覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານຈີນ​ເຜີຍ​ແຜ່​ປຶ້ມ​ປົກ​ຂາວກ່ຽວ​ກັບ “ການ​ອະ​ນຸ​ລັກ​ຊີ​ວະ​ນາ​ນາ​ພັນ​ຂອງ​ຈີນ”

2021-10-08 11:40:31 cri

 ​ວັນ​ທີ 8 ຕຸ​ລາ​ນີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ລັດ​ຖະ​ບານ​ຈີນ​ໄດ້ເຜີຍ​ແຜ່​ປຶ້ມ​ປົກ​ຂາວ​ກ່ຽວ​ກັບ “ການ​ອະ​ນຸ​ລັກ​ຊີ​ວະ​ນາ​ນາ​ພັນ​ຂອງ​ຈີ​ນ”.
 

ປຶ້ມ​ປົກ​ຂາວ​ໄດ້​ລະ​ບຸ​ວ່າ: ຈີນ​ມີ​ດິນ​ແດນ​ອັນ​ກວ້າງ​ໃຫຍ່​ໄພ​ສານ, ມີ​ທັງ​ແຜ່ນ​ດິນ​ໃຫຍ່​ແລະ​ທະ​ເລ, ພູ​ມ​ສັນ​ຖ​ານ​ແລະ​ດິນ​ຟ້າ​ອາ​ກາດ​ມີ​ຄວາມຫຼາກຫຼາຍ​ແລະ​ສະຫຼັບ​ສັບ​ຊ້ອນ ອັນ​ໄດ້​ກຳ​ເນີດ​ໃຫ້​ມີ​ລະ​ບົບ​ນິ​ເວດ​ທີ່​ອຸ​ດົມ​ສົມ​ບູນ​ແລະ​ມີ​ເອ​ກະ​ລັກ​ສະ​ເພາະ, ມີ​ຊີ​ວະ​ນາ​ນາ​ພັນ ແລະ​ມີ​ຄວາມຫຼາກຫຼາຍ​ດ້ານ​ພັນ​ທຸ​ກຳ, ເປັນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ທີ່​ມີ​ຄວາມຫຼາກຫຼາຍ​ຊີ​ວະ​ນາ​ນາ​ພັນ​ທີ່​ອຸ​ດົມ​ສົມ​ບູນ​ທີ່​ສຸດ​ໃນ​ໂລກ. ໃນ​ຖາ​ນະ​ເປັນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ພາ​ຄີ​ທີ່​ໄດ້​ລົງ​ນາມ​ແລະ​ໃຫ້​ສັດ​ຕະ​ຍາ​ບັນ​ໃນ​ສັນ​ຍາ​ວ່າ​ດ້ວຍ​ຊີ​ວະ​ນາ​ນາ​ພັນ​ກ່ອນ​ໝູ່​, ຈີນ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ການ​ອະ​ນຸ​ລັກ​ຊີ​ວະ​ນາ​ນາ​ພັນ​ຕະຫຼອດ​ມາ, ໄດ້​ຊຸກ​ຍູ້​ການ​ອະ​ນຸ​ລັກ​ຊີ​ວະ​ນາ​ນາ​ພັນ​ໃຫ້​​ກ້າວ​ໄປ​ໜ້າ​ພ້ອມ​ກັບ​ຍຸກ​ສະ​ໄໝ​ແລະ​ພັດ​ທະ​ນາ​​ດ້ວຍ​ການ​ປະ​ດິດ​ສ້າງຢ່າງ​ບໍ່​ຢຸດ​ຢັ້ງ ເຊິ່ງ​ໄດ້​ຮັບ​ຜົນ​ງານ​ອັນ​ພົ້ນ​ເດັ່ນ, ແລະ​ສາ​ມາດ​ບຸກ​ເບີກ​ເສັ້ນ​ທາງ​ການ​ອະ​ນຸ​ລັກ​ຊີ​ວະ​ນາ​ນາ​ພັນ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ.
 

