郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທາດ​ແທ້​ຂອງ​ສາຍ​ພົວ​ພັນ​ທາງ​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ອາ​ເມ​ຣິ​ກາ ແມ່ນ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດນຳ​ກັນ,ໃນ​ສົງ​ຄາມ​ການ​ຄ້າ​ບໍ່​ມີ​ຜູ້​ໃດ​ຊະ​ນະ

2021-10-09 10:50:26 cri

​​ ວັນ​ທີ8ຕຸ​ລານີ້,ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ສາຍ​ພົວ​ພັນ​ທາງ​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ອາ​ເມ​ຣິ​ກາ​ໂດຍ​ກ່າວ​ວ່າ: ທາດ​ແທ້​ຂອງ​ສາຍ​ພົວ​ພັນ​ທາງ​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ອາ​ເມ​ຣິ​ກາ ແມ່ນ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດນຳ​ກັນ,ໃນ​ສົງ​ຄາມ​ການ​ຄ້າ​ບໍ່​ມີ​ຜູ້​​ໃດຊະ​ນະ, ສຳ​ລັບ​ບັນ​ຫາ​ຈຳ​ນວນ​ໜຶ່ງ​ທີ່​​ເກີດ​ຂຶ້ນ​ໃນສາຍ​ພົວ​ພັນ​ທາງ​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ອາ​ເມ​ຣິ​ການັ້ນ ຄວນ​ແກ້​ໄຂ​ຢ່າງ​ເໝາະ​ສົມບົນ​ຈິດ​ໃຈ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ ແລະ​ປຶກ​ສາ​ຫາ​ລື​ກັນ​ຢ່າງ​ສະ​ເໝີ​ພາບ, ຫວັງ​ວ່າ​ອາ​ເມ​ຣິ​ກາ​​ຈະຮ່ວມ​ມື​ກັບ​ຈີນພະ​ຍາ​ຍາມ​ຮ່ວມ​ກັນຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ທາງ​ເສດ​ຖະ​ກິດ​ການ​ຄ້າ​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​​ໃສ​ແລະ​ໝັ້ນ​ທ່ຽງ.

ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວຕື່ມ​ວ່າ: ການ​ເປັນ​ເຈົ້າ​ການ​ກະ​ຕຸ້ນ​ໃຫ້​​ຍົກ​ຖາ​ນ​ການ​ຜະ​ລິດ​ໄປ​ບ່ອນ​ອື່ນ​ແລະ​ຕັດ​ຂາດ​ການ​ພົວ​ພັນ​ການ​ຜະ​ລິດ ໄດ້​ລະ​ເມີດ​ກົດ​ເກນ​ເສ​ດ​ຖະ​ກິດ​ແລະ​ຄວາມ​ເປັນ​ຈິງ​​ພາ​ວະ​ວິ​ໄສ,ບໍ່​ພຽງ​ແຕ່​ບໍ່​ສາ​ມາດ​ແກ້​ໄຂ​ບັນ​ຫາ​ຂອງ​ຕົນໄດ້​ເທົ່າ​ນັ້ນ,ທັງ​ໄດ້​ທຳ​ລາຍ​ຄວາມ​ໝັ້ນ​ຄົງ​ແລະ​ປອດ​ໄພ​ຂອງ​ຕ່ອງ​ໂສ້​ການ​ຜະ​ລິດ​ແລະ​ຕ່ອງ​ໂສ້​ການ​ສະ​ໜອງ​ທົ່ວ​ໂລກ​ຢ່າງ​ໜັກ​ໜ່ວງ.ຈີນ​ແລະ​ອາ​ເມ​ຣິ​ກາ​ຕ້ອງ​ຮ່ວມ​ມື​ກັນ​ຫາກ​ບໍ່​ແມ່ນແບ່ງ​ແຍກ​ກັນ,ຕ້ອງ​ສົນ​ທະ​ນາ​ກັນ​ຫາ​ກ​ບໍ່​ແມ່ນ​ເປັນ​ປໍ​ລະ​ປັກ​ກັນ,ນີ້​ແມ່ນ​ສຽງ​ຮຽກ​ຮ້ອງ​ຢ່າງ​ແຮງ​ຈາກວົງ​ການ​ຕ່າງໆ​ຂອງ​ຈີນ​ແລະ​ອາ​ເມ​ຣິ​ກາ ​ເຊິ່ງ​ລວມ​ທັງ​ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ.ອາ​ເມ​ຣິ​ກາ​ຄວນ​ຕັ້ງ​ໜ້າ​ຮັບ​ຟັງ​ສຽງ​ຮຽກ​ຮ້ອງ​ດັ່ງ​ກ່າວ,ເຮັດໃນ​ສິ່ງ​ທີ່​ມີ​ຜົນ​ດີ​ຕໍ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ທາງ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງຈີນ​ກັບ​ອາ​ເມ​ຣິ​ກາ​ຢ່າງ​ປອດ​​ໃສ​ແລະ​ໝັ້ນ​ທ່ຽງ.

ຄຳ​ເຫັນ

0