何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປັນ​ຫຍັງ​ປະ​ເທດ​ຈີນ​ສາ​ມາດ​ປະ​ສົບ​ຜົນ​ສຳ​ເລັດ​ໄດ້

2021-09-28 10:04:08 CRI

ວັນ​ທີ 27 ກັນ​ຍາ​ປີ 2021, ໜັ​ງ​ສື​ພິມ​ປະ​ຊາ​ຊົນ​ລາຍ​ວັນ ທີ່​ເປັນ​ກະ​ບອກ​ສຽງ​ສຳ​ນັກ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ລົງ​ພິມ​ບົດ​ຄວາມ​ທີ່​ມີ​ຫົວ​ຂໍ້​ວ່າ “ເປັນ​ຫຍັງ​ພວກ​ເຮົາ​ສາ​ມາດ​ປະ​ສົບ​ຜົນ​ສຳ​ເລັດ​ໄດ້”. ໂດຍ​ແນ​ໃສ່​ການ​ປ່ຽ​ນ​ແປງ​ດ້ານ​ມູນ​ການ​ສັງ​ເກດ​ຂອງ​ປະ​ຊາ​ຄົມ​ໂລກ​ຕໍ່​ຈີນ, ບົດ​ຄວາມ​ນີ້​ໄດ້​ຫວນ​ຄືນ​ການ​ປ່ຽນ​ແປງ​ອັນ​ໃຫຍ່ຫຼວງ​ດ້ານ​ປະ​ຫວັດ​ສາດ​ໃນ​ຮ້ອ​ຍ​ປີ​ຜ່ານ​ມາ ຄື​ຈາກ​ການ​ຮຸກ​ຮານ​ຂອງ​ປະ​ເທດ​ຈັກ​ກະ​ພັດ ມາ​ຮອດ​ຊົນ​ຊາດ​ຈີນ​ລຸກ​ຢືນ​ຂຶ້ນ ຮັ່ງ​ມີ​ຂຶ້ນ ແລະ ເຂັ້ມ​ແຂງ​ຂຶ້ນ, ໄດ້​ຕອບ​ຄຳ​ຖາມ​ທີ່​ວ່າ “ເປັນ​ຫຍັງ​ພວກ​ເຮົາ​ສາ​ມາດ​ປະ​ສົບ​ຜົນ​ສຳ​ເລັດ​ໄດ້” ຈາກດ້​ນາ​ປະ​ຫວັດ​ສາດ ທິດ​ສະ​ດີ ແລະ ພຶດ​ຕິ​ກຳ. ໃນ​ບົດ​ຄວາມ​ລະ​ບຸ​ວ່າ, ໃນ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ຄົບ​ຮອບ 100 ປີ​ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ກໍ​ລະ​ກົດ​ປີ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສະ​ເໜີ​ວ່າ: “ບໍ່​ມີ​ພັກ​ກອມ​ມູ​ນິດ​ຈີນ ກໍ​ບໍ່​ມີ​ປະ​ເທດ​ຈີນ​ໃໝ່, ກໍ​ບໍ່​ມີ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊ​າ​ຊາດ​ຈີນ”, ເຊິ່ງ​ເປັນ​ຄຳ​ສະຫຼຸບ​ດ້ານ​ປະ​ຫວັດ​ສາດ​ທີ່​ສຳ​ຄັນ​ທີ່​ສຸດ ແລະ ບົດ​ຮຽນ​ສຳ​ເລັດ​ຜົນ​ທີ່​ລ້ຳ​ຄ່າ​ທີ່​ສຸດ ໂດຍ​ເປັນ​ຄຳ​ຕອບ​ທີ່​ວ່າ “ເປັນ​ຫຍັງ​ພວກ​ເຮົາ​ຈຶ່ງ​ສາ​ມາດ​ປະ​ສົບ​ຜົນ​ສຳ​ເລັດ​ໄດ້.”

