何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ ແລະ ເອີ​ຣົບ​ຈັດ​ການ​ສົນ​ທະ​ນາ​ທາງ​ຍຸດ​ທະ​ສາດ​ລະ​ດັບ​ສູງ​ຮອບ​ທີ 11

2021-09-29 14:38:41 CRI

ວັນ​ທີ 28 ກັນ​ຍາ​ນີ້, ທ່ານ​ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ແລະ​ທ່ານ​ໂຈ​ເຊ ໂບ​ເຣວ ຜູ້​ຕາງ​ໜ້າຂັ້ນ​ສູງ​ດ້ານ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ແລະ ຄວາມ​ໝັ້ນ​ຄົງ​ຂອງ​ສະ​ຫະ​ພາບ​ເອີ​ຣົບ​ໄດ້​ຮ່ວມ​ກັນ​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ສົ​ນ​ທະ​ນາ​ທາງ​ຍຸດ​ທະ​ສາດ​ລະ​ດັບ​ສູງ​ຮອບ​ທີ 11 ​ໂດຍ​ຜ່ານ​ທາງ​ວີ​ດີ​ໂອ.

 

ທ່ານ​ຫວາງ​ຢີ້​ກ່າວ​ວ່າ, ຈີນ ແລະ ເອີ​ຣົບ​ລ້ວນ​ແຕ່​ເຫັນ​ວ່າ, ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ສອງ​ຝ່າຍ​ຄວນ​ຍຶດ​ໝັ້ນ​ການ​ຄົບ​ລົບ​ເຊິ່ງ​ກັນ​ແລະ​ກັນ, ສະ​ແຫວງ​ຫາ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບກັນ ແລະ ສະ​ຫງວນ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ, ເປີດກວ້າງ​ຂົງ​ເຂດ​ການ​ຮ່ວມ​ມື, ຮ່ວມ​ມື​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ, ເຊັ່ນ: ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ແລະ​ອື່ນໆ. ຝ່າຍ​ເອີ​ຣົບ​ເຄີຍ​ກ່າວ​ມາຫຼາຍ​ເທື່ອ​ວ່າ, ສະ​ຫະ​ພາບ​ເອີ​ຣົບ​ຊົມ​ເຊີຍ​ການ​ພັດ​ທະ​ນາ​ຂອງ​ຈີນ, ບໍ່ມີ​ເຈດ​ຕະ​ນາ​ເປັນ​ປໍ​ລະ​ປັກ​ກັນ​ດ້ານ​ລະ​ບອບ, ຈະ​ບໍ່​ເຂົ້າ​ຮ່ວມ “ສົງ​ຄາມ​ເຢັນ​ແບບ​ໃໝ່”​ໃນ​ທຸກ​ຮູບ​ແບບ, ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງ​ນີ້.

 

ທ່ານ​ຫວາງ​ຢີ້​ກ່າວ​ຕື່ມ​ວ່າ, ສອ​ງ​ຝ່າຍ​ຄວນ​ກະ​ກຽມ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ຈີນ ແລະ​ເອີ​ຣົບ​ໃນ​ໄລ​ຍະ​ຕໍ່​ໜ້າ, ເພີ່ມ​ແຮງ​ຂັບ​ເຄື່ອນ​ອັນ​ໃໝ່​ໃຫ້​ແກ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ສອງ​ຝ່າຍ, ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ກ່ຽວ​ກັບ​ການ​ສົນ​ທະ​ນາ​ລະ​ດັບ​ສູງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ ແລະ ເສດ​ຖະ​ກິດ​ດີ​ຈີ​ຕອນ​ຮອບ​ໃໝ່, ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ສີ​ຂຽວ ແລະ ດີ​ຈີ​ຕອນ​ລະ​ຫວ່າງ​ຈີນ-ເອີ​ຣົບ​ໃຫ້ກ້າວ​ເຂົ້າ​ສູ່​ລວງ​ເລິກ. ເຮັ​ດ​ໃຫ້​ຂໍ້​ລິ​ເລີ່ມ​ທີ່​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ເຊື່ອມ​ຈອດກັບ​ຂໍ້​ລິ​ເລີ່ມ​​ເຊື່ອມ​ໂຍງເຊື່ອມ​ຈອດ​ຂອງ​ສ​ະ​ຫະ​ພາບ​ເອີ​ຣົບ, ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ກັນ​ແລະ​ກັນ, ​ກາຍເປັນ​ກຳ​ລັງ​ສັງ​ລວມ. ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ວັກ​ຊີນ, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ການ​ເງິນ, ພະ​ລັງ​ງານ, ກະ​ສິ​ກຳ ແລະ ອື່ນໆ​ຢ່າງ​ຕໍ່​ເນື່ອງ. ຍິນ​ດີ​ຕ້ອນ​ຮັບ​ເອີ​ຣົບ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ “ຂໍ້​ລິ​ເລີ່ມ​ການ​ພັດ​ທະ​ນາ​ໂລກ”ທີ່​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ສະ​ເໜີ​ອອກ​ໃນ​ການ​ອະ​ພິ​ປາຍ​ທົ່ວ​ໄປ​ຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 76.

 

ທ່ານ​ໂຈ​ເຊ ໂບ​ເຣວ​ກ່າວ​ວ່າ, ເອີ​ຣົບ​ຖື​ຈີນ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ທີ່​ສຳ​ຄັນ, ເອີ​ຣົບ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ “ຂໍ້​ລິ​ເລີ່ມ​ການ​ພັ​ດ​ທະ​ນາ​​ໂລກ” ທີ່​ສະ​ເໜີ​ໂດຍ​ທ່ານ​ສີ​ຈິ້ນ​ຜິງ, ນີ້​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ສຳ​ຄັນ​ໃນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ ແລະ ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອງ​ໂລກ. ເອີ​ຣົບ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສູງ​ຕໍ່​ຈີນ​ທີ່​ໄດ້ປະ​ກາດ​ວ່າ​ຈະ​ບໍ່​ສ້າງ​ໂຄງ​ການ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ຖ່ານ​ຫີນ​ແຫ່ງ​ໃໝ່​ຢູ່​ຕ່າງ​ປະ​ເທດ, ນີ້​ຈະ​ຊ່ວຍ​ໃຫ້ປະ​ເທດ​ພວມ​ພັດ​ທະ​ນາ​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ສີ​ຂຽວ ແລະ ກາກບອນ​ຕ່ຳ. ເອີ​ຣົບ​ຍິນ​ດີ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ການ​ຕ້ານ​ກັບ​ພະ​ຍາດ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ​ອະ​ນຸ​ລັກ​ຄວາມຫຼາກຫຼາຍ​​ທາງ​ຊີ​ວະ​ນາ​ນາ​ພັນ ແລະ​ອື່ນໆ.

ຄຳ​ເຫັນ

0