蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຝ່າຍອາ​ເມ​ຣິ​ກາ​ກ່າວ​ວ່າຈະ​ສົນ​ທະ​ນາ​​ກັບ​ຈີນ​ຢ່າງ​ກົງ​ໄປ​ກົງ​ມາ​​ໃນ​ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ

2021-10-06 14:36:16 CRI

ວັນ​ທີ 4 ຕຸ​ລາ​ນີ້, ​ນາງກາ​ເຊ​ຣິນ ໄຕ ຜູ້​ຕາງ​ໜ້າ​ການ​ຄ້າ​ອາ​ເມ​ຣິ​ກາ​ກ່າວ​ວ່າ: ອາ​ເມ​ຣິ​ກາ​ກຽມ​ຈະ​ສົນ​ທະ​ນາກັບ​ຝ່າຍ​ຈີນ​ຢ່າງ​​ກົງ​ໄປ​ກົງ​ມາ ກ່ຽວ​ກັບ​ສະ​ພາບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ສັນ​ຍາ​ເສດ​ຖະ​ກິດ​ການ​ຄ້າ​ໄລ​ຍະ​ໜຶ່ງ​ລະ​ຫວ່າງ​ຈີນ​ແລະ​ອາ​ເມ​ຣິ​ກາ, ນະ​ໂຍ​ບາຍ​ອຸດ​ສາ​ຫະ​ກຳ ແລ​ະ ບັນ​ຫາ​ອື່ນໆ. ​ນາງ​ກ່າວ​ວ່າ: ອາ​ເມ​ຣິ​ກາ​ບໍ່​ມີ​ເຈດ​​ຕະ​ນາ​ຢາກເຮັດ​ໃຫ້​ສະ​ພາບ​ການ​ການ​ຄ້າ​ກັບ​ຈີນທີ່​ເຄັ່ງ​ຕຶງ​ແລ້ວ​ນັ້ນ “ເຄັ່ງ​ຕຶງ​ຂຶ້ນຕື່ມ​”.

ໃນ​ມື້​ດຽວ​ກັນ, ​ນາງກາ​ເຊ​ຣິນ ໄຕ ໄດ້​ກ່າວ​ຄຳ​ປາ​ໄສ​ຢູ່​ສູນ​ຄົ້ນ​ຄວ້າ​ຍຸດ​ທະ​ສາດ​ແລະ​ສາ​ກົນ​ຂອງ​ຄັງ​ປັນ​ຍາ​ອາ​ເມ​ຣິ​ກາ ໂດຍ​ໄດ້​ບັນ​ລະ​ຍາຍ​ຄວາມ​ປາ​ຖະ​ໜາ​ຂອງ​ລັດ​ຖະ​ບານ​ໂຈ ໄບ​ເດັນ ທີ່​ມີ​ຕໍ່​ນະ​ໂຍ​ບາຍ​ການ​ຄ້າ​ກັບ​ຈີນ. ນາງ​ກ່າວ​ວ່າ: ວິ​ທີ​ການ​ແກ້​ໄຂ​ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ​ກັບ​ຈີນ​ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໃນ​ເມື່ອ​ກ່ອນ ບໍ່​ສາ​ມາດ​ແກ້​ໄຂ​ຄວາມ​ເອົາ​ໃຈ​ໃສ່​ພື້ນ​ຖານ​ຂອງ​ອາ​ເມ​ຣິ​ກາ, ລັດ​ຖະ​ບານ​ໂຈ ໄບ​ເດັນ​ຈະ​ສະ​ແຫວງ​ຫາ​ວິ​ທີທີ່ “ໃໝ່​ອ່ຽມ, ຮອບ​ດ້ານ ແລະ ຕິດ​ແທດ​ຕົວ​ຈິງ” ເພື່ອ​ແກ້​ໄຂ​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ກັບ​ຈີນ.

ນາງ​ກ່າວ​ຕື່ມ​ວ່າ: ອາ​ເມ​ຣິ​ກາ​ຈະ​ເລີ່ມ​​ຂັ້ນ​ຕອນ​ຍົກ​ເວັ້ນ​ພາ​ສີ​ທີ່​ມີ​ລັກ​ສະ​ນະ​​ຈຸດ​ສຸມ, ອະ​ນຸ​ຍາດ​ໃຫ້​ວິ​ສາ​ຫະ​ກິດ​ອາ​ເມ​ຣິ​ກາ​ຮ້ອງ​ຂໍ​ໃຫ້​ຍົກ​ເວັ້ນ​ພາ​ສີ​ເພີ່ມ​ຕື່ມ​ຕໍ່​ສິນ​ຄ້າ​ຈີນ​ສ່ວນ​ໜຶ່ງ​ທີ່​ສົ່ງ​ເຂົ້າ​ອາ​ເມ​ຣິ​ກາ. ນາງ​ຍັງ​ສະ​ເໜີ​ມະ​ໂນ​ພາບ​ທີ່​ໃຫ້​ສອງ​ປະ​ເທດ​ອາ​ເມ​ຣິ​ກາ​ແລະ​ຈີນ “ຢູ່​ຮ່ວມ​ກັນ​ຢ່າງ​ຖາ​ວອນ” ເພື່ອ​ຊອກ​ຫາ​ຊ່ອງ​ທາງ​ໃໝ່ ເພື່ອ​ເປີດ​ສະ​ພາບ​ການ​ໃໝ່​ຂອງ​ການ​ຄ້າ​ລະ​ຫວ່າງ​ອາ​ເມ​ຣິ​ກາ​ແລະ​ຈີນ.

ຄຳ​ເຫັນ

0