蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອ​ນ​ເປັນ​ພະ​ຍາດ​ໂຄວິດ-19 ໃນ​ປີ​ນີ້​ຂອງ​ອາ​ເມ​ຣິ​ກາ​ໄດ້​ກາຍຍອດ​ຈຳ​ນວນ​ຂອງ​ປີ​ກາຍ​ນີ້​ແລ້ວ

2021-10-07 14:39:13 CRI

“ໜັງ​ສື​ພິມ​ອາ​ເມ​ຣິ​ກາ​ວັນ​ນີ້” ສະ​ບັບ​ວັນ​ທີ 5 ຕຸ​ລາ​ນີ້​ລາຍ​ງານ​ວ່າ: ປີ 2020 , ທົ່ວ​ປະ​ເທດ​ອາ​ເມ​ຣິ​ກາ​ມີ 352. 000 ​ຄົນເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19. ມາ​ຮອດ​ປັດ​ຈຸ​ບັນ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ຂອງ​ອາ​ເມ​ຣິ​ກາ​ມີຫຼາຍກວ່າ 704.000 ຄົນ​ແລ້ວ. ນີ້​ໝາຍ​ຄວາມ​ວ່າ: ນັບ​ມາ​ຮອດ​ປັດ​ຈຸ​ບັນ​, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອ​ນ​ເປັນ​ພະ​ຍາດ​ໂຄວິດ-19 ໃນ​ປີ​ນີ້​ຂອງ​ອາ​ເມ​ຣິ​ກາ​ໄດ້​ກາຍຍອດ​ຈຳ​ນວນ​ຂອງ​ປີ​ກາຍ​ນີ້​ແລ້ວ. “ໂດຍ​ພິ​ຈາ​ລະ​ນາ​ເຖິງ​ອາ​ເມ​ຣິ​ກາ​ໄດ້​ເລີ່ມ​ສັກ​ວັກ​ຊິນ​ພະ​ຍາດ​ໂຄວິດ-19 ຢ່າງກວ້າງ​ຂວາງ​ໃນ​ລະ​ດູ​ບານ​ໃໝ່​ປີ​ນີ້, ສະ​ພາບ​ການ​ດັ່ງ​ກ່າວ​ຈິ່ງເປັນ​ໜ້າ​ໂສກ​ເສົ້າຫຼາຍ.”

ຕົວ​ເລກ​ຂໍ້​ມູນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຈອນ ຮັອບ​ກິນ​ສ​ຂອງ​ອາ​ເມ​ຣິກ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ປັດ​ຈຸ​ບັນ, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ເພີ່ມ​ໃໝ່, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ດັ່ງ​ກ່າວ ແລະ ຈຳ​ນວນນອນ​ໂຮງ​ໝໍ​ຮັບ​ການ​ປິ່ນ​ປົວ​ໄດ້​ນັບ​​ມື້​ນັບຫຼຸດ​ລົງ, ແຕ່​ຍ້ອນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ກາຍ​ພັນ​ເດວ​ຕາ, ອາ​ເມ​ຣິ​ກາ​ຍັງ​ມີ​ປະ​ຊາ​ຊົນທີ່​ຄວນ​ສັກ​ວັກ​ຊິນ 70 ລ້ານ​ຄົນ​ປະ​ຕິ​ເສດ​ບໍ່​ສັກ​ວັກ​ຊິນ. ແພດ​ໝໍຫຼາຍ​ຄົນ​ຂອງ​ອາ​ເມ​ຣິ​ກາ​ພົບ​ເຫັນ​ວ່າ: ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ໃນ​​ໄລ​ຍະ​ຜ່ານ​ມາ​ສ່ວນຫຼາຍ​​ແມ່ນ​ຜູ້​ບໍ່​ໄດ້​ສັກ​ວັກ​ຊິນ​ມາ​ກ່ອນ.

 

ຄຳ​ເຫັນ

0