李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

6 ປະ​ເທດລຽບ​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ​-ແມ່​ນ້ຳ​ຂອງ ຈະ​ຮ່ວມ​ກັນ​ສ້າງ ​ສູນ​ຄົ້ນ​ຄວ້າ​​ປະ​ສົມ​ກ່ຽວ​ກັບຄວາມ​ປອດ​ໄພ​ຂອງ​ເຄື່ອງ​ປູກ​ຝັງ​ດ້ານກະ​ສິ​ກຳ​

2021-10-01 14:41:49 cri

ງານ​ສຳ​ມະ​ນາ​ການ​ຮ່ວມ​ມື​ແລະ​ການ​ປະ​ດິດ​ສ້າງໃໝ່​ດ້ານ​ເຕັກ​ນິກວິ​ທະ​ຍາ​ສາດ​ ​ກະ​ສິ​ກຳ ຈີນ-ອາ​ຊີ​ໃຕ້​ແລະອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ໄດ້​ຈັດ​ຂຶ້ນ​ຜ່ານ​ທາງ​ອອນ​ລາຍແຕ່​ວັນ​ທີ 28 ຫາ​ວັນ​ທີ 29 ກັນ​ຍາ​ນີ້. ໃນ​​ໄລ​ຍະ​ຈັດ​ງານ, ສະ​​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ກະ​ສິ​ກຳ​ແຂວງ​ຢຸນ​ນານຈີນ ໄດ້​ລິ​ເລີ່ມ​ໃຫ້​ສ້າງ ​ສູນ​ຄົ້ນ​ຄວ້າ​ປະ​ສົມ​ກ່ຽວ​ກັບຄວາມ​ປອດ​ໄພ​ຂອງ​ເຄື່ອງ​ປູກ​ຝັງ​ດ້ານ​ກະ​ສິ​ກຳ​​ປະ​ເທດ​ລຽ​ບ​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ​ເຊິ່ງໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ຝ່າຍ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ງານ.

ສະ​ມາ​ຊິກ​ “ໜ່ວຍ​ງານ​ອະ​ນຸ​ລັກ​ພືດ​ຈີນ-ອາ​ຊີ​ໃຕ້​ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້” ທີ່​ມາ​ຈາກ​ແຂວງ​ຢຸນ​ນານ​ຈີນ, ກຳ​ປູ​ເຈຍ, ລາວ, ມຽນ​ມາ, ໄທແລະ​ຫວຽດ​ນາມ ໄດ້​ວິ​ເຄາະ​ສະ​ຖາ​ນະ​ການ, ​ສະ​ພາບເບື້ອງ​ຫຼັງ​ແລ​ະ​ບັນ​ຫາ​​ທີ່ພົ້ນ​ເດັ່ນ​ກ່ຽວ​ກັບ​ພືດ​ທີ່​ມີ​ຜົນ​ຮ້າຍ​​ຕໍ່​ກະ​ສິ​ກຳທີ່​ມາ​ຈາກ​ພາຍນອກ​ແຜ່​ເຂົ້າ​​ມາ​ແລະຂະ​ຫຍາຍກວ້າງ​ອອກ, ​ໄດ້​ເປັນ​ເອ​ກະ​ສັນ​ກັນ​ເຫັນ​ດີ​ໃຫ້​ຍົກ​ສູງ​ຄວາມ​ສາ​ມາດ​ປ້ອງ​ກັນ​​ຄວາມ​ສ່ຽງ​ໂດຍ​ຜ່ານ​ການ​ສ້າງ​ສາງ​ຂໍ້​ມູນ​​, ການ​ສ້າງເວ​ທີ​ຕິດ​ຕາມກວດ​ກາ​ແລະ​ອື່ນໆ, ປະ​ເທດ​ຕ່າງໆ​​ຄວນສ້າງ​​ເຂດ​​ຕິດ​ຕາມກວດ​ກາ​ແລະປ້ອງ​ກັນ​ຄວບ​ຄຸມ, ຄົ້ນ​ຄວ້າ​ລະ​ບົບການ​ຄຸ້ມ​ຄອງ​ການ​ເຕືອນ​ໄພ​ລ່ວງ​ໜ້າ​ແລະ​ລະ​ບົບ​ເຕັກ​ນິກ​ປ້ອງ​ກັນ​ແລະຄວບ​ຄຸມ​ເພື່ອ​ຮັບ​ມື​ກໍ​ລະ​ນີ​ສຸກ​ເສີນ, ເພື່ອ​ອຳ​ນວຍ​ນະ​ໂຍ​ບາຍ​ດ້ານ​ວິ​ທະ​ຍາ​ສາດ​ແລະ​ການ​ຄ້ຳ​ປະ​ກັນ​ທາງ​ເຕັກ​ນິກວິ​ທະ​ຍາ​ສາດ​ໃຫ້​ແກ່​ການ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພືດ​ທີ່​ແຜ່​ເຂົ້າ​ຈາກ​ພາຍນອກ​ທີ່ມີ​ຜົນ​ຮ້າຍ​ຕໍ່​ກະ​ສິ​ກຳ.

ຄຳ​ເຫັນ

0