尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້ອຳນວຍການໃຫຍ່ WHO ແລະເລຂາທິການໃຫຍ່ອົງການສະຫະປະຊາຊາດຮ່ວມກັນວາງຍຸດທະສາດກ່ຽວກັບການສັກວັກຊີນໂຄວິດ-19 ຂອງໂລກ

2021-10-08 11:59:01 cri

      ວັນທີ 7 ຕຸລານີ້, ທ່ານ ເຕໂດຣສ໌ ອັດຮາໂນມ ເກເບຣເຢຊຸສ ຜູ້ອຳນວຍຍການໃຫຍ່ອົງການອະນາໄມໂລກຫຼື  WHO ແລະທ່ານ ອັນໂຕນີໂອ ກູເຕເຣສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ຮ່ວມກັນ

ວາງຍຸດທະສາດກ່ຽວກັບການສັກວັກຊີນໂຄວິດ-19 ສະບັບໜຶ່ງ,ເພື່ອບັນລຸເປົ້າໝາຍຄືຮອດທ້າຍປີ 2021 ໃຫ້ຈຳນວນປະຊາກອນນຂອງແ ແຕ່ລະປະເທດໃນໂລກສາມາດສັກວັກຊີນໂຄວິດ-19 ສຳເເລັດລ 40% ແລະຮອດໄລຍະກາງຂອງປີ 2022 ໃຫ້ຈຳນວນປະຊາກອນທ ຂອງແຕ່ລະປະເທດໄດ້ສັກວັກຊີນໂຄວິດ-19 ໄດ້ 70%.
 

      ໃນມື້ດັ່ງກ່າວ, ທ່ານ ເຕໂດຣສ໌ ອັດຮາໂນມ ເກເບຣເຢຊຸສ ແລະ ທ່ານ ອັນໂຕນີໂອ ກູເຕີເຣສ ໄດ້ຮ່ວມກັນຈັດກອງປະຊຸມຖະແຫຼງຂ່າວຜ່ານທາງອອນລາຍໂດຍໄດ້ປະກາດວ່າຈະດຳເນີນນ ຍຸດທະສາດກ່ຽວກັບການສັກວັກຊີນໂຄວິດ-19 ຂອງໂລກ, ພ້ອມທັງຮຽກຮ້ອງໃຫ້ ບູລິມະສິດໃນການສະໜອງວັກຊີນໂຄວິດ-19 ແກ່ປະເທດທີ່ມີລາຍຮັບຕ່ຳາໂດຍສະເພາະແມ່ນປະເທດອ ໃນທະວີບອາຟຣິກາ.
 

      ທ່ານ ເຕໂດຣສ໌ ອັດຮາໂນມ ເກເບຣເຢຊຸສ ກ່າວວ່າ: ປັດຈຸບັນ, ຢູ່ໃນໂລກໄດ້ສັກວັກຊີນໂຄວິດ-19 ຫຼາຍກວ່າ 6,4 ຕື້ຫຼອດແລ້ວ, ປະຊາກອນທີ່ໄດ້ສັກວັກຊີນໂຄວິດ-19 ຄົບສອງເຂັມກວມ 1 ສ່ວນ 3 ຂອງປະ

ຊາກອນໂລກ. ແຕ່ຍອດປະລິມານວັກຊີນໂຄວິດ-19 ໃນປະເທດທີ່ມີລາຍຮັບຕ່ຳກວມບໍ່ຮອດ 0,5% ຂອງຍອດປະລິມານວັກຊີນໂຄວິດ-19 ຂອງໂລກ, ປະຊາກອນທີ່ໄດ້ສັກວັກຊີນໂຄວິດ-19 ຄົບສອງເຂັມຢູ່ພາກພື້ນ

ອາຟຣິກາກວມບໍ່ເຖິງ 5%.
 

      ໃນຄຳປາໄສ, ທ່ານ ກູເຕີເຣສ ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກອົງການສະຫະປະຊາຊາດຕ້ອງແບກຫາບໜ້າທີ່ຮັບຜິດຊອບຂອງຕົນ,ສາມັກຄີເປັນເອກະພາບກັນເພື່ອຮັບປະກັນໃຫ້ຍຸດທະສາດວັກຊີນໂຄວິດ-19 ສະບັບດັ່ງກ່າວສາມາດຈັດຕັ້ງປະຕິບັດໃຫ້ສຳເລັດຜົນຕາມຄວາມສາມາດຂອງຕົນ.ທ່ານກ່າວວ່າ: ການແບ່ງປັນວັກຊີນໂຄວິດ-19 ທີ່ບໍ່ມີຄວາມສະເໝີພາບກັນແມ່ນພັນທະມິດທີ່ດີທີ່ສຸດຂອງການແຜ່ລະບາດຂອງພະຍາດໂຄວິດ-19, ຜ່ານການຊົມໃຊ້ວັກຊີນໂຄວິດ-19 ຮ່ວມກັນ,ແລກປ່ຽນບົດຮຽນກັນ, ໂອນເຕັກນິກກໍຄືໃຫ້ບູລິມະສິດແກ່ການເຄື່ອນໄຫວອື່ນໆ,ຈຶ່ງຈະສາມາດຫຼຸດອັດຕາການເສຍຊີວິດໃຫ້ໜ້ອຍລົງແລະສາມາດຜ່ອນຄາຍຄວາມເຈັບປວດໄດ້ຢ່າງແທ້ຈິງ,ປ້ອງກັນບໍ່ໃຫ້ລະບົບສາທາລະນະສຸກປະສົບກັບຄວາມກົດດັນຈົນເກີນສ່ວນ,ທັງສາມາດຊ່ວຍຟື້ນຟູການເຄື່ອນໄຫວດ້ານເສດຖະກິດແລະສັງຄົມ,ພ້ອມທັງຫຼຸດໄພຄວາມສ່ຽງຈາກເຊື້ອພະຍາດໂຄວິດ-19 ກາຍພັນທີ່ອັນຕະລາຍໃຫ້ໜ້ອຍລົງ.

ຄຳ​ເຫັນ

0