郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນໄດ້​ຈັດກອງ​ປະ​ຊຸມປຶ​ກ​ສາ​ຫາ​ລື​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ປີ2021

2021-09-27 14:35:15 cri

ຈີນໄດ້​ຈັດກອງ​ປະ​ຊຸມປຶ​ກ​ສາ​ຫາ​ລື​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ປີ2021_fororder_1546252681

​​ ກອງ​ປະ​ຊຸມປຶ​ກ​ສາ​ຫາ​ລືກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ປີ2021ໄດ້​ຈັດ​ຂຶ້ນຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງໃນວັນ​ທີ26ກັນ​ຍານີ້ ໂດຍ​ໄດ້​ປະ​ກາດ“ບົດ​ລາຍ​ງານ​ຄວາມ​ຄືບ​ໜ້າ​​ທີ່​ຈີນ​ຈັດ​ຕັ້ງ​ປະ​ຕິ​ບັດ​ວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງຮອດປີ2030”. ບົດ​ລາຍ​ງານ​ດັ່ງ​ກ່າວ​ໄດ້​ທົດ​ທວນ​ຄືນ​ຢ່າງຮອບ​ດ້ານ​ຕໍ່​ກັບ​ຄວາມ​ຄືບ​ໜ້າ​​ຕົ້ນ​ຕໍ​ທີ່​ຈີນ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ17​ລາຍ​ການ​ທີ່​ໄດ້ລະ​ບຸ​ໄວ້​ໃນ​ວາ​ລະ​​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງຮອດ​ປີ2030​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ມາ​ແຕ່​ປີ2016-2020.

ແຕ່​ປີ2016ຫາ​ປີ2019,GDPຂອງ​ຈີນ​​ໂດຍ​ສະ​ເລ່ຍ​ຕໍ່​ປີ​ມີ​ອັດ​ຕ​າ​ການ​ເຕີບ​ໂຕ​​ຂຶ້ນ6,6%,​ກວມ​ເອົາ30%​ຂອງ​ການ​ເຕີບ​ໂຕ​​ດ້ານ​ເສດ​ຖະ​ກິດ​ຂອງ​ໂລກ. ປີ2020,ຈີນ​ແມ່ນ​ອົງ​ກອນ​ເສດ​ຖະ​ກິດ​ຕົ້ນ​ຕໍ​ພຽງ​ໜຶ່ງ​ດຽວ​ໃນ​ໂລກ​ທີ່ມີ​ອັດ​ຕາ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ເປັນ​ຕົວ​ເລກບວກ.

ນັບ​ມາ​ຮອດ​ທ້າຍ​ປີ2020,ຈີນ​ໄດ້​ສ້າງ​​ລະ​ບົບ​ປະ​ກັນ​ສັງ​ຄົມຂະ​ໜາດໃຫຍ່ກວ່າ​ໝູ່​ໃນ​ໂລກ,ຈຳ​ນວນ​ຜູ້​ເຂົ້າ​ຮ່ວມ​ໃນ​ລາ​ຍ​ຊື່​ປະ​ກັນ​ສຸ​ຂະ​ພາບ​ຂັ້ນ​ພື້ນ​ຖານ​ມີ​ຫຼາຍກວ່າ1,36ຕື້​ຄົນ,ນະ​ໂຍ​ບາຍ​ປະ​ກັນ​​ສັງ​ຄົມ​ຂັ້ນ​ພື້ນ​ຖານ​ສຳ​ລັບ​ເບິ່ງ​ແຍງ​ລ້ຽ​ດູ​ຜູ້​ເຖົ້າໄດ້ປົກ​ຄຸມ​ປະ​ຊາ​ກອນ​ເກືອບ1ຕື້​ຄົນ.

ໃນ​ດ້ານການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ,​ ຈີນ​ໄດ້​ເລັ່ງ​ລັດ​ຫັນ​ການ​ພັດ​ທະ​ນາ​ເປັນສີ​ຂຽວ​ກາກບອນ​ດີ​ອອກ​ຊິດ​ຕ່ຳ, ພ້ອມ​ດຽວ​ກັນ​ນີ້ ຍັງ​ໄດ້ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ປົວ​ແປງ​ດິນ​ຟ້າອ​າ​ກາດ​ຂອງ​​ໂລກ,ຍົກ​ສູງ​ຄ​ວາມ​ສາ​ມາດ​ໃນ​ການ​ຫຼຸດ​ປະ​ລິ​ມານການ​ປ່ອຍ​ກາກບອນ​ດີ​ອອກ​ຊິດ​ຂອງ​ປະ​ເທດ​ຕົນ​ໃຫ້​ໜ້ອຍ​ລົງ.

ຄຳ​ເຫັນ

0