黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ເປັນ 15 ເດືອນ​ລຽນ​ຕິດ

2021-10-05 15:23:33 cri

ຕົວ​ເລກ​ທີ່​ອົງ​ການພາ​ສີ​​ແຫ່ງ​ຊາດຈີນ​ເປີດ​ເຜີຍ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ 8 ເດືອນ​​ທຳ​ອິດ​ປີ​ນີ້, ຍອດ​ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​ສິນ​ຄ້າ​​ປະ​ເພດ​ຈັບ​ຕ້ອງ​ໄດ້ຂອງ​ຈີນ​ໄດ້​ບັນ​ລຸ​ເຖິງ 24.780 ຕື້ຢວນ, ເມື່ອ​ທຽບ​ໃສ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ໄດ້​ເພີ່ມ​ຂຶ້ນ 23,7%, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2019 ໄດ້​ເພີ່ມ​ຂຶ້ນ 22,8%. ນີ້​ແມ່ນ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ເປັນ 15 ເດືອນ​ລຽນ​ຕິດ, ​ເຊິ່ງໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ມີ​ທ່າ​ອ່ຽງ​ທີ່​ໝັ້ນ​ທ່ຽງ​ຕື່ມ​ອີກ​ຂອງ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ.

ຕົວ​ເລກ​ດັ່ງ​ກ່າວ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ, ມູ​ນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ໄດ້ເພີ່ມ​ຂຶ້ນ​ຈາກ 6.460 ຕື້ຢວນ​ເມື່ອ​ປີ 2013 ​ເປັນ 9.370 ຕື້ຢວນ​ເມື່ອ​ປີ 2020, ໃນ​ 8 ເດືອນ​ທຳ​ອິດ​ປີ​ນີ້, ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​​ກັບ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ຂອງ​ຈີນ​ໄດ້ບັນ​ລຸ​ເຖິງ 7.290 ຕື້ຢວນ, ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ໄດ້​ເພີ່ມ​ຂຶ້ນ 24,6%.

ຄຳ​ເຫັນ

0