ສູ່​ຊາວ​ຈີນແລະເຊື້ອ​ສ​າຍ​ຈີນ​ທີ່ອາໄສຢູ່ອາເມຣິກາ, ທ່ານ​ສີ​ຈິ້ນ​ຜິງ​ຍັງ​ໄດ້​ນຳ​ເອົາ​​ເຂົ້າ​ໜົມ​ໄຫວ້​ພະ​ຈັນ​ຈາກ​ປະ​ເທດ​ຈີນມາມອບ​ໃຫ້​ກັບເຂົາ​ເຈົ້າ ແລະ​ກ່າວ​ວ່າ: ຂ້າພະເຈົ້າ “ຮູ້​ສຶກ​ປິ​ຕິ​ຊົມ​ຊື່ນ​ຢ່າງ​ຍິ່ງ​ທີ່​ໄດ້​ມາເຕົ້າໂຮມ​ກັບ​ພີ່​ນ້ອງ​ຮ່ວມ​ຊາດ​ທຸກ​ທ່ານເພື່ອສ້າງຄວາມສາມັກຄີຮັກແພງກັນ. ເມື່ອ​ຮອດ​ວັນ​ບຸນໄຫວ້ພະຈັນ​ແລ້ວ​ກໍ​ຍິ່ງ​ຄິດ​ຮອດ​ຄິດ​ເຖິງ​ຄອບ​ຄົວ ແລະ ​ຍາດ​ຕິພີ່​ນ້ອງ​ຫຼາຍຂຶ້ນກວ່າເກົ່າ. ຂ້າ​ພະ​ເຈົ້າ​ຮູ້​ວ່າ:  ທຸກ​ທ່ານ​ຄິ​ດ​ຮອດ​ຄິດ​ເຖິງ​ປະ​ເທດ​ຊາດແລະຄອບ​ຄົວ​ກໍຄືຍາດ​ຕິພີ່​ນ້ອງ​ທີ່​ຢູ່​ໄກ​ແສນ​ໄກ, ປະ​ເທດ​ຊາດ ແລະ ຍາດຕິ​ພີ່​ນ້ອງ​ກໍ​ຄິດ​ຮອດ​ຄິດ​ເຖິງ​ລູກຫຼານ​ຊົນ​ຊາດ​ຈີນ​ທີ່​ຢູ່​ຕ່າງ​ປະ​ເທດ​ທຸກ​ຄົນ​ເຊັ່ນ​ກັນ.”

 

ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ທີ່ຈັດຂຶ້ນໃນ​ປີ 2012 ເປັນ​ຕົ້ນ​ມາ, ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ມີ​ທ່ານ​ສີ​ຈິ້ນ​ຜິງ​ເປັນ​ແກນ​ນຳໄດ້​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່ “ຄອບ​ຄົວ” ປະ​ຊາ​ຊົນຈີນ. ໃນ​ເດືອນ​ທັນ​ວາ​ປີ 2016, ໃນ​ເວ​ລາ​ຕ້ອນ​ຮັບ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມພິ​ທີ​ຍ້ອງ​ຍໍ​ຄອບ​ຄົວ​ສິ​ວິ​ໄລ​ທົ່ວ​ປະ​ເທດ​ຈີນຄັ້ງ​ທຳ​ອິດ, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ:

 

“ບໍ່​ວ່າ​ໃນ​ອະ​ດີດ ປະ​ຈຸ​ບັນ​ ຫຼື ອະ​ນາ​ຄົດ, ຄົ​ນ​ເຮົາ​ສ່ວນຫຼາຍໄດ້​ດຳ​ລົງ​ຊີ​ວິດ​ຮ່ວມກັບ​ຄອບ​ຄົວ, ພວກ​ເຮົາ​ຕ້ອງ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ສ້າງ​ຄວາມ​ສິ​ວິ​ໄລ​ຂອງ​ຄອບ​ຄົວ, ພະ​ຍາ​ຍາມ​ເຮັດ​ໃຫ້ຄອບຄົວ​ເປັນ​ພັນ​ເປັນ​ໝື່ນ​​ກາຍ​ເປັນ​ຈຸດ​ພື້ນ​ຖານ​ຂອງ​ການ​ພັດ​ທະ​ນາ​ຂອງ​ປະ​ເທດຊາດ,ຄວາມ​ກ້າວ​ໜ້າຂອງ​ຊົນ​ຊາດ​ ແລະຄວາມ​ກົມ​ກຽວ​ປອງດອງ​​ຂອງສັງ​ຄົມ, ກາຍ​ເປັນຈຸດອອກ​ເດີນ​ທາງ​ເພື່ອ​ຄວາມ​ໃຝ່​ຝັນ.”

 

ການ​ຖື​ຄອບຄົວ ແລະສາຍ​ສຳ​ພັນພາຍ​ໃນ​ຄອບ​ຄົວ​ເປັນ​ສິ່ງ​ສຳ​ຄັນແມ່ນ​ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ​ປະ​ຊາ​ຊາດ​ຈີນ, ເຊິ່ງ​ໄດ້​ຈ​າ​ລຶກ​ໄວ້​ໃນ​ຈິດ​ໃຈ​ຂອງ​ປະ​ຊ​າ​ຊົນ​ຈີນຕະຫຼອດມາ. ຕາມ​ທັດສະນະຂອງ​ທ່ານ​ສີ​ຈິ້ນ​ຜິງ​ແລ້ວ, ອະ​ນາ​ຄົດແລະຊາ​ຕາ​ກຳ​ຂອງ​ຄອບ​ຄົວໄດ້​ເຊື່ອມ​ສານເຂົ້າ​ກັບ​ອະ​ນາ​ຄົດແລະ​ຊາ​ຕາ​ກຳ​ຂອງ​ປະ​ເທດ​ຊາດແລະຊົນ​ຊາດ​ຢ່າງ​ແໜ້ນແຟ້ນ,​ຄວນ​ເຊື່ອມ​ໂຍງ​ຄວາມ​ໃຝ່​ຝັນ​ຂອງ​ບຸກ​ຄົນແລະ​ຄອບ​ຄົວເຂົ້າກັບ​ຄວາມ​ໃຝ່​ຝັນ​ຂອງ​ປະ​ເທດ​ຊາດ ແລະ ຊົນ​ຊາດ.

 

ຄຳ​ເຫັນ

0