尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊາວກະສິກອນທີ່ປະທ້ວງຢູ່ລັດອຸດຕາອິນເດຍປະທະກັນກັບເຈົ້າໜ້າທີ່ ສົ່ງຜົນເຮັດໃຫ້ 8 ຄົນເສຍຊີວິດ

2021-10-05 18:05:52 cri

      ສື່ມວນຊົນຫຼາຍແຫ່ງຂອງອິນເດຍລາຍງານໃນວັນທີ 4 ຕຸລານີ້ວ່າ:ວັນທີ 3 ຕຸລານີ້,ຊາວກະສິກອນທີ່ກໍ່ການປະທ້ວງຢລັດອຸດຕາ ປະເທດອິນເດຍໄດ້ປະທະກັນກັບເຈົ້າໜ້າທີ່, ປັດຈຸບັນໄດ້ຢືນຢັນແລ້ວວ່າໃນການປະທະກັນເທື່ອນີ້ມີຊາວກະສິກອນ 4 ຄົນອາດຈະຖືກລົດທີ່ເຈົ້າໜ້າທີ່ຕຳາເສຍຊີວິດ; ນອກນີ້ຍັງມີອີກ 4 ຄົນໄດ້ເສຍຊີວິດໃນການປະທະກັນ,ໃນນັ້ນ, ລວມທັງພະນັກງານ 3 ຄົນຈາກສຳນັກກງານໃຫຍ່ປະຈຳາລ ລັດອຸດຕາຂອງພັກປະຊາຊົນທີ່ເປັນພັກ ກຳນ ອຳນາດດ ຂອງດິິນເດຍ,ແລະນັກຂ່າວໜຶ່ງຄົນທີ່ພວມລາຍງານຂ່າວຢູ່ສະຖານທີ່ເກີດເຫດ.

      ຜູ້ນຳາ ພັກຝ່າຍຄ້ານຫຼາຍທ່ານຂອງອິນເດຍມີເຈດຕະນາຢາກໄປຮ່ວມປະທ້ວງກັບຊາວກະສິກອນຢູ່ລັດອຸດຕາ, ແຕ່ເຈົ້າໜ້າທີ່ລັດອຸດຕາໄດ້ກີດຂວາງໄວ້ຢ່າງເດັດດ່ຽວ, ເຈົ້າໜ້າທີ່ຕຳຫຼວດດ

ທ້ອງຖິ່ນໄດ້ປ້ອງກັນຢູ່ສະໜາມບິນແລະແຫ່ງອື່ນໆຢ່າງເຂັ້ມງວດເພື່ອຫ້າມບໍ່ໃຫ້ຜູ້ນຳາ ພັກຝ່າຍຄ້ານເຂົ້າໄປໃນລັດດັ່ງກ່າວ.

      ແຕ່ວັນທີ 27 ກັນຍາເປັນຕົ້ນມາ. ຄະນະຊາວກະສິກອນ 40 ກວ່າຄະນະຂອງອິນເດຍໄດ້ດຳເນີນນ ການເຄື່ອນໄຫວປະທ້ວງຕໍ່ “ຮ່າງກົດໝາຍຊາວກະສິກອນ 3 ສະບັບ”, ການເຄື່ອນໄຫວດັ່ງກ່າວໄດ້ຈັດຂຶ້ນຢ່າງຕໍ່ເນື່ອງຢູ່ແຫ່ງຕ່າງໆຂອງອິນເດຍໃນຫວ່າງມໍ່ໆມານີ້. ປັດຈຸບັນ, ລັດຖະບານອິນເດຍບໍໄດ້ໃຫ້ຄວາມເຫັນໃດໆກ່ຽວກັບການປະທ້ວງດັ່ງກ່າວ.

ຄຳ​ເຫັນ

0