ໃນ​ບົດ​ຄວາມ​ໄດ້​ຫວນ​ຄືນ​ປະ​ຫວັດ​ສາດ​ທີ່ຫຼັງ​ຈາກ​ສົງ​ຄາມ​ຢາ​ຝິ່ນປີ 1840, ປະ​ຊາ​ຊາດ​ຈີນ​ໄດ້​ປະ​ສົບ​ຄວາມ​ທຸກ​ທໍ​ລະ​ມານ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ, ປ​ະ​ຊາ​ຊົນ​ຈີນ​ລຸກ​ຮື​ຂຶ້ນ​ຕໍ່​ສູ້​ເພື່ອ​ບັນ​ລຸ​ຄວາມ​ໃຝ່​ຝັນ​ທີ່​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ປະ​ຊາ​ຊາດ​ຈີນ, ກຳ​ລັງ​ຊະ​ນິດ​ຕ່າງໆ​ໜ້າ​ລົ້ມຫຼັງ​ລຸກ, ແຜນ​ການ​ຊະ​ນິດ​ຕ່າງໆ​ດຳ​ເນີນ​ການ​ທົດ​ລອງ​ຕາມໆ​ກັນ. ໃນ​ບົດ​ຄວາມ​ຊີ້​ອອກວ່າ, ມີ​ແຕ່​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ແບກ​ຫາບ​ພາ​ລະ​ກຳ​ດ້ານ​ປະ​ຫວັດ​ສາດ​ທີ່​ຕໍ່​ສູ້​ກູ້​ຊາດ ແລະ ຟື້ນ​ຟູ​ຄວາມ​ຈະ​ເລີ​ນຸ​ຮ່ງ​ເຮືອງ​ຂອງ​ປະ​ຊາ​ຊາດ​ຈີນ, ໃນ​ທີ່​ສຸດ​ໄດ້​ສິ້ນ​ສຸດ​ປະ​ຫວັດ​ສາດ​ທີ່​ປະ​ຊາ​ຊົນ​ຖືກ​ຮຸກ​ຮານ​ຢ່າງ​ອັບ​ອາຍ, ແກ້​ໄຂ​ບັນ​ຫາ​ຄວາມ​ທຸກ​ຍາກ​ເດັດ​ຖານ​ຄັ້ງ​ປະ​ຫວັດ​ສາດ, ແລະ​ກ້າວ​ເດີນ​ບົນ​ເສັ້ນ​ທາງ​ທີ່​ມີ​ຄວາມ​ອີ່ມ​ໜຳ​ສຳ​ລານ​ຮອບ​ດ້ານ ແລະ ຮັ່ງ​ມີ​ພ້ອມ​ກັນ. ນີ້​ແມ່ນ​ເຫດ​ຜົນ​ດ້ານ​ປະ​ຫວັດ​ສາດ​ທີ່​ຍຶດ​ໝັ້ນ​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ.

ໃນ​ບົດ​ຄວາມ​ໄດ້​ສະຫຼຸບ​ຂະ​ບວນ​ການ​ທີ່​ພັກ​ກອມ​ມູ​ນິດ​ຈີນ​ສາ​ມັກ​ຄີ​ເຕົ້າ​ໂຮງ​ກຳ​ລັງ​ຂອງ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ເພື່ອ​ດຳ​ເນີນ​ການ​ປະ​ຕິ​ວັດ, ແລະ​ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຈີນ​ໃໝ່. ບົດ​ຄວາມ​ຊີ້​ອອກວ່າ, ຊາວ​ພັກ​ກອ​ມ​ມູ​ນິດ​ຈີນ​ໄດ້​ໃຊ້​ຄວາມ​ຈິງ​ໃຈ ເລືອດ​ເນື້ອ ແລະ ການ​ເຮັດ​ແທ້​ທຳ​ຈິງ​ຂອງ​ຕົນ ນຳ​ພາ​ປະ​ຊາ​ຊົນ​ສ້າງ​ຊີ​ວິດ​ທີ່​ຜາ​ສຸກ​ຢ່າງ​ແທ້​ຈິງ, ແລ້ວ​ໄດ້​ຮັບ​ຄວາມ​ສັດ​ທາ, ການ​ສະ​ໜັບ​ສະ​ໜູນ ແລະ ການ​ເຄົາ​ລົບ​ຂອງ​ປະ​ຊາ​ຊົນ. ນີ້​ແມ່ນ​ເຫດ​ຜົນ​ດ້ານ​ທິດ​ສະ​ດີ​ໃນ​ການ​ຍຶດ​ໝັ້ນ​ການ​ນຳ​ພາ​ຂອງ​ພັກກ​ອກມ​ມູ​ນິດ​ຈີນ.

