吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຫະ​ພາບ​ເອີ​ຣົບ​ຈະ​ສະ​ເໜີ​ແຜ​ນ​ການ​ປະ​ຕິ​ຮູ​ບ​ຕະ​ຫລາດ​ອາຍ​ແກັ​ສ​ທຳ​ມະ​ຊາດ​ພາຍ​ໃນ​ປີ​ນີ້

2021-10-09 14:22:37 cri

    ທ່ານ ຄາດຼີ ຊີມ​ສັນ ​ຫົວ​ໜ້າຮັບ​ຜິດ​ຊອບ​ວຽກ​ງານ​ພະ​ລັງ​ງານ​ຂອງ​ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ເອີ​ຣົບ​ກ່າວ​ໃນ​ຫວ່າງ​ມໍ່ໆ​​ມານີ້​ວ່າ: ສະ​ຫະ​ພາບ​ເອີ​ຣົບ​ຈະ​ສະ​ເໜີ​ແຜນ​ການ​ປະ​ຕິ​ຮູບ​ກ່ຽວ​ກັບ​ຕະ​ຫລາດ​ອາຍ​ແກັ​ສ​ທຳ​ມະ​ຊາດ​ສະ​ຫະ​ພາບ​ເອີ​ຣົບ​ໃນ​ທ້າຍ​ປີ​ນີ້, ໂດຍ​ຈະ​ພິ​ຈາ​ລະ​ນາ​ບັນ​ຫາ​ກ່ຽວ​ກັບ​​ຄວາ​ມ​ໝັ້ນ​ຄົງ​ດ້ານ​ການ​ເກັບ​ສະ​ສົມແລະ​ການ​ສະ​ໜອງ​ອາຍ​ແກັ​ສ​ທຳ​ມະ​ຊາດ.

    ທ່ານ​ຄາດຼີ ຊີມ​​ສັນ​ກ່າວ​ວ່າ: ​ປັດ​ຈຸ​ບັນ, ລາ​ຄາ​ອາຍ​ແກັ​ສ​ທໍ​າ​ມະ​ຊາດ ແລະລາ​ຄາ​ໄຟ​ຟ້າ​ໃນ​ທະ​ວີບ​ເອີ​ຣົບ​ໄດ້​ຖີບ​ສູງຂຶ້ນ​ຢ່າງ​ຫລວງ​ຫລາຍ​, ​ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ອີກ​ຄັ້ງ​ໜຶ່ງວ່າ: ທະ​ວີບ​ເອີ​ຣົບ​ຕ້ອງ​ເລັ່ງຂະ​ບວນ​ການ​ປັບ​ປຸງ​ໂຄງ​ປະ​ກອບ​ດ້ານ​ພະ​ລັງ​ງານ, ຕ້ອງ​ນຳ​ໃຊ້​ພະ​ລັງ​ງານ​ໝູນ​ວຽນ​​ໃຫ້​ຫລາຍກວ່າ​ເກົ່າ, ທັງ​ດຳ​ເນີນ​ການ​ປະ​ຕິ​ຮູບ​ທີ່​ຈຳ​ເປັນ​​ກ່ຽວ​ກັບ​ຕະ​ຫລາດ​ພະ​ລັງ​ງານ.

    ນັບ​ແຕ່​ປີ​ກາຍ​ເປັນ​ຕົ້ນ​ມາ, ລາ​ຄາ​​ອາຍ​ແກັ​ສ​ທຳ​ມະ​ຊາດ​ໃນ​ທະ​ວີບ​ເອີ​ຣົບ​ໄດ້​ຖີບ​ຕົວ​ສູ​ງຂຶ້ນ​ຢ່າງ​ຕໍ່​ເນື່ອງ, ທັງ​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​ຢ່າງ​ຕໍ່​ເນື່ອງ​. ລັດ​ຖະ​ມົນ​ຕີ​ຂອງ​ຫລາຍປະ​ເທດ​ຂອງ​ສະ​ຫະ​ພາບ​ອີ​ຣົບເຫັນ​ວ່າ: ນີ້​ບໍ່​ແມ່ນ​ບັນ​ຫາ​ທີ່​ປະ​ເທດ​ໃດ​ໜຶ່ງ​ຈະສາ​ມາດ​ແກ້​ໄຂ​ໄດ້, ​ແມ່ນ​ບັນ​ຫາ​ທີ່ທະ​ວີບ​ເອີ​ຣົບຕ້ອງ​ໄດ້​​ຮັບ​ມືຮ່ວມ​ກັນ.

 

ຄຳ​ເຫັນ

0