尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຈົ້າໜ້າທີ່ຂັ້ນສູງຂອງເອີຣົບອາເມຣິກາຢ້ຽມຢາມອາຣັບບີ ຊາອຸດິດຕາມໆກັນ

2021-10-05 18:02:27 cri

      ວັນທີ 3 ຕຸລານີ້ຕາມເວລາທ້ອງຖິ່ນ, ທ່ານ ໂຈເຊຟ ໂບເຣວ ຜູ້ຕາງໜ້າຂັ້ນສູງດ້ານວຽກງານການຕ່າງປະເທດແລະຄວາມໝັ້ນຄົງຂອງສະຫະພາບເອີຣົບໄດ້ເດີນທາງຢ້ຽມຢາມອາຣັບບີ ຊາອຸດິດ,ໄດ້ພົບປະກັບທ່ານ ໄຟຊານ ບິນ ຟາຮານ ລັດຖະມົນຕີກະຊວງການຕ່າງປະເທດອາຣັບບີ ຊາອຸດິດ ແລະ ທ່ານ ອາເດວ ອານ ຈຸເບວ ລັດຖະມົນຕີວຽກງານການຕ່າງປະເທດຂອງອາຣັບບີ ຊາອຸດິດ.

      ໃນມື້ດັ່ງກ່າວ, ທ່ານ ເຈນ ເຢເວສ໌ ເລີ ດຣີອາງ ລັດຖະມົນຕີກະຊວງການຕ່າງປະເທດຝຣັ່ງກໍໄດ້ຢ້ຽມຢາມອາຣັບບີ ຊາອຸດິດ. ກ່ອນໜ້ານີ້, ທ່ານ ເຈກ ຊຸລີວານ ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດອາເມຣິກາ ແລະທູດວິສາມັນກ່ຽວກັບບັນຫາເຢແມນຂອງອາເມຣິກາກໍໄດ້ຢ້ຽມຢາມອາຣັບບີ ຊາອຸດິດໃນວັນທີ 27 ກັນຍາຜ່ານມາ, ທ່ານ ເຈກ ຊູລີວານ ກໍເປັນເຈົ້າໜ້າທີ່ອາເມຣິກາລະດັບສູງກວ່າໝູ່ທີ່ໄດ້ໄປຢ້ຽມຢາມອາຣັບບີ ຊາອຸດິດນັບແຕ່ທ່ານ ໂຈ ໄບເດັນ ຂຶ້ນຮັບຕຳແໜ່ງປະທານາທິບໍດີອາເມຣິກາເປັນຕົ້ນມາ.

      ນັກວິເຄາະເຫັນວ່າ: ກ່ອນໜ້ານີ້, ອາຣັບບີ ຊາອຸດິດເຄີຍໄດ້ກ່າວເປີດເຜີຍຫຼາຍຄັ້ງວ່າຫວັງວ່າຕົນສາມາດເຂົ້າຮ່ວມການເຈລະຈາກ່ຽວກັບບັນຫານິວເຄລຍຂອງອີຣານ, ແຕ່ຝ່າຍອີຣານເດັດດ່ຽວຄັດຄ້ານຕໍ່ເລື່ອງນີ້, ເຈົ້າໜ້າທີ່ຂັ້ນສູງຂອງປະເທດເອີຣົບແລະອາເມຣິກາຢ້ຽມຢາມອາຣັບບີ ຊາອຸດິດຕາມໆກັນໃນຫວ່າງມໍ່ໆນີ້ ກໍເພື່ອແລກປ່ຽນຄວາມເຫັນກັບອາຣັບບີ ຊາອຸດິດກ່ຽວກັບສະພາບທີ່ກ່ຽວຂ້ອງ ແລະກໍເພື່ອຖືໂອກາດນີ້ສ້າງຄວາມເພິ່ງພໍໃຈໃຫ້ອາຣັບບີ ຊາອຸດິດແລະປະເທດພັນທະມິດອື່ນໆຢູ່ອ່າວເປີເຊຍ,ເພື່ອໃຫ້ການເຈລະຈາກ່ຽວກັບບັນຫານິວເຄລຍຂອງອີຣານສາມາດຟື້ນຟູຄືນໃໝ່ໂດຍໄວ.

 

 

ຄຳ​ເຫັນ

0