蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລູກ​ສາວ​ຂອງ​ທ່ານ​ດູ​ເຕີ​ເຕ​ຈະ​ລົງສະ​ໝັກ​ຮັບ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ

2021-10-04 14:38:30 CRI

“ໜັງ​ສື​ພິມຫຼຽ​ນ​ເຫີ​ຈາວ​ປ້າວ” ສະ​ບັບ​ວັນ​ທີ 3 ຕຸ​ລາ​ນີ້​ຂອງ​ສິງ​ກະ​ໂປ​ລາຍ​ງານ​ວ່າ: ທ່ານ​ໂຣດ​ຣີ​ໂກ ດູ​ເຕີ​ເຕ ປ​ະ​ທາ​ນາ​ທິ​ບໍ​ດີ​ຟີ​​ລິບ​ປິນ​ເປີດ​ເຜີຍ​ວ່າ: ນາງ​ຊາ​ຣາ ດູ​ເຕີ​ເຕ ລູກ​ສາວ​ຕົນ​ຈະ​ລົງສະ​ໝັກ​ຮັບ​ເລືອກ​ຕັ້ງ​ປະ​ທານ​າ​ທິ​ບໍ​ດີ​ຟີ​ລິບ​ປິນປີ 2022 ແລະ ຈະ​ຮ​ຮ່ວມ​ກັບ​ທ່ານ​ຄ​ຣີ​ສ​ໂຕ​ເຟີ ບົງ ໂກ ຜູ້​ຊ່ວຍ​ໄລ​ຍະ​ຍາວ​ຂອງ​ທ່ານ ​ທີ່ຫາ​ກໍ່​ໄດ້​ຈົດທະ​ບຽນ​​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງຮອງ​ປະ​ທາ​ນາ​ທິ​ບໍ​ດີ​ນັ້ນ ​ເປັນ​ຄູ່ຮ່ວມ​ການ​ແຂ່ງ​ຂັນ.

ບົດ​ລາຍ​ງານ​ໄດ້​ນຳ​ເອົາ​ການ​ລາຍ​ງານ​ຂອງ ABS-CBN ທີ່​ເປັນສື່ມວນ​ຊົນ​ຟີ​ລິບ​ປິນ​ມາ​ລາຍ​ງານ​ວ່າ: ທ່ານ​ໂຣດ​ຣີ​ໂກ ດູ​ເຕີ​ເຕ​ໄດ້​ເປັນ​ເພື່ອນ​ຂອງ​ທ່ານ​ຄ​ຣີ​ສ​ໂຕ​ເຟີ ບົງ ໂກ ໄປ​ຈົດ​ທະ​ບຽນ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ເລືອກ​ຕັ້ງຮອງ​ປະ​ທາ​ນາ​ທິ​ບໍ​ດີ ແລະ ປະ​ກາດ​ຖອນ​ອອກ​ຈາກ​ເວ​ທີ​ການ​ເມືອງ​ແລ້ວ, ທ່ານ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວິ​ທະ​ຍຸ​ຜູ້​ໜຶ່ງ ແລະ ກ່າວ​ຄຳ​ເວົ້າ​ດັ່ງ​ກ່າວ.

ປັດ​ຈຸ​ບັນ, ນາງ​ຊາ​ຣາ ດູ​ເຕີ​ເຕ​ເປັນ​ເຈົ້າ​ຄອງ​ນະ​ຄອນ​ດາ​ວາວ​ຂອງ​ຟີ​ລິບ​ປິນ. ໂຄ​ສົກ​ຂອງ​ນາງ​ຊາ​ຣາ​ບໍ່​ໄດ້​ໃຫ້​ທັດ​ສະ​ນະ​ຫຍັງ ຕໍ່​ຄຳ​ເວົ້າ​ດັ່ງ​ກ່າວ​ຂອງ​ທ່ານ​ໂຣດ​ຣີ​ໂກ ດູ​ເຕີ​ເຕ.

ຄຳ​ເຫັນ

0