ປຶ້ມ​ປົກ​ຂາວ​​ຍັງ​ລະ​ບຸ​ວ່າ: ຈີນ​ໄດ້​ກຳ​ນົດ​ເອົາ​ການ​ອະ​ນຸ​ລັກ​ຊີ​ວະ​ນາ​ນາ​ພັນ​ເປັນ​ຍຸດ​ທະ​ສາດ​ແຫ່ງ​ຊາດ, ຈັດ​ເອົາ​ການ​ອະ​ນຸ​ລັກ​ຊີ​ວະ​ນາ​ນາ​ພັນ​ເຂົ້າ​ໃນ​ແຜນ​ການ​ພັດ​ທະ​ນາ​ໄລ​ຍະ​ກາງ​ແລະ​ໄລ​ຍະ​ຍາວ​ຂອງ​​​ເຂດ​ແຄວ້ນຕ່າງໆ​ແລະ​ຂົງ​ເຂດ​ຕ່າງໆ, ປັບ​ປຸງ​ນະ​ໂຍ​ບາຍ​ແລະ​ລະ​ບຽບ​ກົດ​ໝາຍ​ໃຫ້​ສົມ​ບູນ​ຂຶ້ນ, ເພີ່ມ​ທະ​ວີ​ການ​ຮັບ​ປະ​ກັນ​ດ້ານ​ວິ​ຊາ​ການ​ແລະ​ການກໍ່​ສ້າງ​ຖັນ​ແຖວ​ພະ​ນັກ​ງານ​ວິ​ຊາ​ການ, ເພີ່ມ​ຄວາມ​ເຂັ້ມ​ງວດ​ໃນ​ການ​ຕິດ​ຕາມ​ກວດ​ກາ​ການ​ປະ​ຕິ​ບັດ​ກົດ​ໝາຍ, ​ເຮັດໃຫ້​ປວງ​ຊົນ​ມີສ່ວນ​ຮ່ວມ​ໃນ​ການ​ອະ​ນຸ​ລັກ​ຊີ​ວະ​ນາ​ນາ​ພັນດ້​ວຍ​ຄວາມ​ຕື່ນ​ຕົວ, ​ເສີມ​ສ້າງ​ຄວາມ​ສາ​ມາດ​​ໃນການ​ຄຸ້ມ​ຄອງ​ຊີ​ວະ​ນາ​ນາ​ພັນ​ໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.
 

 ປຶ້ມ​ປົກ​ຂາວ​​ຍັງ​ໄດ້ລະ​ບຸ​ຕື່ມ​ວ່າ: ເມື່ອ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​​ທີ່ຊີ​ວະ​ນາ​ນາ​ພັນ​ໃນ​ທົ່ວ​ໂລກ​ພວມ​ສູນ​ເສຍ​ໄປ, ບັນ​ດາ​ປະ​ເທດ​ເປັນ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ທີ່​ຮ່ວມ​ກັນ​ຜ່ານ​ຜ່າ​ຄວາ​ມ​ຫຍຸ້ງ​ຍາກ​ນຳ​ກັນ.  ຈີນ​ເດັດ​​ດ່ຽວ​ປະ​ຕິ​ບັດ​ຕາມ​ລັດ​ທິຫຼາຍ​ຝ່າຍ, ຕັ້ງ​ໜ້າ​ດຳ​ເນີນ​ການ​ຮ່ວມ​ມື​ສາ​ກົນ​ເພື່ອ​ອະ​ນຸ​ລັກ​ຊີ​ວະ​ນາ​ນາ​ພັນ, ​ເຂົ້າ​ຮ່ວມ​ການປຶກ​ສາ​ຫາ​ລື​ກັນ​ຢ່າງກວ້າງ​ຂວາງ​ເພື່ອ​ທ້ອນ​ໂຮມ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ, ປະ​ກອບ​ສ່ວນໃນ​ດ້ານ​ສະ​ຕິ​ປັນ​ຍາ​ຂອງ​ຈີນ​ເພື່ອ​ຊຸກ​ຍູ້​ການ​ອະ​ນຸ​ລັກ​ຊີ​ວະ​ນາ​ນາ​ພັນ​ຂອງ​ໂລກ, ຮ່ວມ​ກັນ​ກັບ​ປະ​ຊາ​ຄົມ​ໂລກ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊີ​ວິດ​ລະ​ຫວ່າງ​ຄົນ​ກັບ​ທຳ​ມະ​ຊາດ.

ຄຳ​ເຫັນ

0