覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ເລັ່ງ​ຊຸກ​ຍູ້​ອຸດ​ສາ​ຫະ​ກຳ​ຫັນ​ເປັນ​ດີ​ຈີ​ຕອນ

2021-09-28 11:02:28 cri

ຈີນ​ເລັ່ງ​ຊຸກ​ຍູ້​ອຸດ​ສາ​ຫະ​ກຳ​ຫັນ​ເປັນ​ດີ​ຈີ​ຕອນ_fororder_信息技术
 

 ງານ​ວາງ​ສະ​ແດງເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ແລະ​ການ​ສື່​ສານ​ສາ​ກົນ​ຈີນ2021ໄດ້​ໄຂ​ຂຶ້ນ​ໃນ ວັນ​ທີ 27 ກັນ​ຍາ​ນີ້​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ​ກ່ຽວ​ກັບ​ຜົນ​ງານ​ດ້ານ​ເຕັກ​ນິກ​ໃໝ່​ແລະ​ການ​ປະ​ດິດ​ສ້າງ​ດ້ານ​ການ​ປະ​ຍຸກ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ແລະ​ການ​ສື່​ສານ(ICT)
 

ທ່ານ​ຊິ່ນ​ໂກວ​ປິ່ນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ແລະ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ຈີນ​ກ່າວ​ໃນ​ພິ​ທີ​ເປີດ​ງານ​ວາງ​ສະ​ແດງວ່າ: ເຕັກນິກ ICT ຂອງ​ຈີນ​ໄດ້​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ຮູບ​ປະ​ທຳ​ຢ່າງ​ເລິກ​ເຊິ່ງ, ອຸດ​ສາ​ຫະ​ກຳ​ໄດ້​ເລັ່ງ​ລັດ​ຫັນ​ເປັນ​ດີ​ຈີ​ຕອນ. ຂະ​ແໜງ​ການ ICT​ໄດ້​ມີ​ການ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ​ແບບ​ກ້າວ​ກະ​ໂດດ, ໄດ້​ສ້າງ​ໃຫ້​ມີ​ເຄືອ​ຂ່າຍ​ໃຍແກ້ວ​ນຳ​ແສງ​ແລະ​ເຄືອ​ຂ່າຍ4Gທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ໃນ​ໂລກ. ການ​ນຳ​ໃຊ້ເຄືອ​ຂ່າຍ 5G ​ເຂົ້າ​ໃນ​ທາງ​ທຸ​ລະ​ກິດ​ກໍ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ດີ, ນັບ​ມາ​ຮອດເດືອນ​ກັນ​ຍາ​ປີ2021, ຈີນ​ໄດ້​ສ້າງ​ສະ​ຖາ​ນີ​ສັນ​ຍານ5G ​ສຳ​ເລັດ​ແລ້ວຫຼາຍກວ່າ 1 ລ້ານ​ສະ​ຖາ​ນີ, ກວມຫຼາຍກວ່າ 70% ຂອງ​ຈຳ​ນວນ​ສະ​ຖາ​ນີ​ສັນ​ຍານ5Gໃນ​ທົ່ວ​ໂລກ, ຜູ້​ໃຊ້​ເຄືອ​ຂ່າຍ5G​ມີຫຼາຍກວ່າ 400 ລ້ານ​ເລກ​ໝາຍ, ອິນ​ເຕີ​​ເນັດ​ຄວາມ​ໄວ​ສູງ​ໄດ້​ປົກ​ຄຸມ​ບ້ານ​ບໍ​ລິ​ຫານ​ແລະ​ບ້ານ​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ​ຈີນຫຼາຍກວ່າ 99%.

ຄຳ​ເຫັນ

0