吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈີ້​ນຜິ​ງສົນ​ທະ​ນາ​ກັບ​ທ່ານ​ຟູ​ມີ​ໂອ ​ກິ​ຊິ​ຕະ ນາຍົກ​ຍີ່​ປຸ່ນ​ຜ່ານ​ທາງ​ໂທ​ລະ​ສັບ

2021-10-09 14:34:06 CRI

    ວັນ​ທີ 8 ຕຸລາ​ນີ້, ທ່ານ​ສີ​ຈີ້​ນຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​​ສົນ​ທະ​ນາ​ກັບ​ທ່ານ​ຟູ​ມີ​ໂອ ​ກິ​ຊິ​ດະ ນາຍົກລັດຖະມົນຕີຍີ່ປຸ່ນ​ຜ່ານ​ທາງ​ໂທ​ລະ​ສັບ.

 

    ທ່ານ​ສີ​ຈີ້​ນຜິ​ງກ່າວ​​ເນັ້ນ​ວ່າ, ຈີນ ​ແລະ ຍີ່ປຸ່ນ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ການ​ປົກ​ປັກ​ຮັກສາ ​ແລະ ການ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ຈີນ-ຍີ່​ປຸ່ນ​ແມ່ນສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດ​ພື້ນ​ຖານຂອງ​ສອງປະ​ເທດ ​ແລະ ປະຊາຊົນ​ສອງ​ຊາດ ​ທັງ​ມີ​ຜົນ​ດີ​ຕໍ່​ສັນຕິພາບ, ສະ​ຖຽນລະ​ພາບ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​​ເຮືອງ​ຂອງ​ອາຊີ ​ກໍ​ຄື​ຂອງໂລກ. ປັດ​ຈຸ​ບັນ, ການ​ພົວພັນ​ລະຫວ່າງ​ຈີນ ​ແລະ ຍີ່ປຸ່ນມີ​ທັງໂອກາດ ​ແລະ ​ສິ່ງ​ທ້າ​ທາຍ. ຈີນ​ຊົມ​ເຊີຍ​ລັດຖະບານ​ຊຸດ​ໃໝ່​ຂອງ​ຍີ່ປຸ່ນ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ຮັກສາ​ການ​ແລກປ່ຽນ​ລະດັບ​ສູງ​ລະຫວ່າງ​ສອງ​ປະ​ເທດ, ຍິນ​ດີ​ເພິ່ມທະວີການ​ສົນທະນາ ​ແລະ ການ​ຮ່ວມ​ມື​ກັບ​ຍີ່ປຸ່ນ, ​​ບົນ​ຈິດ​ໃຈ “ຖື​​ເອົາປະຫວັດສາດ​ເປັນ​​ແວ່ນ​ແຍງ ​ແລະ ​ປະດິດ​ສ້າງ​ອະນາຄົດ” ​ເພື່ອ​ຊຸກຍູ້
ການ​ສ້າງ​ການ​ພົວພັນ​ຈີນ-​ຍີ່ປຸ່ນ​ທີ່​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ຍຸກ​ສະ​ໄໝ​ໃໝ່.


    ທ່ານ​ຟູ​ມີ​ໂອ ​ກິ​ຊິ​ຕະ​ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ​​ວັນຊາດ​ຈີນ. ທ່ານ​ກ່າວ​ວ່າ, ພາຍ​ໃຕ້​ສະຖານະ​ການ​ສາກົນ ​ແລະ ພາກ​ພື້ນ, ການ​ພົວພັນ​ຍີ່ປຸ່ນ-​ຈີນກຳລັງ​ກ້າວ​ເຂົ້າ​ສູ່​ຍຸກ​ສະ​ໄໝ​ໃໝ່. ຍີ່ປຸ່ນ​ຍິນ​ດີ​ຮ່ວມກັນ​ກັບ​ຈີນ, ​ຖອດ​ຖອນ​ບົດ​ຮຽນ​ອັນ​ສຳ​ຄັນຈາກ​ປະຫວັດ​ສາດ​ການ​ພົວພັນ​ຍີ່​ປຸ່ນ-ຈີນ, ​ຖື​ເອົາ​ວັນ​ຄົບ​ຮອບ 50 ປີ​ໃນ​ປີ​ໜ້າ​ຂອບງ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ທີ່​ເປັນ​ປົກ​ກະ​ຕິ​ລະຫວ່າງຍີ່ປຸ່ນ​ ກັບຈີນ 50 ປີ​ເປັນ​ໂອກາດ, ພ້ອມ​ກັນ​​ສຸມ​ຄວາມ​ພະຍາຍາມ​ສ້າງ​​ສາຍ​ພົວພັນ​ຍີ່ປຸ່ນ-​ຈີນ​ທີ່ມີ​ລັກສະ​ສະ​ສ້າງສັນ ​ແລະ ​ມີຄວາມໝັ້ນຄົງ​ທີ່​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ຍຸກ​ສະ​ໄໝ​ໃໝ່. ຍີ່ປຸ່ນ​ຫວັງ​ໃຫ້ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ປັກ​ກິ່ງ​ສາມາດ​ຈັດ​ຂຶ້ນ​​ໄດ້ຢ່າງ​ສະດວກ.

ຄຳ​ເຫັນ

0