覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ເລັ່ງ​ທວງໃຫ້​ອາ​ເມ​ຣິ​ກາ,ອັງ​ກິດ​ແລະ​ອົ​ສ​ຕ​ຣາ​ລີ​ອີກ​ຄັ້ງ​ໜຶ່ງ​​ຕ້ອງຍົກ​ເລີກ​ຂໍ້​ຕົກ​ລົງ​ອັນ​ຜິດ​ພາດ​ໃນ​ການ​ຮ່ວມ​ມື​ດ້ານ​ເຮືອດຳ​ນ້ຳ​ນີວ​ເຄ​ລຍ

2021-09-28 11:12:05 cri

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ປະ​ຈຳ​ວັນ​ທີ 27 ກັນ​ຍາ​ນີ້, ທ່ານ​ນາງ​ຮ​​ວ້າ​ຊຸ່ນ​ຢີງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ເນັ້ນ​ໜັກ​ຄືນ​ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເຮືອດຳ​ນ້ຳ​ນີວ​ເຄ​ລຍ​ລະ​ຫວ່າງ​ອາ​ເມ​ຣິ​ກາ ອັງ​ກິດ​ແລະ​ອົ​ສ​ຕ​ຣາ​ລີ​ວ່າ: ຈີນ​ເລັ່ງ​ທວງໃຫ້​3ປະ​ເທດ​ນີ້​ຈົ່ງ​ຮັບ​ຟັງ​ສຽງ​ຮຽກ​ຮ້ອງ​ຂອງ​ປະ​ຊາ​ຄົມ​ໂລກ, ປະ​ຖິ້ມ​ແນວ​ຄິດ​ສົງ​ຄາມ​ເຢັນ​ທີ່​ເປັນ​ແນວ​ຄິດ​ເກົ່າ​ແລະ​ທັດ​ສະ​ນະ​ພູມ​ສາດ​ການ​ເມືອງ​ອັນ​ຄັບ​ແຄບ,ຍົກ​ເລີກ​ຂໍ້​ຕົກ​ລົງ​ອັນ​ຜິດ​ພາດ, ປະ​ຕິ​ບັດ​ຕາມ​ພັນ​ທະ​ສາ​ກົນ​ທີ່​ບໍ່​ແຜ່​ຜາຍ​ອາ​ວຸດ​ນີວ​ເຄ​ລຍ​ຢ່າງຈິງ​ໃຈ, ກະ​ທຳ​ໃນ​ສິ່ງ​ທີ່​ມີ​ຜົນ​ດີ​ຕໍ່​ສັນ​ຕິ​ພາບ ສະ​ຖຽນ​ລະ​ພາບ ແລະ​ການ​ພັດ​ທະ​ນາຂອງ​ພາກ​ພື້ນ​ໃຫ້ຫຼາຍກວ່າ​ເກົ່າ.
 

 ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢິງ ກ່າວ​ວ່າ: ການ​ຮ່ວມ​ມື​ດ້ານ​​ເຮືອດຳ​ນ້ຳ​ນີວ​ເຄ​ລຍ​ລະ​ຫວ່າງ​ອາ​ເມ​ຣິ​ກາ ອັງ​ກິດ​ແລະ​ອົ​ສ​ຕ​ຣາ​ລີ​ມີ​ຄວາມ​ສ່ຽງ​ຢ່າງ​ຮ້າຍ​ແຮງໃນ​ການ​ແຜ່​ຜາຍ​ອາ​ວຸດ​ນີ​ວ​ເຄ​ລຍ, ​ໄດ້​ຝືນ​ກັບ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ສົນ​ທິ​ສັນ​ຍາ​ບໍ່​ແຜ່​ຜາຍ​ອາ​ວຸດ​ນີວ​ເຄ​ລຍ, ໃນ​ຂະ​ນະ​ດຽວ​ກັນ, ຈີນ​ກໍ​ຕ້ອງເຕືອນໃຫ້​ບັນ​ດາ​ຝ່າຍອີກ​ຄັ້ງ​ໜຶ່ງວ່າ​​​ຈົ່ງ​​ພິ​ຈາ​ລະ​ນາ​ເຖິງ​ຜົນ​ຮ້າຍ​ອັນ​ໜັກ​ໜ່ວງ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ຍ້ອນ​ອາ​ເມ​ຣິ​ກາ ​ອັງ​ກິດ ແລະ​ອົ​ສ​ຕ​ຣາ​ລີ​ປະ​ຕິ​ບັດ​ສອງ​ມາດ​ຕະ​ຖານ​ໃນ​ບັນ​ຫາ​ບໍ່​ແຜ່​ຜາຍ​ອາ​ວຸດ​ນີວ​ເຄ​ລຍ. ອາ​ເມ​ຣິ​ກາ​ແລະ​ອັງ​ກິດ​ໄດ້​ຖື​ເອົາ​ຜົນ​ປະ​ໂຫຍດ​ທາງ​ພູມ​ສາດ​ການ​ເມືອງ​ຢູ່​ເໜືອ​ກົດ​ລະ​ບຽບ​ສາ​ກົນ​ວ່າ​ດ້ວຍ​ການ​ບໍ່​ແຜ່​ຜາຍ​ອາ​ວຸດ​ນີວ​ເຄ​ລຍ, ຊ່ວຍ​ອົ​ສ​ຕ​ຣາ​ລີ​ໃຫ້​ກາຍ​ເປັນ​ປະ​ເທດ​ທີ່​ບໍ່​ມີອາ​ວຸດ​ນີວ​ເຄ​ລຍ​​ປະ​ເທດ​ທຳ​ອິດ​ທີ່ນຳ​ເຂົ້າ​​ເຮືອດຳ​ນ້ຳ​ນີວ​ເຄ​ລຍ, ເຊິ່ງ​ຈະ​ກະ​ຕຸກໃຫ້​ປະ​ເທດ​ທີ່​ບໍ່​ມີ​ອາ​ວຸດ​ນີວ​ເຄ​ລຍ​ອື່ນໆ​ພາ​ກັນ​ຮຽນ​ເອົາ​ເປັນ​ແບບ​ຢ່າງ, ທັງ​ສ້າງ​ຜົນ​ກະ​ທົບ​ອັນ​ເລິກ​ເຊິ່ງ​ແລະ​ຍາວ​ນານ​ໃຫ້​ກັບ​ການ​ແກ້​ໄຂ​ບັນ​ຫາ​ຈຸດ​ສຸມ​ດ້ານ​ນີວ​ເຄ​ລຍ​ຢູ່​ພາກ​ພື້ນແຫ່ງ​ນີ້  ແລະ​ຈະ​ທຳ​ລາຍ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ຢ່າງຮ້າຍ​ແຮງ.

ຄຳ​ເຫັນ

0