尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການວາງສະແດງໂດຍເນັ້ນຫົວຂໍ້ການອະນຸລັກໝີແພນດາຈີນໃນງານວາງແດງໂລກດູບາຍ

2021-10-06 17:10:52 cri

      ວັນທີ 4 ຕຸລານີ້, ການວາງສະແດງໂດຍເນັ້ນຫົວຂໍ້ການອະນຸລັກໝີແພນດາຈີນໄດ້ເປີດຕົວຢ່າງເປັນທາງການຢູ່ຫໍວາງສະແດງຈີນຂອງງານວາງສະແດງໂລກດູບາຍປີ2020.

      ບ່ອນວາງສະແດງດັ່ງກ່າວຕັ້ງຢູ່ຫ້ອງອະເນກປະສົງຊັ້ນ 1 ຂອງຫໍວາງສະແດງຈີນ, ກວມເນື້ອທີ່ເກືອບ 400 ຕາແມັດ. ເນື້ອໃນວາງສະແດງຄືໝາກຜົນທີ່ຈີນໄດ້ຮັບໃນການຝຶກໝີແພນດາໃຫ້ເປັນສັດປ່າແລະປ່ອຍຄືນສູ່ທຳາ ມະຊາດ, ການຮ່ວມມືດ້ານການຄົ້ນຄວ້າວິທະຍາສາດໝີແພນດາ ແລະຂົງເຂດອື່ນໆ,ເຮັດໃຫ້ຜູ້ຊົມໄດ້ຮູ້ທັດສະນະແລະມາດຕະການກ່ຽວກັບການອະນຸລັກສິ່ງແວດລ້ອມນິເວດຂອງຈີນຢາງລະອຽດ.

      ໃນໄລຍະວາງສະແດງ, ສູນຄົ້ນຄວ້າແລະອະນຸລັກໝີແພນດາຈີນຍັງຈະຈັດກິດຈະກຳຕ່າງໆໆຢູ່ດູບາຍ ເພື່ອສະແດງໃຫ້ເຫັນເຖິງວັດທະນະທຳໝີແພນດາທີ່ມີເອກະລັກພິເສດຂອງຈີນນ. ນອກນີ້,ເພື່ອສະແດງໃຫ້ເຫັນເຖິງສະພາບໝີແພນດາລ້ຽງຢ່າງມີຊີວິດຊີວາ, ສູນດັ່ງກ່າວຍັງຈະຖ່າຍທອດສົດເດືອນລະຄັ້ງໃນໄລຍະເວລາ 6 ເດືອນຂອງການຈັດງານວາງສະແດງໂລກດູບາຍ.

ຄຳ​ເຫັນ

0