徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້ຊ່ຽວຊານສັນຊາດຕ່າງປະເທດຂອງ CMG ໄດ້ຮັບລາງວັນມິດຕະພາບລັດຖະບານຈີນ

2021-10-01 14:55:25 cri

ຕາມ​ຂ່າວCRI: ວັນ​ທີ 30 ກັນ​ຍາ​ແລ້ວ​ນີ້, ພິ​ທີ​ມອ​ບ​ລາງວັນ​ມິດ​ຕະ​ພາບ​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ. ທ່ານ​ຫຼີ​ເຄີ້​ສຽງ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ຜູ້​ຊ່ຽວ​ຊານ​ຕ່າງ​ປະ​ເທດ​ທີ່​ໄດ້​ຮັບ​ລາງວັນ​ມິດ​ຕະ​ພາບ​ລັດ​ຖະ​ບານ​ຈີນ​ປີ 2020 ແລະ 2021 ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ. ທ່ານ​ເຊ້ຍພີງ, ຊື່​ຣັດ​ເຊຍ​ໂຄ​ນ​ສ​ຕານ​ຕິນ ເຊ​ພີນ, ຜູ້​ຊ່ຽວ​ຊານ​ສັນ​ຊາດ​ຣັດ​ເຊຍ, ​ໄດ້​ຮັບ​ລາງວັນ​ມິດ​ຕະ​ພາບ​ລັດ​ຖະ​ບານ​ຈີນ​ປີ 2020, ທ່ານ​ໂມ້​ຢານ, ຊື່​ຝ​ຣັ່ງ​ເວັ​ສ ມຸຍ​ເລັດ, ຜູ້​ຊ່ຽວ​ຊານ​ສັນ​ຊາດ​ຝ​ຣັ່ງໄດ້​ຮັບ​ລາງວັນ​ມິດ​ຕະ​ພາບ​ລັດ​ຖະ​ບານ​ຈີນ​ປີ 2021.

ຜູ້ຊ່ຽວຊານສັນຊາດຕ່າງປະເທດຂອງ CMG ໄດ້ຮັບລາງວັນມິດຕະພາບລັດຖະບານຈີນ_fororder_444

ທ່ານ​ເຊ້ຍ​ພີງ​ແລະ​ທ່ານ​ໂມ້​ຢານ​ໄດ້​ເຮັດວຽກຢູ່​ພະ​ແນກ​ພາ​ສາ​ຣັດ​ເຊຍ​ແລະ​ພາ​ສາ​ຝ​ຣັ່ງ​ຂອງ CGTN ຂອງ CMG ເປັນ​ເວ​ລາ​ດົນ​ແລ້ວ, ໄດ້​ສຸມ​ກຳ​ລັງເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳລະ​ຫວ່າງ​ຈີນ-ຣັດ​ເຊຍ​ແລະ​ຈີນ-ຝ​ຣັ່ງ, ໄດ້​ຄົ້ນ​ຄວ້າ​ວຽກ​ງານເຜີຍ​ແຜ່​ແລະ​ລາຍ​ງານ​ຂ່າວ​ຕໍ່​ເຂດ​ດັ່ງ​ກ່າວ​ເປັນ​ເວ​ລາ​ຫຼາຍ​ປີ. ປັດ​ຈຸ​ບັນ​ນີ້, CMG ກຳ​ລັງ​ພະ​ຍາ​ຍາມ​ສ້າງ​ຕົນ​ໃຫ້​ເປັນສື່ມວນ​ຊົນ​ກະ​ແສ​ຫຼັກແບບ​ໃໝ່ອັນ​ດັບ​ໜຶ່ງ​ສາ​ກົນ. ພະ​ນັກ​ງານ​ສັນ​ຊາດ​ຕ່າງ​ປະ​ເທດ​ຢູ່​ຈີນ​ແລະ​ຕ່າງ​ປະ​ເທດ​ພ້ອມ​ດ້ວຍ​ພະ​ນັກ​ງານ​ຈີນ​ໄດ້​ຕັ້ງ​ໜ້າ​ທຸ່ມ​ເທ​ກຳ​ລັງ​ເຂົ້າ​ໃນ​ການ​ສ້າງ​ພາ​ລະ​ກິດ​ຂອງ CMG, ລາຍ​ງານຄວາມ​ຈິງ, ເຜີຍ​ແຜ່​ສຽງ​​ຍຸ​ດ​ຕິ​ທຳ​ແລະ​ແນະ​ນຳ​ຄວາມ​ສວຍ​ງາມ​ຂອງ​ອະ​ລິ​ຍະ​ທຳ​ຕໍ່ທົ່ວ​ໂລກ.

ຜູ້ຊ່ຽວຊານສັນຊາດຕ່າງປະເທດຂອງ CMG ໄດ້ຮັບລາງວັນມິດຕະພາບລັດຖະບານຈີນ_fororder_555

 

ຄຳ​ເຫັນ

0