黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ຊູ​ກະ ໂຢ​ຊີ​ຮິ​ເດະ​​ລາ​ອອກ​ຈາກ​​ຕຳ​ແໜ່ງທັງ​ຄະ​ນະ​ໃນ​ວັນ​ທີ 4 ຕຸ​ລາ

2021-10-04 16:22:51 cri

​ຂ່າວ​ສານ​ກຽວ​ໂດ​ລາຍ​ງານ​ວ່າ: ໃນ​ກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ບານ​ຊົ່ວ​ຄາວ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 4 ຕຸ​ລາ​ນີ້, ​ລັດ​ຖະ​ບານ​ຊູ​ກະ ໂຢ​ຊີ​ຮິ​ເດະໄດ້​​ລາ​ອອກ​ຈາກ​ຕຳ​ແໜ່ງທັງ​ຄະ​ນະ.

ຕອນ​ບ່າຍ​ວັນ​ທີ 4 ຕຸ​ລາ​ນີ້, ຍີ່​ປຸ່ນ​ຈະ​ຈັດ​ກອງ​ປ​ະ​ຊຸມ​ລັດ​ຖະ​ສະ​ພາ​ຊົ່ວ​ຄາວ​ເພື່ອ​ຜ່ານ​ການ​​ຮັບ​ຮອງ​ການເລືອກ​ຕັ້ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ໃໝ່​ແບບ​ບົ່ງ​ຊື່, ຄາດ​ວ່າ​ຈະ​ເລືອກ​ຕັ້ງ​ທ່ານ​ຄິ​ຊິ​ດາ ຟຸ​ມິ​ໂອະ ​ປະ​ທານ​ພັກ​ເສ​ລີ​ປະ​ຊາ​ທິ​ປະ​ໄຕ​ຜູ້​ໃໝ່​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ຊຸດ​ທີ 100, ແລ້ວ​ຈັດ​ຕັ້ງ​ຄະ​ນະ​ລັດ​ຖະ​ບານ​ຊຸດ​ໃໝ່.

ນອກ​ນີ້​ຂ່າວ​ສານ CNA ຂອງ​ໄ​ຕ້​ຫວັນ​ຈີນ​ລາຍ​ງານ​ວ່າ, ທ່ານ​ຄິ​ຊິ​ດາ ຟຸ​ມິ​ໂອະ ​ປະ​ທານ​ພັກ​ເສ​ລີ​ປະ​ຊາ​ທິ​ປະ​ໄຕ​ຜູ້​ໃໝ່​​ຂອງ​ຍີ່​ປຸ່ນວາງ​ແຜນ​ຈະ​ຍຸບ​ສະ​ພາ​ຕ່ຳ​ຍີ່​ປຸ່ນ​ໃນ​ວັນ​ທີ 14 ຕຸ​ລາ​ນີ້​ພາຍ​ຫຼັງ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ຄົນ​ໃໝ່, ແລະ​ປະ​ກາດຈັດ​ການ​ເລືອກ​ຕັ້​ງ​ສະ​ພາ​ຕ່ຳ​ໃນ​ວັນ​ທີ 26 ຕຸ​ລາ​ນີ້, ​ແລ້ວ​ເລີ່ມ​ປ່ອນ​ບັດ​ແລະ​ນັບ​ບັດ​ເລືອກ​ຕັ້ງ​ສະ​ພາ​ຕ່ຳ​ໃນ​ວັນ​ທີ 7 ພະ​ຈິກ​ໜ້າ​ນີ້.

ຄຳ​ເຫັນ

0