蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ທວງ​ໃຫ້​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ດັດ​ແກ້​ການກ​ະ​ທຳ​ຜິດ​ພາດ​ໃນ​ບັນ​ຫາ “ຂະ​ບວນ​ການ​ອິ​ສ​ລາມ​ຕວກ​ກີ​ສະ​ຖານ​ຕາ​ເວັນ​ອອກ”

2021-10-07 14:40:15 CRI

ວັນ​ທີ 6 ຕຸ​ລາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ຄະ​ນະ​ກຳ​ມາ​ທິ​ການ​ກົດ​ໝາຍ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ 76 ໄດ້​ຈັດ​ກອງ​ປະ​ຊຸມ​ອະ​ພິ​ປາຍ​ທົ່ວ​ໄປ ​ໃນ​ຫົວ​ຂໍ້ “ມາດ​ຕະ​ການ​ກຳ​ຈັດ​ລັດ​ທິ​ກໍ່​ກ​ານ​ຮ້າຍ​ສາ​ກົນ”.

ທ່ານ​ເກິງ​ສວງ ຮອງ​ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ຈີນ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ: “ຂະ​ບວນ​ການ​ອິ​ສ​ລາມ​ຕວກ​ກີ​ສະ​ຖານ​ຕາ​ເວັນ​ອອກ” ແມ່ນ​ກຸ່ມ​ກໍ່​ການ​ຮ້າຍ​ສາ​ກົນ​ໃນ​ບັນ​ຊີ​ລາຍ​ຊື່​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ການ​ໂຈມ​ຕີ​ອິດ​ທິ​ກຳ​ລັງ​ກໍ່​ການ​ຮ້າຍ “ຕວກ​ກີ​​ສະ​ຖານຕາ​ເວັນ​ອອກ” ທີ່​​ມີ “ຂະ​ບວນ​ການ​ອິ​ສ​ລາມ​ຕວກ​ກີ​​ສະ​ຖານຕາ​ເວັນ​ອອກ” ເປັນ​ຕົວ​ແທນ​ນັ້ນ ແມ່ນ​ພາກ​ສ່ວນ​ໜຶ່ງ​ທີ່​ສຳ​ຄັນ​ໃນ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ສາ​ກົນ ເຊິ່ງ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ປະ​ຊາ​ຄົມ​ໂລກ.

ທ່ານ​ເກິງ​ສວງ​ຍັງ​ກ່າວ​ເນັ້ນ​ວ່າ: ຈີນ​ຫວັງ​ວ່າ: ຝ່າຍ​ຕ່າງ​ໆ​​ຈະ​ຮັບ​ຮູ້​ເຖິງ​ທາດ​ແທ້​ກໍ່​ກ​ານ​ຮ້າຍ​ດ້ວຍ​ກຳ​ລັງ​ຮຸນ​ແຮງ ແລະ ຜົນ​ຮ້າຍ​ອັນ​ໜັກ​ໜ່ວງ​ຂອງ “ຂະ​ບວນ​ການ​ອິ​ສ​ລາມ​ຕວກ​ກີ​ສະ​ຖານ​ຕາ​ເວັນ​ອອກ”, ເຂົ້າ​ໃຈ ແລະ ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ຂອງ​ຈີນ​ໃນ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ. ບາງ​ປະ​ເທດ​ໄດ້​ລຶບ​ຊື່ “ຂະ​ບວນ​ການ​ອິ​ສ​ລາມ​ຕວກ​ກີ​ສະ​ຖານ​ຕາ​ເວັນ​ອອກ” ອອກ​ຈາກ​ບັນ​ຊີ​ລາຍ​ຊື່​ກຸ່ມ​ກໍ່​ການ​ຮ້າຍ​ຂອງ​ປະ​ເທດ​ຕົນ, ​ແມ່ນເປັນ​ການ​ກະ​ທຳ​ທີ່​ປະ​ຕິ​ບັດ​ສອງ​ມາດ​ຕະ​ຖານ​ລ້ວນໆ ແລະ ມີ​ຈຸດ​ປ​ະ​ສົງ​​ຢູ່ເບື້ອງຫຼັງ​ທີ່​ເປີດ​ເຜີຍ​ບໍ່​ໄດ້. ​ຈີນທວງ​ໃຫ້​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຈົ່ງ​ພິ​ຈາ​ລະ​ນາ​ເຖິງ​ສະ​ພາບ​ການ​ຮ່ວມ​ມື​ສາ​ກົນ​ໃນ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ, ດັດ​ແກ້​ການ​ກະ​ທຳ​​ທີ່ຜິດ​ພາດ​ຂອງ​ຕົນ​ໃນ​ທັນ​ທີ ແລະ ຟື້ນ​ຟູ​ການ​ກຳ​ນົດເອົາ “ຂະ​ບວນ​ການ​ອິ​ສ​ລາ​ມາ​ຕວກ​ກີ​ສະ​ຖານ​ຕາ​ເວັນ​ອອກ” ເປັນ​ກຸ່ມ​ກໍ່​ການ​ຮ້າຍ.

 

ຄຳ​ເຫັນ

0