秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດງານລ້ຽງສະຫຼອງວັນຊາດ ສປ ຈີນຄົບຮອບ 72 ປີ

2021-10-01 11:33:29 cri

ຈັດງານລ້ຽງສະຫຼອງວັນຊາດ ສປ ຈີນຄົບຮອບ 72 ປີ_fororder_02

ຕອນຄ່ຳວັນທີ 30 ກັນຍານີ້ ລັດຖະບານຈີນໄດ້ຈັດງານລ້ຽງຮັບຮອງເພື່ອສະຫຼອງວັນຊາດ ສປ ຈີນຄົບຮອບ 72 ປີຢູ່ຫໍສະພາປະຊາຊົນແຫ່ງຊາດຈີນທີ່ນະຄອນຫຼວງປັກກິ່ງ. ການນຳພັກລັດ ສປ ຈີນ ແລະແຂກຜູ້ມີກຽດລວມທັງໝົດ 500 ກວ່າທ່ານໄດັເຂົ້າຮ່ວມງານດັ່ງກ່າວ.

ຈັດງານລ້ຽງສະຫຼອງວັນຊາດ ສປ ຈີນຄົບຮອບ 72 ປີ_fororder_01

ໃນງານດັ່ງກ່າວ, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນກ່າວວ່າ, ປີນີ້ ແມ່ນປີຄົບຮອບ 100 ປີ ຂອງພັກກອມມູນິດຈີນ. ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຈີນ, ປະຊາຊົນບັນດາເຜົ່າຂອງທົ່ວປະເທດຈີນ ໄດ້ສາມັກຄີກັນບາກບັ່ນສູ້ຊົນ, ເຮັດໃຫ້ ສປ ຈີນ ປະສົບຜົນສຳເລັດຢ່າງໂດດເດັ່ນໃນຂະບວນການພັດທະນາຕິຫລອດ 72 ປີມານີ້ ໂດຍສະເພາະແມ່ນໄດ້ບັນລຸເປົ້າໝາຍສູ້ຊົນຮ້ອຍປີປະການທີໜຶ່ງໃຫ້ສຳເລັດຄື ສ້າງສັງຄົມທີ່ອີ່ມໜຳສຳລານຢ່າງຮອບດ້ານ ແລະໄດ້ເປີດຂະບວນການໃໝ່ ແຫ່ງການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ.

ທ່ານຫຼີເຄີ້ສຽງຊີ້ອອກວ່າ, ຢູ່ບົນເສັ້ນທາງເດີນໄປສູ່ຕໍ່ໜ້ານີ້ ຈີນຍັງຈະພົບກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຕ່າງໆນາໆໃນການບັນລຸເປົ້າໝາຍສູ້ຊົນຮ້ອຍປີປະການທີສອງ, ເຊິ່ງໃນນັ້ນ ການພັດທະນາແມ່ນພື້ນຖານແລະຂໍກະແຈໃນການແກ້ໄຂບັນຫາທຸກຢ່າງຂອງຈີນ. ການປະຕິຮູບ ແລະໄຂປະຕູສູ່ພາຍນອກແມ່ນນະໂຍບາຍແຫ່ງຊາດຂອງຈີນ ແລະກໍ່ແມ່ນກຳລັງຊຸກຍູ້ການພັດທະນາຂອງຈີນ ໃນຕໍ່ໜ້ານີ້. ຈີນຍັງຕ້ອງສືບຕໍ່ດຳເນີນການປະຕິຮູບໃຫ້ລົງສູ່ລວງເລິກຮອບດ້ານ, ຍຶດໝັ້ນທິດທາງການປະຕິຮູບເສດຖະກິດຕະຫຼາດສັງຄົມນິຍົມ, ວາງນະໂຍບາຍທີ່ແທດເໝາະກັບຄວາມຕ້ອງການຂອງປະຊາຊົນໃຫ້ຫຼາຍ, ໃຊ້ມາດຕະການທຸກຢ່າງເພື່ອເພີ່ມການປະກອບອາຊີບ, ແລະປັບປຸງໝາກຜົນທີ່ໄດ້ຮັບໃນວຽກງານຫຼຸດພົ້ນອອກຈາກຄວາມທຸກຍາກໃຫ້ດີຂຶ້ນເລື້ອຍໆ.

ທ່ານຫຼີເຄີ້ສຽງກ່າວວ່າ, ຈີນໃນຖານະເປັນປະເທດທີ່ພວມພັດທະນາທີ່ໃຫຍ່ທີ່ສຸດໃນໂລກ ຈະສຸມໃສ່ເຮັດວຽກຂອງຕົນເອງໃຫ້ດີ, ຍຶດໝັ້ນເດີນຕາມເສັ້ນທາງພັດທະນາໂດຍສັນຕິ, ຊຸກຍູ້ການສ້າງການພົວພັນສາກົນແບບໃໝ່, ຊຸກຍູ້ການປັບປຸງການບໍລິຫານໂລກ ໃຫ້ສົມບຸນຂຶ້ນ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງທົ່ວມວນມະນຸດ. ຈີນຈະເພີ່ມທະວີການຮ່ວມມືກັບປະເທດຕ່າງໆໃນໂລກ ເພື່ອຮ່ວມກັນຮັບມືກັບສິ່ງທ້າທາຍໃນທົ່ວໂລກ, ພ້ອມກັນຊຸກຍູ້ການຟື້ນຕົວຄືນແລະການເຕີບໂຕຂອງເສດຖະກິດໂລກ.

ຄຳ​ເຫັນ

0