徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ເພີ່ມ​ລາ​ຄາ​ພະ​ລັງ​ງານ​ຢູ່​ຝ​ຣັ່ງ​ເຮັດ​ໃຫ້​ມວນ​ຊົນບໍ່​ພໍ​ໃຈ ມີ​ຜູ້​ປະ​ທ້ວງ​ຈຳ​ນວນຫຼວງ​ຫຼາຍ​ແຫ່​ຂະ​ບວນສະ​ແດງ​ຄວາມ​ບໍ່​ພໍ​ໃຈ

2021-10-03 15:58:11 cri

ຕາມ​ຂ່າວCRI:ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ຄ່າ​ໄຟ​ແລະ​ຄ່ານ້ຳ​ມັນ​ທີ່​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງຢູ່ຝ​ຣັ່ງ​ໄດ້​ເຮັດ​ໃຫ້​ມວນ​ຊົນ​ບໍ່​ພໍ​ໃຈ, ມີ​ຜູ້​ປະ​ທ້ວງຈຳ​ນວນ​ຫຼວງ​ຫຼາຍ​ໄດ້​ໄປແຫ່​ຂະ​ບວນ​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ຢູ່​ນະ​ຄອນ​ຫຼວງ​ປາ​ຣີ​ໃນ​ວັນ​ທີ 2 ຕຸ​ລາ​ນີ້.

 

ໃນ​ມື້​ດຽວ​ກັນ, ມີ​ຜູ້​ປະ​ທ້ວງ​ຈຳ​ນວນ​ຫຼວງ​ຫຼາຍ​ໄດ້​ເດີນ​ຕາມ​ຖະ​ໜົນ​ຫົນ​ທາງ​ຂອງ​ນະ​ຄອນປາ​ຣີ, ເພື່ອ​ເດີນ​ຂະ​ບວນ​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ. ເຂົາ​ເຈົ້າ​ກ່າວ​ວ່າ, ຄ່າ​ໄຟ​​ແລະຄ່າ​ນ້ຳ​ມັນ​ທີ່​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ກົດ​ດັນ​ສູງ​ຂຶ້ນ​ໃນ​ດ້ານ​ຄ່າ​ຄອງ​ຊີບ.

 

ທ່ານ​ບ​ຣູ​ໂນ ເ​ລີ ແມວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ເສ​ດ​ຖະ​ກິດ​ແລະ​ການ​ເງິນ​ຝ​ຣັ່ງ​ກ່າວ​ວ່າ, ໃນ​ຫຼາຍ​ເດືອນ​ຕໍ່​ໜ້າ​ນີ້​ລາ​ຄາ​ພະ​ລັງ​ງານ​ຂອງ​ຝ​ຣັ່ງ​ຍັງ​ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນ​. ລະ​ດູ​ໜາວ​ທີ່​ໜາວ​ແຮງ​ຢູ່​ທະ​ວີບ​ເອີ​ຣົບ​ໃນ​ປີ 2020 ແລ້ວ​ນີ້​ໄດ້​ເຮັດ​ໃຫ້​​ການ​ສະ​ໜອງ​ອາຍ​ແກັ​ສ​ທຳ​ມະ​ຊາດມີ​ຄວາມ​ກົດ​ດັນ​ຫຼ​າຍ, ສະ​ນັ້ນ, ປະ​ລິ​ມານ​ສຳ​ຮອງອາຍ​ແກັ​ສ​ທຳ​ມະ​ຊາດ​ຂອງ​ທະ​ວີບ​ເອີ​ຣົບໃນ​ປີ​ນີ້​ຕ່ຳ​ກວ່າ​ລະ​ດັບ​ປົກ​ກະ​ຕິຫຼາຍ.

ຄຳ​ເຫັນ

0