吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງການ WADA ຍົກ​ເລີກ​ສິດ​ຈັດງານ​ກິລາ​ລະ​ດັບສາກົນ​ຂອງ​ໄທ​ເປັນ​ເວລາ 1 ປີ

2021-10-09 14:52:59 CRI

    ວັນ​ທີ 8 ຕຸລາ​ນີ້, ສື່​ມວນ​ຊົນ​ໄທ​ລາຍ​ງານ​ວ່າ,​ອົງການ​ຕໍ່​ຕ້ານ​ສານ​ຕ້ອງ​ຫ້າມ​ຂອງໂລກ ຫຼື WADA ​ໄດ້ລະບຸ​ວ່າ ຈະ​ຍົກ​ເລີກ​ສິດ​ຈັດ​ງານ​ກິລາ​ລະ​ດັບ​ສາກົນ​ຂອງ​ໄທ, ສປປ​ເກົາຫຼີ ​ແລະ ອິນ​​ໂດ​ເນ​ເຊຍ​ເປັນ​ເວລາ 1 ປີ ​​ເຊິ່ງລວມທັງ​ງານ​ກິລາລະດັບ​ພາກ​ພື້ນ,​ລະດັບ​ທະວີ​ບ ​ແລະ ລະດັບ​ໂລກ. ​ໃນ​ນັ້ນ, ສາ​ເຫດ​ທີ່​ຈະ​ຍົກ​​ເລີກ​ສິດ​ຈັດ​ງານ​ຂອງ​ໄທ​ກໍ່​ຍ້ອນ​ວ່າ ຂໍ້​ກຳນົດ ​ແລະ ກົດໝາຍ​ທີ່​ກ່ຽວຂ້ອງ​ຂອງ​ອົງການ​​ຕໍ່​ຕ້ານ​ສານ​ຕ້ອງ​ຫ້າມຂອ​ງ​ໄທ​ໄດ້​ລະ​ເມີດ “ຂໍ້​ກຳນົດ​ວ່າ​ດ້ວຍ​ສານ​ຕ້ອງ​ຫ້າມ​ຂອງ​ໂລກ” ສະບັບ​ໃໝ່, ສ່ວນ​ສາ​ເຫດ​ຍົກ​​ເລີກ​ສິດ​ຂອງ​ສປປ​ເກົາ​ຫຼີ ​ແລະ ​ອິນ​ໂດ​ເນ​​ເຊຍ​ກໍ່ຍ້ອນ​ວ່າ​ສອງ​ປະ​ເທດ​ນີ້​ບໍ່​ໄດ້ຈັດ​ຕັ້ງ​ປະຕິບັດ​ແຜນການ​ກວດ​ຫາ​ສານ​ຕ້ອງ​ຫ້າມ​ຢ່າງ​ບັງ​ເກີດ​ຜົນ.

    ​ ​ໃນ​ເວລາ 1 ປີ​ທີ່​ຫ້າມ​ຈັດ​ງານ​ກິລາ​ນີ້,​ນັກ​ກິ​ລາ​ໄທ​ສາມາດ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນກິລາສາກົນ​ໄດ້, ​ຍົກ​ເວັ້ນ​ງານ​ກິລາ​ໂອ​ລິ​ມປິກ​ແລ້ວ ງານ​ກິ​ລາ​ອື່ນ​ຈະ​ບໍ່​ສາ​ມາດ​ເຂົ້າ​ຮ່ວມ​ໃນ​ນາມ​​ປະ​ເທດ​ໄດ້.

ຄຳ​ເຫັນ

0