何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​ໃນ​ເທດ​ສະ​ການ​ກາ​ຕູນ​ສາ​ກົນ​ຈີນ​ໃນ​ປີ​ນີ້

2021-09-29 14:43:44 CRI

ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​ໃນ​ເທດ​ສະ​ການ​ກາ​ຕູນ​ສາ​ກົນ​ຈີນ​ໃນ​ປີ​ນີ້_fororder_0929动漫节2

ແຕ່​ວັນ​ທີ 29 ກັນ​ຍາ​ຫາ​ວັນ​ທີ 4 ຕຸ​ລາ​ປີ 2021, ​ເທດ​ສະ​ການ​ກາ​ຕູນ​ສາ​ກົນ​ຈີນ​ຄັ້ງ​ທີ 17 ຈະ​ໄດ້​ຈັດ​ຂຶ້ນ​ຢູ່​ແຄມ​ໜອງ​ໄບ​ມາ​ເຂດ​ປິ່ນ​ຈ່ຽງ​ນະ​ຄອນ​ຮາງ​ໂຈ່​ຕາມ​ເວ​ລາ​ກຳ​ນົດ. ພາຍ​ໃຕ້​ສະ​ພາບ​ການ​ໃໝ່​ຂອງ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ​ງານ​ວາງ​ສະ​ແດງ​ອຸດ​ສາ​ຫະ​ກຳ​ກາ​ຕູນ​ຄັ້ງ​ນີ້​ໄດ້​ໃຊ້​ປີ້​ເອ​ເລັກ​ໂຕຼນິກ​ດ້ວຍ​ຊື່​ແທ້, ຜູ້​ຊົມ​ສາ​ມາດ​ຈອງ​ປີ້​ລ່ວງ​ໜ້າ​ໃນ​ທາງ​ອິນ​ເຕີ​ເນັດ. ໃນ​ເວ​ລາ​ເຂົ້າ​ສູ່​ຫໍ​ວາງ​ສະ​ແດງ​ຕ້ອງ​ແຈ້ງ​ໃບ​ຢັ້ງ​ຢືນ​ຜົນ​ການກວດນິວ​ຄະ​ເລ​, ໃບ​ຢັ້ງ​ຢືນ​ການ​ເດີນ​ທາງທີ່​ເປັນ​ສີ​ຂຽວ ແລະ ລະ​ຫັດ​ສຸ​ຂະ​ພາບ​ຮາງ​ໂຈ່​ທີ່​ເປັນ​ສີ​ຂຽວ, ວັດ​ແທກ​ອຸນ​ຫ​ະ​ພູມຮ່າງ​ກາຍ​ດ້ວຍ​ແສງ​ອິນ​ຟ​ຣາ​ເຣດ, ແລະ ກວດ​ບັດ​ປະ​ຈຳ​ຕົວ.

ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​ໃນ​ເທດ​ສະ​ການ​ກາ​ຕູນ​ສາ​ກົນ​ຈີນ​ໃນ​ປີ​ນີ້_fororder_0929动漫节3

ໃນ​ເວ​ລາ​ເຂົ້າ​ຮ່ວມ ແລະ ທ່ຽວຊົມ​ການ​ວາງ​ສະ​ແດງ, ຜູ້​ເຂົ້າ​ຊົມ​ໃນ​ພື້ນ​ທີ່​ຍັງ​ຕ້ອງ​ຮັກ​ສາ​ໄລ​ຍະ​ຫ່າງ 1 ແມັດ, ແລະ​ໃສ່​ຜ້າ​ອັດ​ປາກ​ຕະຫຼອດ​​ເວ​ລາ.

ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​ໃນ​ເທດ​ສະ​ການ​ກາ​ຕູນ​ສາ​ກົນ​ຈີນ​ໃນ​ປີ​ນີ້_fororder_0929动漫节1

ຄຳ​ເຫັນ

0