吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ເທດ​ຈີນທີ່​ເຂັ້ມ​ແຂງ​ທີ່​ນຳ​ພາ​ໂດຍ​ພັກ​ກອມ​ມູ​ນິດ​ຈີນ​ຢ່າງ​ໝັ້ນ​ແກ່ນ ເປັນ​ເສົາ​ຄ້ຳ​ອັນ​ໝັ້ນ​ແກ່ນ​ໃຫ້​ກັບ​ພົນ​ລະ​ເມືອງ​ຈີນ​ໝົດ​ທຸກ​ຄົນ​ຕະ​ຫຼອດ​ເວ​ລາ

2021-09-28 12:04:41 CRI

    ວັນ​ທີ 27 ກັນ​ຍາ​ນີ້, ທ່ານ​ນາງ​ຮ​ວ້າ​ຊຸ່ນ​​ຢີງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ວ່າ, ປະ​ເທດ​ຈີນ​​ທີ່​ເຂັ້ມ​ແຂງ​ທີ່​ນຳ​ພາ​ໂດຍ​ພັກ​ກອມ​ມູ​ນິດ​ຈີນ​ຢ່າງ​ໝັ້ນ​ແກ່ນ ເປັນ​ເສົາ​ຄ້ຳອັນ​ໝັ້ນ​ແກ່ນ​​ໃຫ້​ກັບ​ພົນ​ລະ​ເມືອງ​ຈີນ​ໝົດ​ທຸກ​ຄົນ​​ຕະ​ຫຼອດ​ເວ​ລາ, ພັກ ແລະ ລັດ​ຖະ​ບານ​ຈີນ​ມີຈິດ​ໃຈ​ທີ່​ໝັ້​ນໜຽວ ແລະ ຄວາມ​ສາ​ມາດ​ອັນ​ໜັກ​ແໜ້ນ, ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາ​ສິດ ແລະ ຜົນ​ປະ​ໂຫຍດ​ທີ່​ຊອບ​ດ້ວຍ​ກົດ​ໝາຍ​ຂອງ​ພົນ​ລະ​ເມືອງ​ຈີນ ແລະ ວິ​ສາ​ຫະ​ກິດ​ຈີນ, ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ ແລະ ກຽດ​ສັກ​ສີ​ຂອງ​ພັກ ແລະ ລັດ​ຖະ​ບານ​ຈີນ.

 

     ໂດຍ​ຜ່ານ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ຂອງ​ລັດ​ຖະ​ບານ​ຈີນ, ທ່ານ​ນາງ​ເມີ້ງ​ຫວານ​ໂຈ່ວ​ໄດ້​ກັບ​ຄືນ​ປະ​ເທດ​ຊາດ​ຢ່າງ​ສະ​ດວກ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 25 ກັນ​ຍາ​ນີ້.


     ໃນ​ເວ​ລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ, ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢີງກ່າວ​ວ່າ, ເຫດ​ການ​ກ່ຽວ​ກັບ​ນາງ​ເມີ້ງ​ຫວານ​ໂຈ່ວ​ເປັນ​ການ​ໃສ່​ຮ້າຍ ແລະ ​ທຳ​ຮ້າຍ​ທາງ​ການ​ເມືອງ​ຕໍ່​ພົນ​ລະ​ເມືອງ​ຈີນ ໂດຍ​ມີ​ຈຸດ​ປະ​ສົງ​ໂຈມ​ຕີ​ວິ​ສາ​ຫະ​ກິດ​ໄຮ​ເຕັກ​ຂອງ​ຈີນ ເຊິ່ງ​​ມີ​ບໍ​ລິ​ສັດ​ HUAWEI ເປັນ​ຕົວ​ແທນ. ຫຼັງ​ຈາກ​ນາງ​ເມີ້ງ​ຫວານ​ໂຈ່ວ​ຖືກ​ກັກ​​ຕົວ​ໂດຍ​ບໍ່​ມີ​ຄວາມ​ຜິດໃດໆ​ໃນ​ຕົ້ນ​ເດືອນ​ທັນ​ວາ​ປີ 2018, ພັກ ແລະ ລັດ​ຖະ​ບານ​ຈີນ​​ໄດ້ເອົາ​ໃຈ​ໃສ່​​ຊ່ວຍ​ເຫຼືອໃນ​ລະ​ດັບ​ສູງ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ, ສະ​ຖານ​ທູດ​ຈີນ​ປະ​ຈຳ​ອາ​ເມ​ຣິ​ກາ ແລະ ກາ​ນາ​ດາ ພ້ອມ​ທັງ​ສະ​ຖານ​ກົງ​ສຸນ​ຈີນ​ປະ​ຈຳ​ນະ​ຄອນ​ແວນ​ໂກ​ເວີ​ປະ​ເທດ​ກາ​ນາ​ດາ​ໄດ້​ອອກ​ແຮງ​ສຸດ​ຂີດ ເພື່ອ​​ປົກ​ປ້ອງ ແລະ ​ໃຫ້ການ​ຊ່ວຍ​ເຫຼືອ​ທາງ​ການ​ທູດຕໍ່​ນາງ​ເມີ້ງ​ຫວານ​ໂຈ່ວ, ​ເຈ​ລະ​ຈາ​ກັບອາເມຣິກາ ແລະ ການາດາຢ່າງເຄັ່ງຂຶມ ຮຽກ​ຮ້ອງ​ໃຫ້​ຍົກ​ເລີກຂໍ້​ກ່າວ​ຫາ​ອັນ​ຜິດ​ພາດ​ທີ່​ມີ​ຕໍ່​ນາງ​ເມີ້ງ​ຫວານ​ໂຈ່ວ. ນາງ​ເມີ້ງ​ຫວານ​ໂຈ່ວ​​ຈິ່ງ​ສາມ​າດ​ເດີນ​ທາງກັບ​ຄືນ​​ປະ​ເທດ​ຈີນ​ໄດ້ຢ່າງປອດ​ໄພ ​ຍ້ອນ​​ພັກ ແລະ ລັດ​ຖະ​ບານ​ຈີນ​ໄດ້​ສຸມ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ, ​ແລະ​ກໍ່​ຍ້ອນ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ຈີນ​ອອກ​ແຮງ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ກັນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

ຄຳ​ເຫັນ

0