ໃນ​ບົດ​ຄວາມ​ຍັງ​ຊີ້​ອອກວ່າ, ໃນ​ການ​ສູ້​ຊົນ​ເປັນ​ເວ​ລາ 100 ປີ​ທີ່​ຜ່ານ​ມາ, ປະ​ຊາ​ຊົນ​ຈີນ​ມີ​ຄວາມ​ຮູ້​ສຶກ​ຢ່າງ​ເລິກ​ເຊິ່ງວ່າ, ພັກ​ກອມ​ມູ​ນິດ​ຈີນ​ສູ້​ຊົນ​ປົດ​ປ່ອຍ​ປະ​ເທດ​ຊາດ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ກໍ​ແມ່ນ​ເພື່ອ​ປົກ​ປັກ​ຮັກ​ສາ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ, ແລະ ເຮັດ​ໃຫ້​ປະ​ຊ​າ​ຊົນ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ.

ໃນ​ບົດ​ຄວາມ​ຍັງ​ໄດ້​ປຽບ​ທຽບ​ວິ​ທີ​ການ ແລະ ປະ​ສິດ​ທິ​ຜົນ​ຂອງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ເພື່ອ​ສະຫຼຸບ​ທ່າ​ແຮງ​​ດ້ານ​ການ​ບໍ​ລິ​ຫານ​ລັດຂອງ​ການ​ນຳ​ພາ​ໂດຍ​ພັກ​ກອມ​ມູ​ນິດ​ຈີນ.

ໃນ​ບົດ​ຄວາມ​ຍັງ​ລະ​ບຸ​ວ່າ, ໂລກ​ພວມ​ຢູ່​ໃນ​ການ​ປ່ຽນ​ແປງ​ອັນ​ໃຫຍ່ຫຼວງ​ແບ​ບ​ບໍ່​ເຄີຍ​ມີ​ມາ​ໃນ​ຮອບ​ຮ້ອຍ​ປີ​ຜ່ານ​ມາ, ຄວາມ​ໝາຍ​ໃຫຍ່​ທີ່​ສຸດຂອງ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຂອງ​ຈີນຕໍ່​ກັບ​ໂລກ, ​ບໍ່​ພຽງ​ແຕ່​ຂຶ້ນ​ຢູ່​ກັບວ່າ ປະ​ຊາ​ກອນ 1 ສ່ວນ​ 5 ຂອງ​ໂລກ​ກ້າວ​ສູ່​ຄວາມ​ຮັ່ງ​ມີ ແລະ​ສ້າງ​ຜົນ​ສະ​ທ້ອນ​ໃນ​ສາ​ກົນ​ຢ່າງກວ້າງ​ຂວາງ ແລະ ເລິກ​ເຊິ່ງ, ຍິ່ງ​ຂຶ້ນ​ຢູ່​ກັບ​ເສັ້ນ​ທາງ​ຫັນ​ເປັນ​ທັນ​ສະ​ໄໝ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ ແລະ ຮູບ​ແບບ​ໃໝ່​ຂອງ​ອະ​ລິ​ຍະ​ທຳ​ມະ​ນຸດ​ທີ່​ປະ​ດິດ​ສ້າງ​ໂດຍ​ປະ​ເທດ​ຈີນ, ເຊິ່ງ​ໄດ້​ສະ​ໜອງ​ສະ​ຕິ​ປັນ​ຍາ ແລະ ແຜນ​ການ​ຂອງ​ຈີນ​ໃນ​ການ​ສ້າງ​ສັງ​ຄົມ​ທີ່​ດີ​ງາມ​ໃຫ້​ແກ່ມວນ​ມະ​ນຸດ.

ຄຳ​ເຫັນ

0